ເຣື້ອງທີ່ເກັບບັນທຶກໄວ້
2009-08-14
ຄົນງານລາວຈຳນວນຫລາຍ ທີ່ກັບຈາກການ ເຮັດວຽກຜິດກົດໝາຍ ໃນໄທ ບໍ່ຜ່ານດ່ານກວດເຂດ ຊາຍແດນ ເຮັດໃຫ້ການກວດ ຄົ້ນຫາຄົນຜູ້ນຳ ເຊື້ອໄຂ້ຫວັດໝູ ເຂົ້າປະເທດ ຍາກຂື້ນ.
2009-08-14
ການແກ້ໄຂບັນຫາ ນໍ້າເສັຽຈາກ ບໍ່ຄໍາພູເບັ້ຽ ໃນເຂດແຂວງວຽງຈັນ ໃຫລລົງສູ່ແມ່ນໍ້າ ຍັງບໍ່ແລ້ວເຕັມ 100 ເປີເຊັນເທື່ອ.
2009-08-13
ທາງສະພາຄວາມໝັ້ນຄົງ ສະຫະປະຊາຊາຕ ສືບຕໍ່ກາຣພິຈາຣະນາ ເພື່ອໃຫ້ມີກາຣ ຕົກລົງຢ່າງເປັນ ເອກສັນເປັນ ກາຣປະນາມກາຣ ພິພາກສາຂອງ ສາລພະມ້າ ໃຫ້ຍານາງ ອ໊ອງຊານຊູຈີ ຜູ້ນຳພັກຝ່າຍຄ້ານ ໃຫ້ມີຄວາມຜິດ ແລະຕັດສີນໃຫ້ ຈຳຄຸກນານ3ປີ ແຕ່ໃນຂນະດຽວກັນ ກໍມີກາຣໃຫ້ ອະພັຍໂທສໂດຽ ໃຫ້ເປັນໂທສກັກ ບໍຣິເວນ ໜື່ງປີເຄີ່ງນັ້ນ.
2009-08-13
ໃນຣາຍການຕອບຈົດໝາຍ ປະຈຳສັປດານີ້ ມີຈົດໝາຍທີ່ ໜ້າສົນໃຈມາຕື່ມອີກ ຈາກແຟນຣາຍການ “ລາວອິສຣະ USA” ຈົດໝາຍ ຄົນລາວ ຜູ້ບໍ່ປະສົງອອກຊື່ ແລະຈົດໝາຍຂອງທ່ານ ຄຳໃມ ທັມມະວົງສາ ຕິດຕາມດ້ວຍເພງ “ຈາກລາວເຖີງລາວ” ຂັບຮ້ອງໂດຍ “ແສງອາລູນ” ເຊີນທ່ານຮັບຟັງໄດ້ເລີຍ……….
2009-08-13
ປະຊາຊົນລາວ ໃຫ້ຄຳເຫັນວ່າ ການສໍ້ຣາສບັງຫລວງ ໃນລາວ ຍັງມີຫລາຍຢູ່ຄືເກົ່າ ຍ້ອນຂາດການ ປະຕິບັດກົດຫມາຍ ຕ້ານການສໍ້ຣາສບັງຫລວງ ຢ່າງເຂັ້ມງວດຈາກ ທາງຣັຖບານ, ຈຶ່ງເຮັດໃຫ້ການ ສໍ້ຣາສບັງຫລວງ ໃນລາວ ກາຍເປັນໂຣຄຊຳເຮື້ອ ເທົ່າທຸກວັນນີ້ ແຕ່ເຈົ້າຫນ້າທີ່ຣັຖ ພັດເວົ້າວ່າ ການສໍ້ຣາສບັງຫລວງ ໃນລາວຜ່ອນລົງແດ່ແລ້ວ ຍ້ອນມີຫນ່ວຍງານ ກວດສອບໃນ ແຕ່ລະແຂວງ.
2009-08-13
ສະມາຊິກສະພາສູງ ສະຫະຣັຖ ອາເມຣິກາ ທ່ານ Jim Webb ຈາກຣັຖ Virginia ເດີນທາງໄປເຖິງ ນະຄອນຫລວງວຽງຈັນ.
2009-08-13
ໂຄງການສ້າງເຂື່ອນ ໄຟຟ້ານ້ຳເທີນ2 ບໍ່ພຽງແຕ່ສົ່ງຜົນ ກະທົບຕໍ່ທັມມະຊາດ ແລະສິ່ງແວດລ້ອມ ເທົ່ານັ້ນ ແຕ່ຫາກຍັງສ້າງ ຄວາມເດືອດຮ້ອນ ໃຫ້ແກ່ ປະຊາຊົນ ນຳອີກ.
