ອຸປສັກຂອງການ ກູ້ຣະເບີດຢູ່ລາວ
2010.11.10
ກົດຟັງສຽງ
ທ່ານ ພູຂຽວ ຈັນທະສົມບູນ ຫົວໜ້າ ຄນະກັມມະການ ຄຸ້ມຄອງ ແຫ່ງຊາດ ເພື່ອແກ້ໄຂ ຣະເບີດ ບໍ່ທັນແຕກ ຂອງລາວ ເວົ້າວ່າ:
"ບໍ່ພໍແນ່ນອນ ເພາະວ່າຕາມ ພວກເຮົາຄາດ ຄະເນນີ້ ຖ້າຈະໃຫ້ ປະຕິບັດ ບັນລຸໄດ້ ຕາມຄາດໝາຍ ທີ່ຣັຖບານ ກຳນົດ ຢ່າງໜ້ອຍ ພວກເຮົາ ຕ້ອງການ ງົບປະມານ ປີລະ 30 ລ້ານໂດລາ ແຕ່ທີ່ໄດ້ ປັດຈຸບັນນີ້ ຮອດປີ 2010 ໄທເຮົາໄດ້ ປະມານ 19 ລ້ານໂດລາ".
ນອກຈາກນີ້ ທ່ານກໍວ່າ ແມ່ນຂໍ້ມູນ ກ່ຽວກັບການ ເກັບກູ້ ແລະເຄື່ອງເກັບ ຣະເບີດ ທີ່ບໍ່ທັນສໄມ ກໍເປັນອຸປສັກ ໃນການເກັບກູ້ ຣະເບີດຢູ່ລາວ ເຮັດໃຫ້ການ ເກັບກູ້ລຳບາກ ແລະຊັກຊ້າ:
"ບັນຫາທີນຶ່ງ ນີ້ຂ້າພະເຈົ້າ ສັງເກດ ເຫັນວ່ານຶ່ງ ບັນຫາເຣື້ອງ ຂໍ້ມູນ ຂໍ້ມູນທີ່ຈະ ເກັບກູ້ນີ້ ອັນນີ້ຕ້ອງ ໄດ້ເຮັດວຽກ ໃຫ້ມັນຫລາຍຂຶ້ນ ຖັດມານີ້ ຂ້າພະເຈົ້າ ສັງເກດເຫັນ ທີ່ພາໃຫ້ ຫຍຸ້ງຍາກ ພາໃຫ້ມັນຊ້າ ມັນເຣື້ອງ ເທັກໂນໂລຢີ ທີ່ໃຊ້ເຂົ້າ ໃນການຜລິດ".
ທ່ານວ່າ ໃນ ປັດຈຸບັນ ນີ້ ເຄື່ອງມືທີ່ໃຊ້ ຊອກຫາຣະເບີດ ບໍ່ທັນແຕກ ນັ້ນ ບໍ່ສາມາດ ແຍກໄດ້ວ່າ ເປັນຣະເບີດ ຫລື ເປັນຊິ້ນສ່ວນ ສະເກັດຣະເບີດ. ໃນປັດຈຸບັນນີ້ ສ.ປ.ປ.ລາວ ມີພະນັກງານ ເກັບກູ້ ຣະເບີດ 3,000 ກວ່າ ຄົນ. ພະນັກງານ ຈຳນວນດັ່ງກ່າວ ບໍ່ພຽງພໍ ກັບຄວາມຕ້ອງການ ເນື່ອງຈາກວ່າ ການເກັບກູ້ ຣະເບີດ ບໍ່ທັນແຕກ ເປັນເຣື້ອງທີ່ ຣະອຽດອ່ອນ ແລະເປັນ ອັນຕະລາຍ ເຖິງແກ່ຊີວິດ ດັ່ງນັ້ນຕ້ອງໄດ້ ດຳເນີນໄປ ດ້ວຍຄວາມ ຣະມັດ ຣະວັງ.