ຜູ້ນໍາຄົນເສື້ອແດງ ຖືກຍິງອາການສາຫັດ

ຜູ້ນໍາ ຄົນເສື້ອແດງ ທີ່ປະທ້ວງ ຢູ່ບາງກອກ ຖືກຍິງໄດ້ ຮັບບາດເຈັບ ສາຫັດ.
ໂພໄຊສວັດ
2010.05.13
F-kittiya ນາຍພົນຕຣີ ຄັຕຕິຍະ ສວັດດີພົນ (ຜູ້ນຸ່ງເຄື່ອງແບບທະຫານ) ຜູ້ເປັນແກນນໍາ ຂອງກຸ່ມປະທ້ວງ ຄົນເສື້ອແດງ ຖືກລອບຍິງ ອາການສາຫັດ
RFA

ກຸ່ມ “ຄົນເສື້ອແດງ” ທີ່ປະທ້ວງຢູ່ ບາງກອກ ປະທະກັບກອງ ກຳລັງຮັກສາ ຄວາມສງົບ ໃນຄືນວັນພຣະຫັດ ທີ 13 ພຶສພາ 2010 ນີ້ ຈົນເຮັດໃຫ້ມີ ຜູ້ປະທ້ວງ ເສັຍຊີວິດນຶ່ງຄົນ ແລະ ໄດ້ຮັບບາດເຈັບອີກ ຈຳນວນຫລາຍ; ຜູ້ທີ່ໄດ້ຮັບບາດເຈັບ ທີ່ສຳຄັນກໍແມ່ນ ນາຍພົນ ກັດຕິຍະ ສວັດດີຜົນ ຫລື ສະແດງ ຊຶ່ງເປັນແກນນຳ ຫົວຮຸນແຮງ ຂອງພວກ ກຸ່ມຄົນເສື້ອແດງ ທີ່ໃຫ້ສຳພາດ ແກ່ນັກຂ່າວຕ່າງ ປະເທດ ກ່ອນທີ່ຈະຖືກຍິງ ບໍ່ດົນວ່າ: “ພວກເສື້ອແດງ ຈະບໍ່ຍອມຈຳນົນ ງ່າຍໆ ຈະຕໍ່ສູ້ຈົນເຖິງ ທີ່ສຸດ ແລະການຕໍ່ສູ້ເທື່ອນີ້ ອາດກາຍເປັນ ສົງຄາມກາງເມືອງ”.

ການປະທະກັນ ມີຂື້ນຫລັງຈາກທີ່ ນາຍົກ ຣັຖມົນຕຣີໄທ ທ່ານ ອະພິສິດ ເວຊາຊີວະ ປະກາດຍົກເລີກ ແຜນການເລືອກຕັ້ງ ຊຶ່ງກະໃສ່ເດືອນ ພຶສຈິກາ ນີ້ ເພາະວ່າ ກຸ່ມຊຸມນຸມ ປະທ້ວງບໍ່ຍອມ ສລາຍຕົວ, ແລະ ທ່ານກໍໄດ້ສັ່ງໃຫ້ ກອງກຳລັງຮັກສາ ຄວາມສງົບ ເຂົ້າໄປປິດລ້ອມ ບໍລິເວນຊຸມນຸມ ປະທ້ວງເພື່ອ ນຳສະພາບ ປົກກະຕິກັບມາ ໂດຍໄວ.

ໂຄສົກຈາກກອງທັບ ເປີດເຜີຍວ່າ ທາງການຈະໃຊ້ ກຳລັງທະຫານ ມາອ້ອມ ບ່ອນປະທ້ວງ ໃນກາງບາງກອກ ຊຶ່ງຈະມີທັງຣົດຖັງ, ຣົດຍານເກາະ. ໂຄສົກກ່າວໃນຕອນນຶ່ງວ່າ:

"ຜູ້ທີ່ຢູ່ໃນ ສະຖານທີ່ ຂອບສີ່ຫລ່ຽມ ຈະອະນຸຍາດ ໃຫ້ອອກຈາກ ສະຖານທີ່ໄດ້ ແຕ່ຈະກັບເຂົ້າ ໄປອີກບໍ່ໄດ້ ແລະ ທີ່ເຮົາເລີ້ມຕົ້ນ ບັງຄັບໃຊ້ກົດໝາຍ ແຕ່ມື້ນີ້ ເປັນຕົ້ນໄປນັ້ນ ເປັນຄວາມພຍາຍາມ ຢ່າງທີ່ສຸດ ແລ້ວ ເພື່ອປ້ອງກັນບໍ່ໃຫ້ ເກີດຄວາມສູນເສັຍ ຊີວິດແລະຊັບສິນ.

ນອກຈາກນີ້ ກຳລັງທະຫານ ກໍຈະໄດ້ຮັບ ອະນຸຍາດໃຫ້ໃຊ້ ລູກປືນແທ້ ແລະ ມືປືນກໍຈະຖືກ ສົ່ງເຂົ້າມາຊ່ວຍ ຫາກມີ ຜູ້ກໍ່ການຮ້າຍ ແອບແຝງຢູ່ໃນກຸ່ມ ຜູ້ປະທ້ວງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Jun 15, 2010 09:51 PM

He is not a leader of UDD but a participant.

Anonymous
Jun 15, 2010 09:53 PM

He is not a leader of UDD in Thailand but a participant only.