2009-08-12
ຫ້ອງການພລັງງານ ແລະບໍ່ແຮ່ ແຂວງຊຽງຂວາງ ທາງພາກເໜືອຂອງລາວ ເຜີຍວ່າຂນະນີ້ມີ ບໍຣິສັດເອກກະຊົນ ຫລາຍບໍຣິສັດ ທັງໃນແລະຕ່າງປະເທດ ຄື: ຈີນ ວຽດນາມ ແລະເກົາຫລີໃຕ້ ເລີ້ມໂຄງການສໍາຣວດບໍ່ແຮ່ ໃນແຂວງຊຽງຂວາງ ເປັນຕົ້ນແຮ່ເຫລັກ ຄໍາ ທອງແດງ ແລະຖ່ານຫີນ.
2009-08-12
ສານເຄມີຈາກ ບໍ່ຄຳພູເບັ້ຍ ໄຫລລົງໃສ່ແມ່ນ້ຳ ເຮັດໃຫ້ປາແລະສັດ ຕາຍເປັນຈຳນວນຫລາຍ
2009-08-12
ມາເລເຊັຽ ຮຽກຮ້ອງໃຫ້ ຊາວອາຊຽນ ປະຊຸມສຸກເສີນ ກ່ຽວກັບບັນຫາຄະດີ ມາດາມ ອັອງຊານ ຊູ ຈິ.
2009-08-12
ກາຣຕັດສີນຄະດີ ຂອງທາງກາຣສາລພະມ້າ ໃຫ້ຍານາງ Aung San Suu-kyi ຜູ້ນຳພັກຝ່າຍຄ້ານ ຈຳຄຸກຕື່ມອີກສາມປີ ໃນຂໍ້ຫາ ມີຄວາມຜິດຕໍ່ ກົດຣະບຽບກາຣ ກັກບໍຣິເວນ ໃນມື້ວັນອັງຄາຣ ທີ່11 ສີງຫານີ້ນັ້ນ ເຮັດໃຫ້ຜູ້ນຳ ໃນບັນດາປະເທສ ຕາເວັນຕົກ ບໍ່ເພີ່ງພໍໃຈ ແລະຍີ່ງຈະເຮັດໃຫ້ ພະມ້າ ຢູ່ຢ່າງໂດດດ່ຽວ... ດັ່ງ:ຫວາດ ສີມູນ ຈະນຳມາສເນີ ໃນອັນດັບຕໍ່ໄປ.
2009-08-12
ກົດຫມາຍການລົງທືນ ສະບັບໃຫມ່ຂອງລາວ ຈະເຮັດໃຫ້ມີຄວາມ ສະດວກແລະງ່າຍ ໃນການລົງທືນໃນລາວ ພ້ອມທັງຈະຊ່ອຍ ຊຸກຍູ້ໃຫ້ມີການ ລົງທືນຫລາຍຂື້ນ.
2009-08-12
ເຈົ້າຫນ້າທີ່ດ່ານພາສີ ສນາມບີນວັດໄຕ ກວດພົບຢາເສບຕິດ ປະເພດຝີ່ນແຫ້ງ ອັດແທ່ງ ນ້ຳຫນັກກວ່າ4ກິໂລ ທີ່ເຊື່ອງໄວ້ ໃນກັບເຄື່ອງແຕ່ງຫນ້າ ຈະສົ່ງຜ່ານທາງໄປສະນີ ເຂົ້າສະຫະຣັຖ ອະເມຣິກາ.
2009-08-11
ມາດາມ ອັອງຊານຊູຈີ ຫົວໜ້າພັກ ຝ່າຍຄ້ານຂອງພະມ້າ ຖືກສານພະມ້າ ຕັດສີນລົງໂທດ ໃຫ້ຢູ່ເຮືອນກັກ ບໍຣິເວນ ເປັນເວລາ 18 ເດືອນຕື່ມອີກ ໃນວັນອັງຄານນີ້.
2009-08-11
ຣັຖບານພັດຖີ່ນພະມ້າ ເປີດປະຊຸມກັນຢູ່ກຸງ Jakarta ປະເທດອິນໂດເນເຊັຽ ເພື່ອຫາຣືແຜນການ ໃຫ້ພະມ້າ ປ່ຽນແປງສູ່ ປະຊາທິປະໄຕ.