ຄວາມເດືອດຮ້ອນ ທີ່ປະຊາຊົນ ໄດ້ຮັບຈາກ ເຂື່ອນ ໄຟຟ້ານ້ຳເທີນ2

ໂຄງການສ້າງເຂື່ອນ ໄຟຟ້ານ້ຳເທີນ2 ບໍ່ພຽງແຕ່ສົ່ງຜົນ ກະທົບຕໍ່ທັມມະຊາດ ແລະສິ່ງແວດລ້ອມ ເທົ່ານັ້ນ ແຕ່ຫາກຍັງສ້າງ ຄວາມເດືອດຮ້ອນ ໃຫ້ແກ່ ປະຊາຊົນ ນຳອີກ.

0:00 / 0:00

ໂຄງການສ້າງເຂື່ອນ ໄຟຟ້ານ້ຳເທີນ2 ເກີດຜົນກະທົບ ອັນບໍ່ດີທັງຕໍ່ ທັມມະຊາດ ສິ່ງແວດລ້ອມ ແລະຕໍ່ ປະຊາຊົນຕື່ມອີກ. ບໍຣິສັດ ທີ່ດຳເນີນການ ກໍ່ສ້າງເຂື່ອນເວົ້າ ເຖິງບັນຫາໃນການ ວາງແຜນການຈ່າຍຄ່າ ຊົດເຊີຍ ທີ່ບໍ່ເໝາະສົມ ການບັນເທົາທຸກ ປະຊາຊົນ ທີ່ບໍ່ມີ ປະສິດທິພາບ ແລະການບໍ່ຮັກສາ ຂໍ້ສັນຍາທີ່ໄດ້ ໃຫ້ໄວ້ກັບ ຊຸມຊົນ ດັ່ງເຈົ້າໜ້າທີ່ ຫ້ອງການສິ່ງແວດລ້ອມ ແຂວງຄຳມ່ວນເວົ້າວ່າ:

"ມັນກໍມີສ່ວນນຶ່ງ ທີ່ສ້າງບັນຫາ ໃຫ້ກັບປະຊາຊົນ ຕົວຢ່າງໂຄງການ ສ້າງເຂື່ອນນ້ຳເທີນ2 ມັນກໍມີຜົນກະທົບ ຕໍ່ການໂຍກຍ້າຍ ຈັດສັນປະຊາຊົນ."

ທ່ານກ່າວຕໍ່ໄປວ່າ ໃນເບື້ອງຕົ້ນທີ່ ປະຊາຊົນໂຍກຍ້າຍ ມາໄໝ່ນັ້ນ ພື້ນທີ່ທຳມາຫາກິນ ກໍຍັງບໍ່ສາມາດ ເຮັດໄດ້ຢ່າງເຕັມສ່ວນ ອີກທັງການ ຈັດສັນທີ່ດິນ ໃຫ້ແຕ່ລະ ຄອບຄົວ ກໍໜ້ອຍເກີນໄປ ທີ່ອາຈບໍ່ພຽງພໍ ສຳລັບການຜລິດ ກູ້ມຕົນເອງ ໃນອະນາຄົດ ແລະບາງຄັ້ງ ປະຊາຊົນ ກໍບໍ່ມີຄວາມໝັ້ນໃຈ ວ່າຈະມີສະພາບ ຊີວິດການເປັນຢູ່ ທີ່ດີຂື້ນກວ່າ ແຕ່ກ່ອນຫລືບໍ່.

ນອກເໜືອຈາກຜົນກະທົບ ຈາກການໂຍກຍ້າຍ ປະຊາຊົນ ທີ່ເກີດຈາກໂຄງການ ສ້າງເຂື່ອນນ້ຳເທີນ2 ນັ້ນແລ້ວ ໂຄງການພັທນາອື່ນໆ ຢູ່ ສປປລາວ ກໍມີບັນຫາ ເລື້ອງຜົນກະທົບ ອັນບໍ່ດີເຊັ່ນກັນ ດັ່ງເຈົ້າໜ້າທີ່ ທ່ານດຽວກັນນີ້ເວົ້າວ່າ:

"ຄິດວ່າຜົນກະທົບ ໃນການພັທນາ ທີ່ມີນຳແຕ່ລະ ໂຄງການ ມັນມີກິຈກັມ ສະເພາະມັນຕົວ ຢ່າງຄືກິຈການ ການຂຸດຄົ້ນບໍ່ແຮ່ ໂດຍລວມແລ້ວ ມັນທຸກໆກິຈການ ໃນການພັທນາ ມັນກໍມີບັນຫາ ເລື້ອງຜົນກະທົບ."

ເຂື່ອນນ້ຳເທີນ2 ເປັນເຂື່ອນຜລິດໄຟຟ້າ ຂະໜາດໃຫຍ່ທີ່ສຸດຢູ່ ສປປລາວ ສາມາດຜລິດ ກະແສໄຟຟ້າໄດ້ 1070 MW ແຕ່ເຂື່ອນດັ່ງກ່າວ ເຮັດໃຫ້ມີການໂຍກຍ້າຍ ປະຊາຊົນອອກຈາກ ພື້ນທີ່ສ້າງເຂື່ອນ ນັ້ນຫລາຍກວ່າ 7,200ຄົນ ຊຶ່ງຖືວ່າເປັນ ການໂຍກຍ້າຍ ປະຊາຊົນລາວ ອອກຈາກຖິ່ນເດີມ ຂອງຕົນຄັ້ງໃຫຍ່ ທີ່ສຸດຄັ້ງນຶ່ງ ຢູ່ປະເທດລາວ.