ກາຣເລືອກຕັ້ງໃນພະມ້າ ວັນທີ 7 ພຶສຈິກາ
2010.11.12

ກົດຟັງສຽງ
ການເລືອກຕັ້ງ ທີ່ບໍ່ມີ ປະຊາທິປະໄຕ ແລະ ຂາດຄວາມ ໂປ່ງໃສ ຊຶ່ງກໍແມ່ນ ພັກກາຣເມືອງ ທີ່ຈັດຕັ້ງກັນ ຂຶ້ນໃໝ່ ໂດຽກາຣ ສນັບສນູນ ຂອງ ຣັຖບາລ ທະຫາຣພະມ້າ ເປັນຝ່າຍຊະນະ ຢ່າງຖ້ວມລົ້ນ ຕາມການຄາດ ໝາຍນັ້ນ ແລະ ປັຈຈຸບັນນີ້ ປາກົດວ່າ ທາງກາຣພະມ້າ ກໍກຳລັງ ຕຣຽມກາຣທີ່ ຈະເຂົ້າປາບປາມ ກຸ່ມປະກອບ ອາວຸທ ຂອງຊົນເຜົ່າ ສ່ວນນ້ອຍຕ່າງໆ ທີ່ດຳເນີນ ກາຣຕໍ່ຕ້ານ ຣັຖບາລ ໃນຫລາຍສິບປີ ຜ່ານມາ ແລ້ວນັ້ນ.
ໃນມື້ວັນຈັນ ຜ່ານມາ ທີ່ກາຣເລືອກຕັ້ງ ເທື່ອທຳອິດ ໃນຣະຍະ 20, ຜ່ານພົ້ນໄປ ພຽງໜຶ່ງມື້ ເທົ່ານັ້ນ ກໍມີກາຣ ປະທະກັນ ຣະຫວ່າງກຳລັງ ຂອງ ຝ່າຍຣັຖບາລ ແລະສ່ວນໜຶ່ງ ຂອງກຸ່ມ ປະກອບອາວຸທ ອັນເປັນເຫຕ ໃຫ້ມີຊາວ ອົພຍົພ ຊົນເຜົ່າຕ່າງໆ ຂອງພະມ້າ ຫລັ່ງໄຫລເຂົ້າ ໄປໃນເຂຕ ຊາຍແດນໄທ ບໍ່ຕໍ່າກວ່າ 20,000 ຄົນ.
ກາຣປະທະກັນ ດັ່ງກ່າວນີ້ ທາງກຳລັງ ປະກອບອາວຸທ ຂອງຊົນກຸ່ມນ້ອຍ ກໍມີກາຣ ຕຣຽມພ້ອມ ເຊັ່ນກັນ ດ້ວຍກາຣ ເຊັນສັນຍາ ເຂົ້າຮ່ວມເປັນ ພລັງດຽວກັນ ກ່ອນກາຣເລືອກຕັ້ງ. ນອກຈາກບັນຫາ ກາຣເຂົ້າຮ່ວມກຸ່ມ ຂອງ ຊົນເຜົ່າ ສ່ວນນ້ອຍ ດັ່ງກ່າວນີ້ ແລ້ວ ທາງ ຣັຖບາລໃໝ່ ຂອງພະມ້າ ຍັງຈະຕ້ອງ ປະສົບກັບ ບັນຫາ ເຣື້ອງກາຣຕິຕຽນ ຈາກ ປະຊາຄົມ ໂລກ ທີ່ວ່າ ກາຣເລືອກຕັ້ງ ຖືກດຳເນີນໄປ ໂດຽບໍ່ຊອບທັມ ພ້ອມກັບກາຣ ຕໍ່ຕ້ານຂອງ ປະຊາຊົນ ໂດຽສະເພາະ ພັກກາຣເມືອງ ຂອງ Mme Aung San Suu-kyi ເຖິງແມ່ນວ່າ ຖືກຍຸບໄປ ແລ້ວນັ້ນກໍຕາມ ແຕ່ບັນດາ ສະມາຊິກ ເກົ່າຍັງສືບຕໍ່ ກາຣຮຽກຮ້ອງ ໃຫ້ມີ ປະຊາທິປະໄຕ ໃນພະມ້າ ຢູ່ຄືເກົ່າ.
ໃນຂນະດຽວກັນ ນີ້ Mme Aung San Suu-kyi ທີ່ອາຈຈະ ຖືກປ່ອຍເປັນ ອິສຣະ ຍ້ອນຄົບກຳໜົດ ຂອງກາຣກັກ ບໍຣິເວນ ໃນມື້ວັນເສົາ ທີ່ 13 ພຶສຈິກາ ນີ້ນັ້ນ ກໍຢືນຢັນ ທີ່ຈະໃຫ້ ຄວາມຮ່ວມມື ກັບ ປະຊາຊົນ ເພື່ອເປີດເຜີຽ ຄວາມຈິງ ກ່ຽວກັບກາຣ ທຸຈຣິຕ ແລະ ສໍ້ໂກງບັຕ ຄະແຄນສຽງ ຂອງກາຣ ເລືອກຕັ້ງ ທີ່ຜ່ານມາ ດັ່ງກ່າວນີ້.