ໝາກຜົນຈາກ ກອງປະຊຸມວຽງຈັນ

ກອງປະຊຸມ ວຽງຈັນ ໄດ້ຮັບຜົນດີ ສໍາລັບແຜນ ປະຕິບັດ ງານທໍາລາຍ ລະເບີດລູກຫວ່ານ
ໂພໄຊສວັດ
2010.11.15

ກົດຟັງສຽງ

ຣັຖບານ ຈາກ 100 ກວ່າ ປະເທດ ໄດ້ຕົກລົງ ຮັບເອົາແຜນ ປະຕິບັດງານ 66 ຂໍ້ ເພື່ອປ່ຽນເປັນ ກົດບັງຄັບ ໃນສົນທິ ສັນຍາ ວ່າດ້ວຍ ລະເບີດລູກຫວ່ານ ຢ່າງເປັນ ຮູປທັມ.

“ຖແລງການ ວຽງຈັນ” ແລະ “ແຜນ ປະຕິບັດງານ ວຽງຈັນ” ໄດ້ຖືກຮັບຮອງ ເອົາໃນກອງ ປະຊຸມຄັ້ງທຳອິດ ຂອງຣັຖພາຄີ ສົນທິສັນຍາ ລະເບີດລູກຫວ່ານ ຊຶ່ງສິ້ນສຸດລົງ ໃນມື້ວັນ ສຸກ ທີ 12 ພຶສຈິກາ 2010 ທີ່ນະຄອນ ຫລວງວຽງຈັນ, ໂດຍໄດ້ຕັ້ງ ເປັນມາຕຖານ ທີ່ຈະນຳມາ ກວດສອບຣັຖບານ ຫລັງຈາກ ກອງປະຊຸມ ເທື່ອນີ້ ເປັນຕົ້ນໄປ.

ຫລັງຈາກ ກອງປະຊຸມ ສິ້ນສຸດລົງ ດຣ. ທອງລຸນ ສີສຸລິດ ຮອງນາຍົກ ຣັຖມົນຕຣີ ແລະ ຣັຖມົນຕຣີ ການຕ່າງປະເທດ ສປປລາວ ໄດ້ເປີດການ ຖແລງຂ່າວ, ແລະວ່າ ກອງປະຊຸມ ເທື່ອນີ້ມີ ຄວາມໝາຍ ດ້ານປວັດສາດ ສູງ ສຳລັບລາວ ເພາະກອງປະຊຸມ ໄດ້ຕົກລົງ ຮັບຮອງເອົາ ເອກກະສານ ສຳຄັນ 4 ຢ່າງຄື:

1/-ຖແລງການວຽງຈັນ.

2/-ແຜນປະຕິບັດງານວຽງຈັນ.

3/-ແຜນປະຕິບັດງານ ປີ 2011.

4/-ຂໍ້ຕົກລົງ ກ່ຽວກັບ ການລາຍງານ ພາຍໃຕ້ ສົນທິສັນຍາ.

ທ່ານກ່າວອີກວ່າ ໃນກອງປະຊຸມ ເທື່ອນີ້ ໄດ້ມີ ເຈົ້າໜ້າທີ່ ຈາກ 121 ປະເທດຈຳນວນ 1,200 ຄົນ ເຂົ້າຮ່ວມຊຶ່ງ 40 ປະເທດໄດ້ ໃຫ້ສັຕຍາບັນ ຕໍ່ ສົນທິສັນຍາ, 47 ປະເທດລົງນາມ ໃນສົນທິສັນຍາ ແລະ 34 ປະເທດ ຍັງບໍ່ທັນ ລົງນາມ.

ໃນເວລາ ດຽວກັນນັ້ນ ຢູ່ໃນ ກອງປະຊຸມ ຫລາຍປະເທດ ກໍໄດ້ປະກາດ ໃຫ້ເງິນ ຊ່ວຍເຫລືອ ລາວ ໃນການ ເກັບກູ້ລະເບີດ ທີ່ບໍ່ທັນແຕກ ຮວມທັງໝົດ ປະມານ 30 ລ້ານ ໂດລາ ສະຫະຣັຖ, ໂດຍຜ່ານການ ຊ່ວຍເຫລືອລ້າ ແລະ ອົງການ ທີ່ບໍ່ສັງກັດ ຣັຖບານ ຕ່າງໆ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Nov 08, 2012 09:28 AM

ອາເມລິກາຄວນມີສ່ວນຮ່ວມ ເພາະ ຜ່ານມາໃຊ້ຫລາຍກ່ວາ ອັນລະເບີດລູກຫວ່ານ


[ຄໍາເຫັນນີ້ໄດ້ຖືກກວດແກ້ ໂດຍບັນນາທິການ ເອເຊັຽເສຣີ ອີງຕາມເງື່ອນໄຂການນໍາໃຊ້ ]