ຈີນວ່າພາກສ່ວນກ່ຽວຂ້ອງ ແຫຼມເກົາຫລີຕ້ອງໃຈເຢັນ
2010.05.26

ທາງກະຊວງກາຣ ຕ່າງປະເທສ ສປຈີນ ພຍາຍາມບໍ່ໃຫ້ ຖືກແກ່ດຶງເຂົ້າ ກ່ຽວກັບບັນຫາ ຂອງເຮືອຣົບ ລາດຕະເວນ ເກົາຫລີໃຕ້ ທີ່ຖືກເຮືອດຳນ້ຳ ເກົາຫລີເໜືອຍິງ ຂີປະນາວຸທ Torpedo ໃສ່ໃນເດືອນ ມີນາ ຜ່ານມາ ພ້ອມຍັງໄດ້ຮຽກຮ້ອງ ຊ້ຳຕື່ມອີກ ໃຫ້ທຸກພາຄສ່ວນ ກ່ຽວຂ້ອງ ໃນແຫລມເກົາຫລີ ເຮັດໃຈເຢັນໆ ເພື່ອສງົບອາຣົມ ປຣາສຈາກອາກາຣ ຕື່ນເຕັ້ນໃດໆ.
ທ່ານ Zhang Zhijun ຮອງຣັຖມົນຕຣີ ກະຊວງກາຣຕ່າງ ປະເທສ ໃຫ້ທັສນະດັ່ງກ່າວ ໃນມື້ວັນພຸທນີ້ ພ້ອມກັບຢືນຢັນ ວ່າທາງກາຣຈີນ ບໍ່ມີຂໍ້ມູລ ຫລືຮູ້ເຫັນເຫຕກາຣ ໂດຽກົງກ່ຽວກັບ ເຫຕກາຣເຮືອ ລາດຕະເວນ Cheonan ຂອງເກົາຫລີໃຕ້ ຖືກຣະເບີດ ແລະ ຈົມລົງພື້ນທະເລ ທີ່ມີຜູ້ເສັຽຊີວີຕ ໄປທັງໝົດ 46 ຄົນ ໃນເດືອນມີນາ ຜ່ານມານັ້ນ ແຕ່ຢ່າງໃດ, ເຖິງແມ່ນວ່າທາງ ຄະນະເຈົ້າໜ້າທີ່ ສາກົລ ໄດ້ພິສູຕກວດກາ ຕາມສິ້ນສ່ວນຂອງ ຊາຄເຮືອ ແລະ ໃຫ້ກາຣຢືນຢັນວ່າ ຖືກຍິງ ໂດຽເຮືອດຳນ້ຳ ຂອງເກົາຫລີເໜືອ ແທ້ນັ້ນກໍຕາມ.
ໃນຂະນະດຽວກັນນັ້ນ ພາຍຫລັງທີ່ໄດ້ ເດີນທາງໄປພົບ ກັບຜູ້ນຳຂອງ ສປຈີນ Mme Hillary Rodham Clinton ຣັຖມົນຕຣີ ກາຣຕ່າງປະເທສ ຂອງສະຫະຣັຖ ກໍໃຫ້ທັສນະວ່າ:
Mme Clinton ວ່າ: “ສະຫະຣັຖ ມີຄວາມຄາດຫວັງ ທີ່ຈະໄດ້ຮັບ ຄວາມຮ່ວມມືຈາກ ທາງກາຣຈີນ ເປັນຢ່າງດີ ໃນກາຣ ທີ່ຈະຕອບໂຕ້ ກາຣທ້າທາຍ ຂອງທາງ ເກົາຫລີ ເໜືອ ພ້ອມກັບສົ່ງເສີມ ຄວາມມີສະເຖັຽຣະພາບ ໃນເຂຕແຫລມເກົາຫລີ ດັ່ງກ່າວນີ້”.
ຢ່າງໃດກໍຕາມ ທ່ານ Zhang Zhijun ໄດ້ກ່າວເນັ້ນວ່າ ທາງກາຣຈີນ ຢາກໃຫ້ທຸກ ພາກສ່ວນມີກາຣ ສົນທະນາ ເພື່ອຫາວິທີທາງ ແກ້ໄຂບັນຫາ ຂັດແຍ່ງຣະຫວ່າງ ກັນຢ່າງສັນຕິ ໂດຽທີ່ບໍ່ມີກາຣ ຜະເຊີນໜ້າກັນ ແຕ່ຢ່າງໃດ.