ມາດາມ ອັອງຊານຊູຈີ ຖືກໂທດອີກ 18 ເດືອນ

ມາດາມ ອັອງຊານຊູຈີ ຫົວໜ້າພັກ ຝ່າຍຄ້ານຂອງພະມ້າ ຖືກສານພະມ້າ ຕັດສີນລົງໂທດ ໃຫ້ຢູ່ເຮືອນກັກ ບໍຣິເວນ ເປັນເວລາ 18 ເດືອນຕື່ມອີກ ໃນວັນອັງຄານນີ້.
ສົມເນ
2009.08.11
F-Burma ຕຳຣວດພະມ້າຕັ້ງດ່ານກວດຄົນເຂົ້າອອກຕາມຖນົນທີ່ ນຳໄປສູ່ Insein jail at Insein Township in Yangon on August 11, 2009.
Photo: AFP

ໃນວັນອັງຄານນີ້ ສານຂອງພະມ້າ ໄດ້ຕັດສີນລົງໂທດ ມາດາມ ອັອງຊານຊູຈີ ຜູ້ນໍາພັກຝ່າຍຄ້ານ ຂອງພະມ້າໃຫ້ ຈໍາຄຸກ3ປີ ແຕ່ວ່າຫົວໜ້າ ທະຫານພະມ້າ ທ່ານນາຍ ພົນທັນສະເວ ໄດ້ຜ່ອນໂທດໃຫ້ ຍານາງ ຈາກການຕິດຄຸກ ລົງມາເປັນໃຫ້ຢູ່ ໃນເຮືອນກັກບໍຣິເວນ ເປັນເວລາ18ເດືອນ.

ສານພະມ້າຕັດສີນໃຫ້ ມາດາມ ອັອງຊານຊູຈີ ຮັບໂທດຕິດຄຸກ 3ປີ ໃນຂໍ້ຫາວ່າ ຣະເມີດເງື່ອນໄຂ ເຮືອນກັກບໍຣິເວນ ຫລັງຈາກຊາວ ອາເມຣິກັນ ຄົນນຶ່ງທ່ານ John yettaw ໄດ້ລັກລອຍຂ້າມນໍ້າ ເຂົ້າໄປຍັງບ້ານພັກ ຂອງນາງເມື່ອເດືອນ ພຶສພາ ຜ່ານມາແລະ ທາງການພະມ້າ ຈັບໄດ້.

ໃນຂນະດຽວກັນ ສານໄດ້ຕັດສີນ ໃຫ້ທ່ານ Yettaw ຖືກໂທດກັກຂັງ ຢູ່ໃນແຄັມອອກ ແຮງງານໜັກເປັນ ເວລາ7ປີ 3ປີ ແມ່ນໃນຂໍ້ຫາວ່າ ຣະເມີດກົດໝາຍ ວ່າດ້ວຍ ຄວາມປອດໄພ 3ປີ ໃນຂໍ້ຫາຣະເມີດ ກົດຣະບຽບຄົນ ຕ່າງດ້າວເຂົ້າເມືອງ ແລະນຶ່ງປີ ແມ່ນຂໍ້ຫາຣະເມີດ ກົດຣະບຽບ ຂອງເທສບານ ກ່ຽວກັບລອຍນໍ້າ ໄປຍັງເຂດ ຫວງຫ້າມ.

ມາດາມ ອັອງຊານຊູຈີ ໄດ້ຢູ່ເຮືອນກັກ ບໍຣິເວນເປັນ ເວລາ14ປີມາແລ້ວ ໃນຈໍານວນ20ປີ ຫລັງໆມານີ້ ນັບຕັ້ງແຕ່ຣັຖບານ ທະຫານພະມ້າ ປະຕິເສດບໍ່ໃຫ້ ຍານາງ ຕັ້ງຣັຖບານຂື້ນ ຫລັງຈາກທີ່ ພັກສັນນີບາດ ເພື່ອປະຊາທິປະໄຕ ແຫ່ງຊາດຂອງນາງ ໄດ້ຮັບໃຊຊະນະ ໃນການເລືອກຕັ້ງ ທົ່ວປະເທດເມື່ອປີ 1990.

ຝ່າຍທະຫານໄດ້ ຂື້ນຄອງອໍານາດ ໃນປະເທດພະມ້າ ນັບຕັ້ງແຕ່ປີ1961 ເປັນຕົ້ນມາ. ນັກວິເຄາະທາງ ດ້ານການເມືອງ ໃຫ້ທັສນະວ່າ ການທີ່ຣັຖບານ ທະຫານພະມ້າ ຕັດສີນໃຫ້ ມາດາມ ອັອງຊານຊູຈີ ຮັບໂທດຢູ່ເຮືອນ ກັກບໍຣິເວນ ຕື່ມອີກ18ເດືອນ ກໍເທົ່າກັບວ່າ ຕັດສິດຂອງນາງ ເພື່ອບໍ່ໃຫ້ມີສ່ວນ ໃນການເລືອກຕັ້ງ ທົ່ວປະເທດຊຶ່ງ ຄາດວ່າຈະມີຂື້ນ ພາຍໃນປີ 2010ນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.