ບັນຫານໍ້າເສັຽ ຈາກບໍ່ຄໍາ ພູເບັ້ຽ ຍັງມີຢູ່ຕໍ່ເນື່ອງ ໃນໜ້າຝົນ
2009.08.14
ບັນຫາສານເຄມີ ລົ້ນອອກມານອກ ບໍ່ຄໍາພູເບັ້ຽ ໃນເຂດແຂວງວຽງຈັນ ໃນຊ່ວງໜ້າຝົນ ໃຫລລົງສູ່ແມ່ນໍ້າ ອັນເຮັດໃຫ້ປາ ຈໍານວນຫລວງຫລາຍ ຕາຍໄປນັ້ນ ທາງຫນ່ວຍງານທີ່ກ່ຽວຂ້ອງ ກໍກໍາລັງແກ້ໄຂ ດ້ວຍການສ້າງຄູກັ້ນນໍ້າ ໃຫ້ສູງຂຶ້ນກວ່າເກົ່າ. ແຕ່ການກໍ່ສ້າງນັ້ນ ເວລານີ້ມີອຸປສັກ ເພາະເປັນໜ້າຝົນ ຈຶ່ງຍັງມີນໍ້າເສັຽ ໃຫລລົງສູ່ແມ່ນໍ້າຢູ່ ຕາມຄໍາເວົ້າຂອງ ເຈົ້າໜ້າທີ່ ຜແນກພລັງງານ ແລະບໍ່ແຮ່ແຂວງວຽງຈັນ:
"ຄູກັ້ນນໍ້າ ຕາມຮູ້ ກໍຍັງບໍ່ທັນສໍາເຣັດ 100ເປີເຊັນເພາະວ່າ ດຽວນີ້ມັນຝົນຕົກ ການກໍ່ສ້າງມັນກໍພົບ ຄວາມຫຍູ້ງຍາກແທ້ ມັນດິນເຈື່ອນດິນຫັຍງ ຂະເຈົ້າກໍເລີ່ມ ປະຕິບັດມາແຕ່ ເດືອນມິຖຸນາ ເດືອນກໍຣະກະດາ ປານນີ້ກໍກໍາລັງ ເຮັດຢູ່ຊ່ວງນີ້."
ສານເຄມີຈາກ ບໍ່ຄໍາພູເບັ້ຽ ທີ່ໃຫລລົງສູ່ ແມ່ນໍ້ານັ້ນຈະມີ 2ບ້ານໄດ້ຮັບຜົລກະທົບ ຄືບ້ານຍອນ ບ້ານນໍ້າໂມ້. ສ່ວນສານເຄມີທີ່ໃຊ້ ໃນບໍ່ຄໍານັ້ນ ທາງຜແນກພລັງງານ ແລະບໍ່ແຮ່ ຈະສົມທົບກັບ ຫນ່ວຍງານສີ່ງແວດລ້ອມ ເພື່ອໃຫ້ຮູ້ວ່າ ເປັນສານເຄມີ ແນວໃດກັນແທ້ ຊຶ່ງສ່ວນຫລາຍແລ້ວ ຈະເປັນສານ cyanide ແລະສານ sulfuric acid. ເຈົ້າໜ້າທີ່ຜແນກ ພລັງງານແລະບໍ່ແຮ່ ແຂວງວຽງຈັນ ກ່າວຕໍ່ໄປວ່າ:
"ຂະເຈົ້າກໍແກ້ໄຂ ບັນຫາຕົກໄປແລ້ວ ພວກເຮົາກໍໄດ້ແຕ່ ແຕ່ງຕັ້ງຄນະກັມມະການ ຖົມຄູກັນນໍ້າເສັຽ ບໍ່ທອງແດງ ເອີ້ນວ່າກັນໃຫ້ ມັນສູງຂຶ້ນອີກ ບໍ່ໃຫ້ນໍ້າເສັຽ ມັນອອກໄປ ຍາວປະມານ200ແມັຕ ຕົງພູຫາຂອບພູ ມັນເປັນຫ່ອມຫ້ວຍ."
ເຈົ້າໜ້າທີ່ລາວ ກ່າວສລຸບວ່າ ການກໍ່ສ້າງຄູກັ້ນ ບໍ່ໃຫ້ນໍ້າເສັຽ ໃຫລລົງມານັ້ນ ຈະໃຫ້ສູງຂຶ້ນອີກ ປະມານ350ແມັຕ ໂດຍທຽບໃສ່ ຣະດັບນໍ້າທະເລ ຊຶ່ງແຜນການທີ່ ຈະສ້າງຄູກັ້ນນໍ້າ ໃຫ້ສູງນັ້ນກໍຍ້ອນວ່າ ໃນຊ່ວງເດືອນສິງຫາ ຫາເດືອນກັນຍາ ຝົນມັກຕົກແຮງ ເຮັດໃຫ້ນໍ້າຈາກໜ່ວຍພູ ໃຫລລົງສູ່ແມ່ນໍ້າ ໃນເຂດບ້ານຍອນ ແລະ ບ້ານນໍ້າໂມ້.