ກົດໝາຍການລົງທືນ ສະບັບໃຫມ່ຂອງລາວ
2009.08.12
ທ່ານ ເຄນທອງ ນວນທະສີງ ໂຄສົກກະຊວງ ການຕ່າງປະເທດ ສປປລາວ ສະແດງຄວາມຄິດຄວາມ ເຫັນກ່ຽວກັບກົດຫມາຍ ການຄ້າແລະການລົງທືນ ສະບັບໃຫມ່ ທີ່ມີການລົງມະຕິນຳໃຊ້ ຫລັງຈາກກອງປະຊຸມ ສະພາສມັຍສາມັນ ຄັ້ງທີ7ຂອງ ສະມາຊີກສະພາ ຊຸດທີ6 ວ່າ: ກົດຫມາຍດັ່ງກ່າວ ຈະສົ່ງເສີມ ໃຫ້ນັກລົງທືນ ປະກອບ ທຸຣະກິດ ໄດ້ງ່າຍຂື້ນ ດັ່ງທ່ານກ່າວ ກ່ຽວກັບເຣື້ອງນີ້ ໃນຕອນນື່ງວ່າ:
"ສະພາຫວ່າງແລ້ວ ໄດ້ເອົາ2ກົດຫມາຍ ມາເຂົ້າກັນໃຫ້ ເປັນກົດຫມາຍ ອັນດຽວກັນ ແລະ ກໍ່ມີ2-3ມາຕຣາ ທີ່ວ່າມີລັກສນະ ສົ່ງເສີມໄວກວ່າເກົ່າ ໂດຍສະເພາະແມ່ນ ຕັດຂັ້ນຕອນກ່ຽວກັບ ການຍື່ນຄຳຮ້ອງ ແລະໃນກໍຣະນີ ການອອກທະບຽນ ໃຫ້ແກ່ນັກລົງທືນ ນັ້ນໄວກວ່າເກົ່າ ໃນຫລັກການຜ່ານ ປະຕູດຽວ."
ກະຊວງວາງແຜນ ການລົງທືນ ສປປລາວ ໄດ້ປັບກົດຫມາຍ ສົ່ງເສີມການລົງທືນ ພາຍໃນແລະຕ່າງປະເທດ ໃຫ້ເປັນກົດຫມາຍ ການລົງທືນສະບັບ ດຽວກັນເພື່ອ ຫລຸດຜ່ອນຄວາມສັບສົນ ໃນການນຳໃຊ້ ກົດຫມາຍດັ່ງກ່າວ ແລະ ເພື່ອໃຫ້ທຸກພາກສ່ວນ ປະຕິບັດໄປໃນ ທິດທາງແບບດຽວກັນ ປາສຈາກ ຄວາມຂັດແຍ່ງ.
ໃນເວລາດຽວກັນ ກໍ່ເພື່ອສ້າງ ຄວາມຫມັ້ນໃຈ ໃຫ້ແກ່ນັກລົງທືນ ໃຫ້ເຂົ້າມາລົງທືນ ໃນລາວຫລາຍຂື້ນ. ກົດຫມາຍດັ່ງກ່າວ ເມື່ອແກ້ໄຂແລ້ວ ຈະຊ່ອຍສົ່ງເສີມ ໃຫ້ກົດ ຫມາຍການລົງທືນ ກົດຫມາຍ ພາສີອາກອນ ກົດຫມາຍທີ່ດີນ ມີສະເຖັຽຣະພາບ ແລະຈະເຮັດໃຫ້ ປະຕິບັດໄດ້ງ່າຍ ປາສຈາກຄວາມສັບສົນ ໃນການປະກອບ ເອກກະສານ ການລົງທືນໃນລາວ ແທນທີ່ຈະໄປຍື່ນ ເອກກະສານ ໃນຫລາຍແຫ່ງ ດັ່ງທີ່ເຄີຍເຮັດມາ ກົດຫມາຍໃຫມ່ ອະນຸຍາດໃຫ້ຍື່ນ ແລະປະກອບ ເອກກະສານ ໄດ້ໃນສຖານທີ່ ແຫ່ງດຽວ.