ສະຫະຣັດເປັນຜູ້ນໍາ ໃນການເກັບກູ້ຣະເບີດ

ສະຫະຣັດ ອະເມຣິກາ ນໍາໜ້າ ໃນການເກັບ ກູ້ຣະເບີດ ບໍ່ທັນແຕກ ທີ່ຕົກຄ້າງ ມາແຕ່ ປາງສົງຄາມ.
ຈໍາປາທອງ
2010.11.11
F-uxo-bombing ຈຸດສີແດງ ແມ່ນພື້ນທີ່ ໃນປະເທດລາວ ທີ່ມີຣະເບີດ ຍັງບໍ່ແຕກ ຕົກຄ້າງຢູ່
RFA

ກົດຟັງສຽງ

ສະຫະຣັດ ອະເມຣິກາ ປະກອບສ່ວນ ໃນການ ຫລຸດຜ່ອນ ຜົນກະທົບ ຈາກການແຕກ ຂອງຣະເບີດ ທີ່ຕົກຄ້າງ ມາແຕ່ປາງ ສົງຄາມ ຕໍ່ພົລເຮືອນ ຢູ່ໃນໂລກ.

ໃນຖານະ ເປັນຜູ້ໃຫ້ ການຊ່ວຍເຫລືອ ເພື່ອມະນຸສທັມ ຫລາຍທີ່ສຸດ ໃນການເກັບ ກູ້ຣະເບີດ ບໍ່ທັນແຕກ ຢູ່ ປະເທດລາວ ນັບຕັ້ງແຕ່ ປີ 1993 ມາ, ຣັຖບານ ສະຫະຣັດ ໄດ້ປະກອບ ສ່ວນຫລາຍກວ່າ 51 ລ້ານໂດລາ ໃນການແກ້ໄຂ ບັນຫາ ຣະເບີດ ບໍ່ທັນແຕກ ແລະຣະເບີດ ຝັງດິນ.

ສະຫະຣັດ ພຍາຍາມ ເພີ້ມການຊ່ວຍເຫລືອ ຫລາຍຂຶ້ນ ໃນຣະຍະ 3 ປີ ຜ່ານມານີ້ ທີ່ໄດ້ໃຫ້ ການຊ່ວຍເຫລືອ ຫລາຍກວ່າ 16 ລ້ານໂດລາ ໂດຍການ ຮ່ວມມືກັບ ຣັຖບານ ສາທາຣະນະຣັດ ປະຊາທິປະໄຕ ປະຊາຊົນລາວ ແລະ ທັງເຮັດວຽກ ຮ່ວມກັນ ຜ່ານອົງການ ເກັບກູ້ຣະເບີດ ບໍ່ທັນແຕກ ຫລື UXO ຂອງລາວ. ຕາມຄໍາເວົ້າ ໃນແຈ້ງການ ຂອງກະຊວງ ການຕ່າງປະເທດ ສະຫະຣັດ ສະບັບ ລົງວັນທີ 9 ພຶສຈິກາ 2010.

ໃນປັດຈຸບັນນີ້ ກະຊວງການ ຕ່າງປະເທດ ສະຫະຣັດ ຊ່ວຍເຫລືອ ໂຄງການຕ່າງໆ ໃນການເກັບ ກູ້ຣະເບີດ ບໍ່ທັນແຕກ, ໃນດ້ານການ ສຶກສາ ກ່ຽວກັບຄວາມສ່ຽງ ແລະ ຊ່ວຍເຫລືອ ຜູ້ໄດ້ຮັບ ເຄາະຮ້າຍ ຢູ່ປະເທດລາວ ໂດຍຜ່ານອົງການ ຮັບຜິດຊອບ ກິຈການ ທະຫານ-ການເມືອງ ແລະ ການເກັບກູ້ ອາວຸດ.

