ຣັຖບານພັດຖີ່ນພະມ້າ ທີ່ອິນໂດເນເຊັຽ ມີປະຊຸມ
2009.08.11
ຣັຖບານພັດຖີ່ນພະມ້າ ປະກອບດ້ວຍ6ກຸ່ມ ພັນທະມິດເພື່ອ ປະຊາທິປະໄຕ ທີ່ເຄື່ອນໄຫວຢູ່ພາຍໃນ ແລະນອກປະເທດ ພະມ້າ ເພື່ອສເນີອັນທີ່ ເອີ້ນວ່າ ຍຸທສາດທາງ ອອກແບບຍືນຍົງ ສໍາລັບຣັຖບານທະຫານ. ໃນຮ່າງແຜນຍຸທສາດ ທີ່ອົງການຂ່າວ AFP ໄດ້ເຫັນນັ້ນ ເປັນແຜນຊຶ່ງທ່ານ Sein Win ນາຍົກຣັຖມົນຕຣີ ຣັຖບານ ປະສົມແຫ່ງຊາດ ຂອງສະຫະພາບ ພະມ້າ ສັລເສີນວ່າເປັນ ໂອກາດຢ່າງເປັນ ປະວັດການ.
ທ່ານ Sein Win ເວົ້າວ່າຮ່າງສເນີນັ້ນ ບົ່ງບອກວ່າ ປະຊາຊົນພະມ້າ ຍັງເວົ້າເປັນ ສຽງດຽວກັນຄືເກົ່າ ແລະ ກໍພ້ອມທີ່ຈະ ຜ່ອນສັ້ນຜ່ອນຍາວ ເພື່ອບັນລຸ ປະຊາທິປະໄຕ ທີ່ໝັ້ນຄົງ.
ທ່ານ Sein Win ທີ່ລີ້ໄພຢູ່ ອະເມຣິກາ ແຕ່ປີ1993 ເວົ້າວ່າກ່ອນນັ້ນ ອົງການເຜົ່າທີ່ ສໍາຄັນແລະເຄື່ອນໃຫວ ເພື່ອປະຊາທິປະໄຕ ໄດ້ ມີທັສນະທ່າທີ ດຽວກັນໃນປີ 1947 ເມື່ອທຸກກໍາລັງ ໄດ້ຕົກລົງເພື່ອ ໃຫ້ໄດ້ເອກກະຣາດ ຈາກອັງກິດ. ແຕ່ເຖິງແນວໃດ ບັນດານັກວິໃຈ ກໍຍັງສົງໃສ ກ່ຽວກັບ ປະສິດທິພາບ ຂອງຂໍ້ສເນີ ແລະການ ເມືອງ ຊຶ່ງທົ່ວໄປແລ້ວ ຍັງບໍ່ເປັນ ເອກກະພາບກັນ.
ທ່ານ Zarni ນັກຄົ້ນຄ້ວາປະຈໍາ ສຖາບັນເສຖກິດ London School ເວົ້າວ່າ ຄວາມບໍ່ສໍາເຣັດ ຂອງເຂົາເຈົ້າກໍຢູ່ທີ່ ຄວາມບໍ່ສາມາດ ຕິດຕໍ່ ກັບປະຊາຊົນ ທີ່ຢູ່ພາຍໃນ ພະມ້າໄດ້ນັ້ນ. ຣັຖບານທະຫານ ບໍ່ໃຫ້ຄວາມສໍາຄັນ ແກ່ພວກພັດຖີ່ນ ຫາກໃຫ້ພຽງແຕ່ ມາດາມ ອັອງຊານຊູຈິ ຜູ້ໄດ້ຮັບການ ສນັບສນູນຈາກ ປະຊາຄົມສາກົນ ແລະວ່າ ດັ່ງນັ້ນ ຣັຖບານທະຫານ ພະມ້າ ຈຶ່ງກັກຂັງນາງໄວ້.
ທ່ານ ອັອງຊໍ ບັນນາທິການ ນິຕິຍະສານ Irrawaddy ຢູ່ໄທກ່າວວ່າ ການເປີດປະຊຸມຂອງ ອົງການພັນທະມິດ ຂຶ້ນຢູ່ກຸງຈາກາຕາ ເພື່ອພຍາຍາມ ຮ່າງຍຸທສາດ ທີ່ເປັນເອກກະພາບ ກັນນັ້ນເປັນບາດກ້າວ ທີ່ມີ ລັກສະນະບວກ.
ກຸ່ມພັນທະມິດ ທີ່ຮູ້ກັນໃນນາມ ຂະບວນການ ເພື່ອປະຊາທິປະໄຕ ແລະ ສິດທິຂອງຊົນເຜົ່າ ສ່ວນນ້ອຍຕ່າງໆ ຂອງພະມ້າ ເປີດປະຊຸມກັນຢູ່ ກຸງຈາກາຕາ ໃນວັນທີ12ແລະ13 ສີງຫາ ນີ້.