ອາຈມີການລ່ວງລະເມີດ ສິທທິມະນຸສໃນໄທ

ຫົວໜ້າອົງກາຣ ສະຫະປະຊາຊາຕ ດ້ານສິທທິ ມະນຸສຍະຊົນ ນາງ Navi Pillay ໄດ້ສເນີ ໃຫ້ມີກາຣ ຈັດຕັ້ງອົງກາຣ ອິສຣະ ເປັນກໍຣະນີ ພິເສດ ເພື່ອດໍາເນີນ ກາຣສືບສວນ ສອບສວນ ເຫຕກາຣຄວາມ ບໍ່ສງົບ ໃນປະເທສໄທຽ ທີ່ວ່າມີ ກາຣລະເມີດ ສິທທິມະນຸສ.
ຫວາດ ສີມູນ
2010.06.01

ໃນຣະຫວ່າງ ທີ່ມີກາຣ ປາບປາມ ກຸ່ມປະທ້ວງ ໃນໄທໃນເດືອນ ທີ່ຜ່ານມານັ້ນ ອາຈມີການລ່ວງ ລະເມີດ ສິດທິມະນຸສ.

ນາງ Pillay ໄດ້ກ່າວທີ່ ກອງປະຊຸມຂອງ ຄນະກັມມະກາຣ ດ້ານສິທທິມະນຸສ ແລະ ກໍຍອມຮັບວ່າ ຣັຖບາລ ຂອງທ່ານ ອະພິສິທ ເວຊຊາຊີວະ ນາຍົກ ຣັຖມົນຕຣີໄທຽ ກໍພຍາຍາມ ຫາວິທີທາງ ແກ້ໄຂບັນຫາ ກາຣຂັດແຍ່ງທາງ ກາຣເມືອງ ພ້ອມກັບມີໜ້າທີ່ ຮັບຜິດຊອບ ໃນດ້ານຮັກສາ ກົດໝາຍ ອັນເປັນເຫຕໃຫ້ ທາງເຈົ້າໜ້າທີ່ ໄດ້ເຂົ້າໄປ ໃນເຂຕພື້ນທີ່ ທີ່ເກີດມີກາຣ ປະທະກັນ ຈົນເຮັດໃຫ້ມີຜູ້ ເສັຽຊີວີດຍ້ອນ ບໍ່ຕໍ່າກວ່າ 89 ຄົນ ແລະໄດ້ຮັບບາດເຈັບ ເກືອບຮອດ 1,900 ນັ້ນ.

ກ່ຽວກັບເຣື່ອງນີ້ ທ່ານສີຫະສັກ ພວງເກຕແກ້ວ ເອກອັຄຣາຊທູຕໄທຽ ປະຈຳອົງກາຣ ສະຫະປະຊາຊາຕ ກໍວ່າ ຣັຖບາລໄທຽ ພ້ອມທີ່ຈະຮັບ ຜິດຊອບ ທຸກກໍຣະນີ ທີ່ມີຜູ້ເສັຽ ຊີວີຕ ຈາກກາຣສລາຍກຸ່ມ ຜູ້ຊຸມນຸມດັ່ງກ່າວ.

ຢ່າງໃດກໍຕາມ ທ່ານສີຫະສັກ ໄດ້ກ່າວເນັ້ນວ່າ ກາຣທີ່ທາງເຈົ້າ ໜ້າທີ່ຮັກສາ ຄວາມໝັ້ນຄົງ ໄດ້ເຂົ້າໄປເຄລັຽ ພື້ນທີ່ ເພື່ອກົດດັນໃຫ້ ກຸ່ມປະທ້ວງຍຸຕິ ແລະສລາຍຕົວອອກ ໄປນັ້ນ ເປັນມາຕກາຣ ສຸດທ້າຍ ແລະມີກາຣ ປະຕິບັຕຕາມ ມາຕຖານ ຣະຫວ່າງປະເທສ ຢ່າງແທ້ຈິງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.