ໃນງົບປະມານ ປີ 2010 ກະຊວງການ ຕ່າງປະເທດ ສະຫະຣັດ ໄດ້ໃຊ້ຈ່າຍ ຫລາຍກວ່າ 5 ລ້ານ 1 ແສນໂດລາ ເຂົ້າໃນການ ຊ່ວຍເຫລືອ ໂຄງການຕ່າງໆ. ໃນທ້າຍຊຸມປີ 1990 ກະຊວງ ປ້ອງກັນ ປະເທດ ສະຫະຣັດ ໄດ້ຊ່ວຍຝຶກ ອົບຮົມ ແລະ ຊ່ວຍອຸປກອນ ເກັບກູ້ຣະເບີດ ທີ່ຍັງບໍ່ທັນແຕກ ໃຫ້ແກ່ທິມງານ ຂອງລາວ ແລະ ທັງໃຫ້ຂໍ້ມູນ ຢ່າງກວ້າງຂວາງ ກ່ຽວກັບການ ຖິ້ມຣະເບີດ ໃນສມັຍສົງຄາມ ວຽດນາມ ແກ່ ຣັຖບານລາວ ແລະໜ່ວຍ ເກັບກູ້ຣະເບີດ ບໍ່ທັນແຕກ ສາກົນ ເພື່ອເປັນທິດ ໃນການເກັບກູ້.

ນັບແຕ່ປີ 2006 ມາ ກະຊວງ ກະສິກັມ ສະຫະຣັດ ໄດ້ຊ່ວຍ 10 ລ້ານ 6 ແສນ ໂດລາ ສຳລັບໂຄງການ ຢູ່ລາວ ອັນມີທັງ ໂຄງການອາຫານ ຢູ່ໂຮງຮຽນ, ການເກັບກູ້ ຣະເບີດ ບໍ່ທັນແຕກ ໃນເຂດໂຮງຮຽນ ແລະເຂດ ອ້ອມແອ້ມ ໂຮງຮຽນ ແລະໃນການ ສຶກສາກ່ຽວກັບ ຄວາມສ່ຽງຈາກ ຣະເບີດຝັງດິນ. ຣັຖບານ ສະຫະຣັດ ຄາດຫວັງວ່າ ຈະໃຫ້ການ ສນັບສນູນ ລາວ ໃນການແກ້ ໄຂບັນຫາ ດັ່ງກ່າວ ອີກຕໍ່ໄປ ໃນປີ 2011 ທີ່ຈະມາ ເຖິງນີ້. ຕາມການແຈ້ງການ ຂອງ ກະຊວງການ ຕ່າງປະເທດ ສະຫະຣັດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Jan 24, 2012 12:43 AM

ລະເບີດທິ່ບໍ່ທັນແຕກຢູ່ລາວຕ້ອງແມ່ນສັດຕູຜູ້ຮຸກຮານລາວເປັນຜູ້ເກັບກູ້
ຖ້າແກວບໍ່ຮຸກຮານລາວອາເມລິກາບໍ່ແມ່ນບ້າຊິເອົາລະເບີດໄປຖິ້ມໃສ່,
ຖ້າແກວປະຕິເສດວ່າບໍ່ໄດ້ຮຸກຮານລາວ ເປັນຫຍັງແກວຈີ່ງມາຊອກ
ຄົ້ນຫາຊາກສົບທະຫານແກວຢູ່ປະເທດລາວ

Anonymous
Aug 12, 2012 04:29 PM

ຄວນຈະເຮັດແຕ່ກີ້້ພູ້ນເພາະໂຕເອງເປັນຜູ້ເອົາມາຖີ້ມໃສ່

Anonymous
Dec 14, 2010 12:36 AM

ເມືອງ ພະລານໄຊລະເບີດຍັງຫລາຍຢູ່ເດີ ຂ້ອຍຂຸດດິນຝັງຮົ້ວຢູ່ວັດພະລານໄຊ ສັບຖຶກເຫລັກປັ້ບ ຕກໃຈບ່ກ້າຂຸດຕ່ ກ່ໃຫ້ຫລາຍຄົນມາຊ່ອງເບີ່ງ ຈຶ່ງໄດ້ຮູ້ວ່າເປັນລູກປືນໃຫຍ່B 60ບຸນແຕ່ບ່ແຕກໃສ່ຫົວຕາຍ
ກ່ເລຍບອກທະຫານຕຳຫລວດມາເບິ່ງ
ຕິດຕ່ຫາເຈົ້າຫນ້າທີ່ເກົບກູ້ລະເບິດ
ໄດ້ຍິນວ່າເກັບບ່ໄດ້ ເພາະວ່າງົບປະມານຍັງບ່ມີ

