ສະຫະຣັຖຊອກຊ່ອງທາງ ເຈຣະຈາກັບພະມ້າ
2010.11.16

ກົດຟັງສຽງ
ສະຫະຣັຖ ມີແຜນການ ທີ່ຈະຈັດ ການຫາລື ກັບ ຣັຖບານ ທະຫານພະມ້າ ໃນຂນະທີ່ ສະຫະຣັຖ ປະເມີນ ການລົງໂທດ ຂອງຕົນ ຕໍ່ພະມ້າ ພາຍຫລັງ ໄດ້ມີການ ປ່ອຍຕົວ ຜູ້ນໍາ ປະຊາທິປະໄຕ, ຍານາງ ອັອງ ຊານ ຊູ ຈິ, ອີງຕາມ ຣາຍງານ ຂອງກະຊວງ ການຕ່າງປະເທດ ສະຫະຣັຖ.
ທ່ານ ພີ ເຈ ຄໂຣເລ, ໂຄສົກ ກະຊວງການ ຕ່າງປະເທດ ສະຫະຣັຖ, ກ່າວວ່າ ພວກທ່ານ ຈະຈັດການ ປະຊຸມ ໃນບໍ່ເທົ່າໃດ ອາທິດນີ້, ຊຶ່ງປັດຈຸບັນ ຣັຖບານ ກຸງ ວໍຊິງຕັນ ພວມຕິດຕາມ ຢ່າງໃກ້ຊິດ ວ່າ ຍານາງ ອັອງ ຊານ ຊູ ຈິ ນັ້ນ ໄດ້ຮັບການ ບົວຣະບັດດີ ຫລືບໍ ໂດຍຣັຖບານ ທະຫານພະມ້າ.
ແລະ ສະຫະຣັຖ ກໍໄດ້ກຽມພ້ອມ ຫລາຍຢ່າງ ໃນການສ້າງ ສາຍສັມພັນ ກັບພະມ້າ ແຕ່ວ່າ ຍັງມີຫລາຍຢ່າງ ທີ່ພະມ້າ ຈະຕ້ອງໄດ້ ປະຕິບັດ, ຊຶ່ງຈະຕ້ອງໄດ້ ເຮັດຕື່ມອີກ ຫລາຍຢ່າງ ແລະ ບໍ່ແມ່ນພຽງ ແຕ່ການກະທໍາ ພຽງຢ່າງດຽວ ເທົ່ານັ້ນ ເພື່ອປ່ຽນ ນະໂຍບາຍ ຂອງ ສະຫະຣັຖ.
ເຖິງຢ່າງໃດ ກໍຕາມ, ທ່ານ ຄໂຣເລ ກໍບໍໄດ້ໃຫ້ ຣາຍລະອຽດ ເພີ້ມຕື່ມ ກ່ຽວກັບ ຄວາມຫວັງ ຂອງ ສະຫະຣັຖ ສໍາລັບ ການເຈຣະຈາ ເພີ້ມຕື່ມ, ຊຶ່ງເປັນການ ສືບຕໍ່ ການຫາລື ຫລາຍໆຄັ້ງ ຕິດຕໍ່ກັນມາ ທີ່ບໍ່ໄດ້ ຮັບຜົນ ສໍາເຣັດຫຍັງ ຣະຫວ່າງ ເຈົ້າໜ້າທີ່ ສະຫະຣັຖ ແລະ ພະມ້າ ທີ່ມີມາ ພາຍຫລັງ ທີ່ ປະທານາທິບໍດີ ບາຣັກ ໂອບາມາ ເອົາຮັບຕໍາແໜ່ງ.