ມາເລເຊັຽ ຮຽກຮ້ອງ ຊາວອາຊຽນ ປະຊຸມກ່ຽວກັບ ຄະດີ ມາດາມ ອັອງຊານ ຊູ ຈິ

ມາເລເຊັຽ ຮຽກຮ້ອງໃຫ້ ຊາວອາຊຽນ ປະຊຸມສຸກເສີນ ກ່ຽວກັບບັນຫາຄະດີ ມາດາມ ອັອງຊານ ຊູ ຈິ.
ຈຳປາທອງ
2009.08.12

ມາເລເຊັຽ ຮຽກຮ້ອງໃຫ້ ປະເທດສະມາຊິກ ສະມາຄົມ ປະຊາຊາດ ເອເຊັຽຕາເວັນອອກ ສ່ຽງໃຕ້ ຫລືອາຊຽນ ຈັດປະຊຸມສຸກເສີນ ກ່ຽວກັບສະພາບການ ຢູ່ປະເທດພະມ້າ ພາຍຫລັງທີ່ຣັຖບານ ທະຫານພະມ້າ ສັ່ງກັກບໍຣິເວນ ມາດາມ ອັອງຊານຊູຈິ ຜູ້ນຳເພື່ອ ປະຊາທິປະໃຕ ຕໍ່ໄປອີກ18 ເດືອນ.

ທ່ານ ອານິຟາ ອາມານ ຣັຖມົນຕຣີ ການຕ່າງປະເທດ ມາເລເຊັຽ ກ່າວວ່າການກັກຂັງ ມາດາມ ອັອງຊານຊູຈິ ເປັນເລື່ອງທີ່ໜ້າ ກັງວົນຢ່າງຍິ່ງ ແລະຈຳເປັນທີ່ ຣັຖມົນຕຣີ ການຕ່າງປະເທດ ຂອງອາຊຽນຈະຕ້ອງ ປະຊຸມສຸກເສີນ ເພື່ອປຶກສາຫາລື ກ່ຽວກັບບັນຫາ ດັ່ງກ່າວ.

ທ່ານວ່າການຕັດສິນ ກັກຂັງບໍຣິເວນ ໃນກຳນົດ18ເດືອນນັ້ນ ເຮັດໃຫ້ ມາດາມ ອັອງຊານຊູຈິ ບໍ່ມີໂອກາດ ໄດ້ລົງສະໝັກ ຮັບເລືອກຕັ້ງທົ່ວໄປ ໃນປີໜ້າທັ້ງໆ ທີ່ຄວນຈະ ເປັນການເລືອກຕັ້ງ ທີ່ເສຣີເປັນທັມ ແລະມີທຸກຝ່າຍ ການເມືອງເຂົ້າຮ່ວມ. ພ້ອມກັນນັ້ນ ທ່ານ ອານິຟາ ອາມານ ຍັງກ່າວອີກວ່າ ຮູ້ສຶກຜິດຫວັງ ເປັນຢ່າງຍິ່ງ ທີ່ຣັຖບານ ທະຫານພະມ້າ ຕັດສິນລົງໂທດ ມາດາມ ອັອງຊານຊູຈິ ແບບນີ້ເພາະວ່າ ສະມາຊິກ ສະມາຄົມ ປະຊາຊາດ ເອເຊັຽຕາເວັນອອກ ສ່ຽງໃຕ້ ຕ່າງກໍຫວັງວ່າ ພະມ້າ ຈະປ່ອຍ ຕົວ ມາດາມ ຢ່າງບໍ່ມີເງື່ອນໄຂ ເພື່ອໃຫ້ ມາດາມ ຕລອດເຖິງນັກໂທດ ການເມືອງຄົນອື່ນໆ ໄດ້ເຂົ້າມີສ່ວນຮ່ວມ ໃນການເລືອກຕັ້ງນັ້ນ.

ສຳລັບ ສະຫະປະຊາຊາດ ທ່ານ Tomas Ojea Quintana ຜູ້ຕຽມການລາຍ ງານພິເສດຂອງ ສະຫະປະຊາຊາດ ດ້ານສິດທິມະນຸດ ໃນພະມ້າ ກ່າວວ່າສຽງ ທ່ານວ່າ: ທ່ານຈະຂໍອະນຸຍາດ ເຂົ້າໄປ ໃນປະເທດພະມ້າ ເພື່ອສັງເກດເບິ່ງ ສະພາບສິດທິມະນຸດ ດ້ວຍໂຕຂອງທ່ານເອງ.

ທ່ານປະນາມການ ກະທຳຂອງທາງການ ທະຫານພະມ້າ ແລະ ທ່ານກໍໄດ້ອອກ ຖະແຫລງການ ຫລາຍໆສະບັບ. ທ່ານວ່າ ມາດາມ ອັອງຊານຊູຈິ ຖືກກັກຂັງ ບໍລິເວນ ມາເປັນເວລາ ຫລາຍປີ ໂດຍທີ່ບໍ່ໄດ້ຖືກ ນຳຂື້ນດຳເນີນ ຄະດີໃນສານ.

ສ່ວນວ່າ ທ່ານ Ban Ki-moon ເລຂາທິການໃຫຍ່ ສະຫະປະຊາຊາດ ກໍມີຄວາມຜິດຫວັງ ຢ່າງຍິ່ງຕໍ່ການທີ່ ມາດາມ ອັອງຊານຊູຈິ ຖືກກັກຂັງ ບໍຣິເວນທີ່ ບ້ານພັກຕໍ່ ໄປອີກ18ເດືອນ ແລະສເນີໃຫ້ປ່ອຍ ມາດາມ ຢ່າງບໍ່ມີ ເງື່ອນໄຂ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.