Anonymous
Dec 15, 2011 10:41 PM

ລະເບີດທີ່ບໍ່ທັນແຕກຢູ່ປະເທດລາວ ແມ່ນຍົນທະຫານ ອາເມລິກາເປັນຜູ້ຖິ້ມໃສ່ ແລ້ວຊິໃຫ້ໃຜໄປເກັບກູ້ ສະຫະລັດອາເມລິກາເປັນຜູ້ກໍ່ສົງຄາມ ກໍ່ຕ້ອງຮັບຜິດຊອບໄປເກັບກູ້ອອກໃຫ້ໝົດ ທີ່ຜ່ານມາ ຊ່ວຍເຫືຼອເງິນພ້ອມອຸປະກອນອື່ນໆເພື່ອເກັບກູ້ລະເບີດ ມັນບັງບໍ່ທັນຫຼວງຫຼາຍ ເງິນຮັກສາຄວາມປອດໄພ ບາລັກ ໂອບາມາ ໄປປະຊຸມ ເອເຊຍ-ແປຊິຟິກບັງຫຼາຍກວ່ານັ້ນ RFA ໄດ້ແຕ່ຍົກຍ້ອງສະຫະລັດ ບາດວ່າ ສະຫະລັດເຮັດສົງຄາມຢູ່ລາວ ປະຊາຊົນລາວລົ້ມຕາຍຈົນນັບບໍ່ຖ້ວນ ຄືບໍ່ເອົງມາລົງຂ່າວຄືນແດ່ .ຖ້າ RFA ເປັນກາງໃນການສະເໜີຂ່າວ ກະລຸນາເອົາ ຄຳເຫັນນີ້ລົງ ເວັບໄຊສ໌ ໃຫ້ແດ່.

Anonymous
Jan 27, 2012 11:32 AM

ຂ້ອຍວ່າ ອີກບໍ່ພໍເທົ່າໃດປີ ຄົນໝົດໂລກ ຊິຊັງອາເມລິກາຫລາຍຂຶ້ນ
ບ້າອຳນາດ ຢາກທຳລາຍແຕ່ ຄອມມູນິດ ຈັກຊິຈອງລ້າງກັນຮອດໃສ ຢູ່ໃຜຢູ່ມັນກະໄດ້
ຄົນເຮົາເກີດມາຊາດດຽວ ເພື່ອຍ້ານແຕ່ໝູ່ລື່ນນີ້ຫວາ

Anonymous
Nov 08, 2012 01:39 PM

ເງິນທີ່ລົງທຶນເຮັດສົງຄາມ ຈັກກີ່ຕື້ໂດລາ ບໍ່ເສຍດາຍ ບາດມາເກັບເອົາລະເບີດ ສິບຊາວລ້ານ ກະເອົາແທ້ເອົາວ່າ ປານນັ້ນວ່າມີ ມະນຸດສະທຳ ຊໍ້າບໍ່ໜຳ ຍັງໄປຫາ ເຮັດສົງຄາມ ປະເທດນັ້ນປະເທດນີ້ ອ້ອມໂລກ ສົງຄາມອີ່ຫຍັງ ມັນກະຂ້າຄົນທັງນັ້ນແຫລະ


[ຄໍາເຫັນນີ້ໄດ້ຖືກກວດແກ້ ໂດຍບັນນາທິການ ເອເຊັຽເສຣີ ອີງຕາມເງື່ອນໄຂການນໍາໃຊ້ ]