ກອງປະຊຸມ ກັມພູຊາ-ລາວ-ວຽດນາມ
2010.11.16

ກົດຟັງສຽງ
ກອງປະຊຸມ ສຸດຍອດ ຄັ້ງທີ 6 ຂອງ ກັມພູຊາ, ລາວ ແລະ ວຽດນາມ, ຊຶ່ງມີຊື່ຫຍໍ້ ເປັນພາສາ ອັງກິດ ວ່າ CLV ເພື່ອການພັທນາ ເຂດ 3 ຫລ່ຽມ ໄດ້ເຣີ້ມຂຶ້ນ ໃນຕອນເຊົ້າ ວັນອັງຄານ ທີ່ນະຄອນຫລວງ ພຣະນົມເປັນ, ປະເທດ ກັມພູຊາ, ໂດຍມີ ຈຸດປະສົງ ເສີມສ້າງ ການຮ່ວມມື ຣະຫວ່າງ 3 ປະເທດດ້ວຍກັນ, ເປັນຕົ້ນແມ່ນ ການສົ່ງເສີມ ການຂຍາຍຕົວ ທາງດ້ານ ເສຖກິດ, ຫລຸດຜ່ອນ ຄວາມທຸກຈົນ, ຄວາມກ້າວໜ້າ ທາງດ້ານ ສັງຄົມ ແລະ ວັທນະທັມ, ອີງຕາມຣາຍງານ ຂອງແຫລ່ງຂ່າວ ຊິນຮົ໋ວ ຂອງຈີນ ໃນມື້ວັນ ອັງຄານ ນີ້.
ທ່ານ ຮຸ່ນ ເຊ່ນ, ນາຍົກ ຣັຖມົນຕຣີ ກັມພູຊາ, ທ່ານ ບົວສອນ ບຸຜາວັນ, ນາຍົກ ຣັຖມົນຕຣີລາວ ແລະ ທ່ານ ຫງຽນ ທັນ ຊຸ໋ງ, ນາຍົກ ຣັຖມົນຕຣີ ວຽດນາມ ເຂົ້າຮ່ວມ ກອງປະຊຸມ ຄັ້ງນີ້, ຊຶ່ງທ່ານ ຮຸ່ນ ເຊ່ນ ກ່າວໃນຣະຫວ່າງ ເປີດກອງປະຊຸມ ວ່າ: ໃນມື້ນີ້ ພວກທ່ານ ຈະທົບທວນ ເຖິງ ຄວາມກ້າວໜ້າ ທີ່ພວກທ່ານ ໄດ້ປະຕິບັດມາ ຕັ້ງແຕ່ ກອງປະຊຸມ ໃນເມື່ອກ່ອນ ແລະ ດັດແກ້ ແຜນການຫລັກ ຂອງປີ 2010 ເພື່ອເລັ່ງ ກິຈກັມ ການຮ່ວມມື ໃນການພັທນາ ເຂດ 3 ຫລ່ຽມ ທີ່ມີຊາຍແດນ ຂອງ 3 ປະເທດ ຕິດຕໍ່ກັນ. ແລະ ເນັ້ນວ່າ ການເສີມສ້າງ ການຮ່ວມມື ມີຄວາມສໍາຄັນ ຢ່າງແທ້ຈິງ ໃນຂົງເຂດ ແລະ ໃນທົ່ວໂລກ ພາຍຫລັງ ທີ່ເກີດວິກິຈການ ດ້ານການເງິນ.
ໃນຣະຫວ່າງ ກອງປະຊຸມ, ຍັງມີ 2 ຂໍ້ຕົກລົງ ທີ່ປະເທດ ທັງ 3 ຈະຕ້ອງ ໄດ້ລົງນາມ, ຮວມທັງ ການດັດແກ້ ບັນທຶກ ຄວາມເຂົ້າໃຈ ໄປຈົນຮອດ ກໍານົດການ ຂອງ ນະໂຍບາຍ ໃຫ້ສິດພິເສດ ສໍາລັບ ການພັທນາ ເຂດ 3 ລ່ຽມ ຂອງ 3 ປະເທດ ແລະ ຄໍາປະກາດ ກຸງພະນົມເປັນ ວ່າດ້ວຍ ການພັທນາ ເຂດ 3 ຫລ່ຽມ ຢ່າງເລິກເຊິ່ງ.
ໃນຂນະດຽວກັນ, ກໍຈະມີ ການປະຊຸມ ສອງຝ່າຍ ຣະຫວ່າງ ນາຍົກ ຣັຖມົນຕຣີ ລາວ, ທ່ານບົວສອນ ບຸຜາວັນ ກັບ ນາຍົກ ຣັຖມົນຕຣີ ກັມພູຊາ, ທ່ານ ຮຸ່ນ ເຊ່ນ, ແລະ ສັນຍາ ການໃຫ້ບໍຣິການ ດ້ານຄົມມະນາຄົມ ທາງອາກາດ ຣະຫວ່າງ ລາວ ແລະ ກັມພູຊາ ກໍຈະມີການລົງນາມ ເຊັ່ນດຽວກັນ.