ທະຫານໄທໃຊ້ກໍາລັງ ຜິດຕໍ່ກົດໝາຍສາກົນ
2010.05.19

ອົງການ ນິຣະໂທດກັມ ສາກົນ ກ່າວຫາວ່າ ກຳລັງທະຫານໄທ ໃນມື້ວັນ ອັງຄານ ທີ 18 ພຶສພາ 2010 ນີ້ວ່າ ຣັຖບານ “ໃຊ້ກໍາລັງອາວຸດ ຮຸນແຮງປາບປາມ ກຸ່ມປະທ້ວງ ຕໍ່ຕ້ານຣັຖບານ ຈົນເຮັດໃຫ້ມີ ຜູ້ເສັຍຊີວິດ 38 ຄົນ ແລະບາດເຈັບ 279 ຄົນແລ້ວ ໃນລະຍະນຶ່ງ ສັປດາທີ່ຜ່ານມາ. ອີງຕາມລາຍງານ ຂ່າວ AFP ວັນທີ 18 ພຶສພາ 2010.
ອົງການ ນິຣະໂທດກັມ ສາກົນ ທີ່ມີສູນກາງ ຢູ່ນະຄອນຫລວງ ລອນດອນ ປະເທດອັງກິດ ກ່າວວ່າ ກຳລັງທະຫານໄທ ຝ່າຝືນກົດໝາຍ ໃນການໃຊ້ ລູກປືນແທ້ ຍິງໃສ່ກຸ່ມ ຊຸມນຸມປະທ້ວງ ໃນທົ່ວນະຄອນ ຫລວງບາງກອກ ຈົນກໍ່ໃຫ້ເກີດ ການປະທະກັນ ຮຸນແຮງ ເປັນເວລາ 5 ມື້ເພື່ອປິດລ້ອມ ເຂດປະທ້ວງຂອງ “ກຸ່ມຄົນເສື້ອແດງ.
ທ່ານ Benjamin Zawacki ຈາກອົງການ ນິຣະໂທດກັມ ປະເທດໄທ ກ່າວວ່າ “ຜູ້ທີ່ຢູ່ໃນ ເຫດການ ແລະ ວີດີໂອໄດ້ ບັນທຶກຮູບພາບ ຢ່າງແຈ່ມແຈ້ງ ເຫັນທະຫານ ຍິງລູກປືນແທ້ໃສ່ ຜູ້ຄົນປະທ້ວງ ທີ່ບໍ່ມີອາວຸດ ຊື່ງບໍ່ໄດ້ເປັນ ອັນຕະລາຍແກ່ ທະຫານຫລື ບຸກຄົນອື່ນໆເລີຍ”. ທ່ານກ່າວໃນຖແຫລງ ການອີກວ່າ “ເຫດການນີ້ເປັນການ ລະເມີດ ສິດທິມະນຸດ ທີ່ຮຸນແຮງ ສິດທິໃນການ ມີຊີວິດຢູ່”.
ຣັຖບານໄທ ກ່າວວ່າ ທາງການກຳລັງ ຕໍ່ສູ້ກັບກຸ່ມ ຜູ້ກໍ່ການຣ້າຍ ທີ່ແຝງຕົວກັບ ກຸ່ມຜູ້ປະທ້ວງ ຊຶ່ງເປັນພວກທີ່ ຕ້ອງຮັບຜິດຊອບ ໃນການເສັຍຊີວິດ ແລະບາດເຈັບຂອງ ພົລເຮືອນ.
ເຖິງຢ່າງໃດກໍຕາມ ອົງການ ນິຣະໂທດກັມ ກ່າວວ່າມືປືນ ຂອງກອງທັບໄດ້ ຂ້າເຈົ້າໜ້າທີ່ ພຍາບານສອງຄົນ ທີ່ໃສ່ຊຸດຂາວ ເພື່ອຊ່ວຍເຫລືອຜູ້ ບາດເຈັບ ພ້ອມກັບເດັກ ນ້ອຍ ຜູ້ຊາຍອາຍຸ 17 ປີ.
ນອກຈາກນີ້ ອົງການ ສິດທິມະນຸດ ທີ່ມີສູນກາງ ຢູ່ນິວຢອກ ສະຫະຣັຖ ກໍວ່າການທີ່ ທາງການໄທ ປະກາດໃຊ້ ລູກປືນແທ້ ໃນບາງເຂດ ກໍຝ່າຝືນ ສິດທິມະນຸດ ຢ່າງຮຸນແຮງແລ້ວ.