ເຈົ້າຫນ້າທີ່ ສນາມບີນວັດໄຕ ຄົ້ນພົບຝິ່ນ ໃນເຄື່ອງສຳອາງ
2009.08.12
ເມື່ອທ້າຍສັປດາທີ່ຜ່ານມາ ເຈົ້າຫນ້າທີ່ພາສີ ດ່ານສນາມບີນ ສາກົນວັດໄຕ ແຈ້ງວ່າ ໃນຊ່ວງຕອນບ່າຍ ຂອງວັນທີ22 ກໍຣະກະດາ ທີ່ຜ່ານມາ ພວກຕົນໄດ້ຮັບແຈ້ງ ຄວາມຈາກ ພົລເມືອງດີວ່າ ຈະມີເຄື່ອງຝາກ ໄປສະຫະຣັຖ ອະເມຣິກາ ຜ່ານຣະບົບໄປສະນີ ທີ່ສນາມບີນວັດໄຕ ໃນນັ້ນມີເຄື່ອງຂອງ ທີ່ຕອ້ງສົງສັຍ ດັ່ງນັ້ນ ເຈົ້າຫນ້າທີ່ ພາສີ ຈື່ງປະສານງານກັບ ພນັກງານໄປສະນີ ເພື່ອການກວດສອບ ສີ່ງຂອງດັ່ງກ່າວ ແລະກໍ່ໄດ້ພົບ ຢາຝີ່ນແຫ້ງອັດແທ່ງ ທີ່ເຊື່ອງໄວ້ໃນ ກັບຄຣີມທາຫນ້າ ຍີ້ຫໍ້ E-moon ຫລາຍກັບ ມີນ້ຳຫນັກເຖີງ 3.1 ກິໂລກຣາມ.
ແລະຕໍ່ມາ ໃນວັນທີ25 ກໍຣະກະດາ ເຈົ້າຫນ້າທີ່ພາສີ ກໍ່ກວດສອບຫໍ່ຄຣີມ ທາຫນ້າຊນິດອື່ນໆ ທີ່ຈະສົ່ງໄປສະຫະຣັຖ ດັ່ງຄຣີມທາຫນ້າ ຫຍີ່ຫໍ້ Pop ແລະສບູການົກ ແກ້ວກໍ່ໄດ້ພົບເຫັນ ຢາຝີ່ນແຫ້ງອັດແທ່ງ ອີກຈຳນວນນື່ງ ນ້ຳຫນັກປະມານ 1ກິໂລກຣາມ ໂດຍການເຊື່ອງໄວ້ ໃນສບູດ້ວຍການຄວັດສບູ ໃຫ້ເປັນຮູແລ້ວ ເອົາຢາຝີ່ນ ເຊື່ອງໄວ້ທີ່ນັ້ນ.
ຈາກຜົລການກວດກາ 2ຄັ້ງດັ່ງກ່າວ ເຈົ້າຫນ້າທີ່ພາສີ ທີ່ສນາມບີນວັດໄຕ ສາມາດຢຶດຝີ່ນ ແຫ້ງອັດແທ່ງໄດ້ ປະມານ4.1 ກິໂລກຣາມ ແລະຂອງກາງ ທັງຫມົດນີ້ໄດ້ ສົ່ງມອບໃຫ້ຫນ່ວຍງານ ປາບປາມຢາເສບຕິດ ແຫ່ງຊາດ ເພື່ອດຳເນີນ ຄະດີຕໍ່ໄປ.
ຜ່ານມາ ເຈົ້າຫນ້າທີ່ພາສີ ທີ່ສນາມບີນວັດໄຕ ຮ່ວມດ້ວຍພນັກງານ ໄປສະນີ ກໍ່ໄດ້ກວດພົບ ແລະຢຶດເຄື່ອງຂອງ ທີ່ຜິດກົດຫມາຍ ຫລາຍຢ່າງພ້ອມທັງ ຈັບກຸມຜູ້ຕ້ອງ ຫາໄດ້ ໃນຫລາຍຄະດີ ແລະໃນຣະຍະ 9ເດືອນຂອງສົກປີ 2008-2009ນີ້ ເຈົ້າຫນ້າທີ່ພາສີ ສາມາດກວດພົບສີ່ງຂອງ ທີ່ຜິດກົດຫມາຍ ດັ່ງ:ເງີນປອມ ຢາເສບຕິດ ແລະອື່ນໆ.