ທ່ານ Jim Webb ສະມາຊິກ ສະພາສູງ ໄປເຖິງ ນະຄອນຫລວງ ວຽງຈັນ

ສະມາຊິກສະພາສູງ ສະຫະຣັຖ ອາເມຣິກາ ທ່ານ Jim Webb ຈາກຣັຖ Virginia ເດີນທາງໄປເຖິງ ນະຄອນຫລວງວຽງຈັນ.
ສົມເນ
2009.08.13
F-Jim-Webb ສະມາຊິກສະພາສູງສະຫະຣັດອະເມຣິກາທ່ານຈິມເຫວບກຳລັງ ພົບປະຫາລືກັບທ່ານນາຍພົນຈັຕວາສີໂສພົນບັງອອນແສງເດດ ຜູ້ຕາງໜ້າກະຊວງປ້ອງກັນປະເທດ.ສປປລາວ (ຮູປຖ່າຍວັນທີ13ສິງຫາ2009)
Photo:Office of Senator Jim Webb

ທ່ານ Jim Webb ຈາກຣັຖ Virginia ໄດ້ເດີນທາງໄປເຖິງ ນະຄອນຫລວງວຽງຈັນ ແລ້ວໃນວັນພຣະຫັດ ນີ້ເພື່ອຢ້ຽມຢາມ ສປປລາວ ຢ່າງເປັນທາງການ. ຕາມກໍານົດການນັ້ນ ທ່ານ Webb ຈະໄດ້ພົບປະກັບ ເຈົ້າໜ້າທີ່ຂັ້ນສູງ ຂອງລາວຫລາຍທ່ານ ເພື່ອຈະໄດ້ຫາລືກັນ ກ່ຽວກັບຄວາມສົນໃຈ ຂອງສະຫະຣັຖ ຢູ່ໃນລາວ ກໍຄືຢູ່ໃນ ພູມີພາກ.

ການຢ້ຽມຢາມ ສປປລາວ ຂອງທ່ານ Webb ຄັ້ງນີ້ເປັນສ່ວນນຶ່ງ ຂອງການຢ້ຽມຢາມ 5ປະເທດ ໃນພູມີພາກເອເຊັຽ ຕະເວັນອອກສ່ຽງໃຕ້ ຮ່ວມທັງ     ຢ້ຽມຢາມ ປະເທດພະມ້າ ປະເທດໄທ ກໍາພູຊາ ແລະວຽດນາມ. ຕາມຖະແຫລງການ ຂອງຫ້ອງການ ເລຂາຂອງທ່ານ.

ທ່ານ Webb ເປັນປະທານ ອານຸກັມມະການ ສັມພັນຕ່າງປະເທດ ປະຈໍາສະພາສູງ ກ່ຽວກັບກິຈກັມ ເອເຊັຽຕະເວັນອອກ ແລະ ຂົງເຂດປາຊີຟິກ. ທ່ານ Webb ກ່າວວ່າມັນມີ ຄວາມສໍາຄັນທີ່ ສະຫະຣັຖ ຈະກັບຄືນມາມີ ບົດບາດຢູ່ໃນເອເຊັຽ ໃນທຸກລະດັບ. ທ່ານວ່າຄວາມສໍາພັນ ຣະຫ່ວາງສະຫະຣັຖ ແລະ ສປປລາວ ບໍ່ທັນໄດ້ ຮັບການປົວແປງ ຢ່າງເຕັມສ່ວນເທື່ອ ນັບຕັ້ງແຕ່ສົງຄາມ ໃນວຽດນາມ ໄດ້ສີ້ນສຸດລົງ ເມື່ອສາມສິບປີກວ່າ.

ທ່ານວ່າ ທ່ານສະແຫວງຫາ ຈະເຮັດວຽກຮ່ວມກັບ ເຈົ້າໜ້າທີ່ທາງການ ຂອງລາວເພື່ອຈະເຮັດ ໃຫ້ສອງປະເທດ ຂອງພວກເຮົາ ໃກ້ຊິດກັນຂື້ນ ທາງດ້ານເສຖກິດ ວັທນະທັມ ແລະທາງການທູດ.

ທ່ານ Webb ກໍານົດພົບປະກັບ ຜູ້ຕາງໜ້າຂອງ ກະຊວງການຕ່າງ ປະເທດ ກະຊວງປ້ອງກັນ ປະເທດ ກະຊວງ ອຸດສາຫະກັມ ແລະການຄ້າ. ນອກນັ້ນທ່ານຍັງ ຈະພົບປະກັບ ເຈົ້າໜ້າທີ່ ກັມມາທິການ ແມ່ນໍ້າຂອງ MRC ແລະຫົວໜ້ານັກ ທຸຣະກິດຫລາຍຄົນ ເພື່ອຊອກຫາຊ່ອງທາງ ການລົງທຶນຂອງ ສະຫະຣັຖ ຢູ່ໃນລາວ ແລະ ຊອກຫາຊ່ອງທາງ ການຮ່ວມມືຣະຫ່ວາງ ສອງປະເທດ.

ທ່ານ Jim Webb ເປັນຜູ້ ມີປະສົພການ ຫລາຍທີ່ສຸດ ໃນຂົງເຂດເອເຊັຽ ແລະປາຊີຟິກ ນັບຕັ້ງແຕ່ເປັນ ທະຫານຮັບໃຊ້ ກອງທັບເຮືອ ສະຫະຣັຖ ປາງສົງຄາມ ວຽດນາມ ເປັນເຈົ້າໜ້າທີ່ ຂັ້ນສູງຢູ່ໃນ ຣັຖບານສະຫະຣັຖ ແລະໄດ້ເດີນທາງໄປ ຫລາຍໆປະເທດ ໃນເອເຊັຽ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.