0:00 / 0:00
ໃນຣະຫວ່າງທີ່ມີ ກາຣປະຊຸມຢ່າງ ປິດລັບ ໃນມື້ວັນອັງຄາຣ ຜ່ານມາ ທາງສະມາຊິກ ສະພາຄວາມໝັ້ນຄົງ ບໍ່ສາມາດຕົກລົງ ກັນໄດ້ຕາມທີ່ ທາງກາຣສະຫະຣັຖ ໄດ້ນຳ ສເນີນັ້ນ ໂດຽມີຜູ້ຕາງໜ້າ ຈາກທາງກາຣ ສປຈີນ ຣັສເຊັຽ ແລະສສວຽຕນາມ ທີ່ວ່າຕ້ອງໄດ້ ລໍຖ້າກາຣເຫັນພ້ອມ ຈາກທາງກາຣຣັຖບາລ ຂອງພວກຕົນ ເສັຽກ່ອນ.
ສະນັ້ນໃນມື້ວັນພຸດນີ້ ທ່ານ John Sawers ທູຕອັງກິດ ປະຈຳ ສະຫະປະຊາຊາຕ ທີ່ຮັບໜ້າທີ່ເປັນ ປະທານກອງປະຊຸມ ຂອງສະພາຄວາມໝັ້ນຄົງ ໃນເດືອນ ສີງຫາ ນີ້ນັ້ນ ໄດ້ພົບກັບທ່ານ Liu Zhenmin ເອກອັຄຣາຊທູຕ ສປຈີນ ປະຈຳ ສະຫະປະຊາຊາຕ.
ກ່ອນກອງປະຊຸມ ຮ່ວມກັບສະມາຊິກ ຖາວອນຂອງສະພາ ຄວາມໝັ້ນຄົງ ທີ່ປະກອບດ້ວຍ ອັງກິດ ຈີນ ຝຣັ່ງ ຣັສເຊັຽ ແລະສະຫະຣັຖ ໃນມື້ວັນພຸດ ນີ້ນັ້ນ ເພື່ອໃຫ້ທາງ ຝ່າຍຈີນໄດ້ໃຫ້ ຄວາມສນັບສນູນ ໃນຄຳປະກາສ ແລະອອກແຖລງກາຣ ເພື່ອປະນາມ ແລະຮຽກທວງໃຫ້ ທາງກາຣພະມ້າ ປ່ອຍຍານາງ ອ໊ອງຊານຊູຈີ ໃຫ້ເປັນອິສຣະ ຢ່າງສິ້ນເຊີງ.