ເສື້ອແດງສເນີ ໃຫ້ຢຸດຍິງ
2010.05.18
ຜູ້ນຳກຸ່ມປະທ້ວງ ຕໍ່ຕ້ານ ຣັຖບານໄທ “ກຸ່ມຄົນເສື້ອແດງ” ຮຽກຮ້ອງຕໍ່ທີ່ ປຶກສາສູງສຸດ ຂອງ ນາຍົກຣັຖມົນຕຣີໄທ ໃນມື້ວັນຈັນ ທີ 17 ພຶສພາ 2010 ນີ້ ສເນີໃຫ້ຢຸດຍິງ ຫລັງຈາກເກີດການ ປະທະກັນຫລາຍ ມື້ຕິດຕໍ່ກັນ ໃນກາງເມືອງຫລວງ ບາງກອກ, ອີງຕາມລາຍງານ ຂອງແຫລ່ງຂ່າວ AFP ມື້ວັນຈັນທີ 17 ພຶສພາ 2010.
ທ່ານ ກຣອບສັກ ສະພາວະສຸ ເລຂາທິການ ນາຍົກຣັຖມົນຕຣີໄທ ເປີດເຜີດວ່າ ຜູ້ນຳການປະທ້ວງ “ກຸ່ມຄົນເສື້ອແດງ” ທ່ານ ນັດທະວຸດ ສາຍເກື້ອ ໄດ້ຕິດຕໍ່ທາງ ໂທຣະສັບ ສເນີວ່າຈະ ຮຽກຮ້ອງໃຫ້ ຜູ້ຊຸມນຸມປະທ້ວງ ທີ່ກະຈາຍກັນ ໄປທົ່ວໃນເມືອງຫລວງ ບ່ອນທີ່ມີການ ປະທະກັນ ເຂົ້າມາໃນສູນ ກາງທັງໝົດ.
ທ່ານ ກຣອບສັກ ບອກກັບຜູ້ສື່ຂ່າວ ວ່າທ່ານ ນັດທະວຸດ ຈະຮຽກຮ້ອງໃຫ້ ຜູ້ຊຸມນຸມປະທ້ວງ ທີ່ກະຈາຍກັນ ໄປທົ່ວໃນເມືອງຫລວງ ເຂົ້າມາໃນສູນກາງ ຊຸມນຸມເຂດ ຣາຊປະສົງທັງໝົດ ຫາກກອງທະຫານ ຢຸດຍິງ ໃສ່ກຸ່ມປະທ້ວງ.
ທ່ານ ກຣອບສັກ ກ່າວອີກວ່າ ຫາກທ່ານ ນັດທະວຸດ ສັ່ງໃຫ້ກຸ່ມຜູ້ ຊຸມນຸມເຂົ້າມາ ຮວມກັນຢູ່ເຂດ ຣາຊປະສົງ ແລະຢຸດຕິການ ຕໍ່ຕ້ານໃນເຂດ ອ້ອມແອ້ມບາງກອກ ທະຫານກໍຈະ ຢຸດຍິງເພາະພວກ ທະຫານບໍ່ໄດ້ ລ່ວງລ້ຳເຂົ້າໄປ ໃນເຂດຣາຊປະສົງ ທີ່ໝັ້ນຂອງກຸ່ມ ປະທ້ວງ.
ທ່ານ ກຣອບສັກ ກ່າວຕື່ມອີກວ່າ ການປະທະກັນ ຮຸນແຮງເກີດຂື້ນ ຍ້ອນວ່າ ກຸ່ມປະທ້ວງຂຍາຍ ວົງອອກຈາກເຂດ ຣາຊປະສົງ ບ່ອນທີ່ຖືກ ທະຫານປິດລ້ອມ. ແຕ່ທ່ານກໍບໍ່ ຍອມຕອບຄຳຖາມ ຂອງຜູ້ສື່ຂ່າວທີ່ ຖາມວ່າ ຖ້າຫາກວ່າກຸ່ມ ປະທ້ວງກັບຄືນ ມາຮວມຕົວກັນ ຢູ່ເຂດຣາຊປະສົງ ແລ້ວ ຣັຖບານຈະຍອມ ເຈຣະຈາກັບ ກຸ່ມປະທ້ວງ ຕາມທີ່ ກຸ່ມປະທ້ວງ ສເນີນັ້ນຫລືບໍ່.