ນາຍົກຣັຖມົນຕຣີ ລາວ-ຈີນ ປະສານມິຕ
2010.10.29
ກົດຟັງສຽງ
ທ່ານບົວສອນ ບຸບຜາວັນ ນາຍົກຣັຖມົນຕຣີ ສປປລາວ ໄດ້ພົບປະຫາຣື ກັບທ່ານ Wen Jiabao ນາຍົກຣັຖມົນຕຣີ ສປຈີນ ຄາວທີ່ຜູ້ນຳທັງສອງ ໄປຮ່ວມປະຊຸມ ສຸດຍອດອາຊ໊ຽນ ທີ່ກຸງຮ໋າໂນຽ ໃນມື້ວັນພຣະ ຫັດນີ້. ອີງຕາມກາຣຣາຍງານ ຂອງອົງກາຣຂ່າວ ຊີນຮວ໋າ.
ທ່ານ Wen Jiabao ຢືນຢັນ ຕໍ່ຜູ້ນຳລາວວ່າ ທາງກາຣ ສປຈີນ ພ້ອມທີ່ຈະໃຫ້ ຄວາມຮ່ວມມື ເພື່ອເສີມຂຍາຍສາຍ ກາຣພົວພັນຣະຫວ່າງ ສອງຝ່າຍ ໃຫ້ແໜ້ນແຟ້ນ ກວ່າເກົ່າ ດ້ວຍກາຣເພີ່ມກາຣ ຮ່ວມມື ດ້ານແລກປ່ຽນ ສິນຄ້າ ແລະໂຄງກາຣ ພັທນາຕ່າງໆ. ສະນັ້ນຈຶ່ງຢາກ ໃຫ້ທາງກາຣລາວ ໄດ້ມີກາຣລົງນາມ ໃນຂໍ້ສັນຍາຮ່ວມກັບຈີນ ໃນໄວໆນີ້ ໂດຽສະເພາະໃນໂຄງ ກາຣພັທນາ ກໍໍ່ສ້າງໂຄງຮ່າງ ພື້ນຖານ ກາຣຮ່ວມມືໃນ ໂຄງກາຣພັທນາ ຊັພຍາກອນມະນຸສ ຕລອດຮອດ ໂຄງກາຣພັທນາ ເພື່ອຫລຸດຜ່ອນຄວາມຍາກຈົນ ຂອງປະຊາຊົນລາວ ນຳດ້ວຍ.
ໃນຂນະດຽວກັນ ທ່ານບົວສອນ ກໍໄດ້ເນັ້ນດ້ານ ກາຣຮ່ວມມື ເພື່ອພັທນາທາງ ເສຖກິຈ ແລະເພີ່ມຂຍາຍດ້ານ ກາຣແລກປ່ຽນສິນຄ້າ ຣະຫວ່າງສອງຝ່າຍ ໃຫ້ມີຫລາຍເພີ່ມຂຶ້ນ. ຢ່າງໃດກໍຕາມ ໃນປັຈຈຸບັນນີ້ ກາຣລົງທຶນ ຢູ່ໃນເມືອງລາວ ຂອງບໍຣິສັທຈີນ ມີຫລາຍ ເພີ່ມຂຶ້ນເລື້ອຍໆ ໂດຽສະເພາະ ໂຄງກາຣສ້າງເຂື່ອນ ພະລັງນ້ຳ ໂຄງກາຣປູຕຕົ້ນໄມ້ ອຸຕສາຫະກັມ ແລະໂຄງກາຣ ຂຸດຄົ້ນບໍ່ແຮ່ທາຕ ຕ່າງໆ ຕລອດ ຮອດໂຄງກາຣສ້າງທາງ ຣົຖໄຟປະວັຕສາຕ ຈາກພາຄໃຕ້ຂອງຈີນ ເຖິງນະຄອນຫລວງ ວຽງຈັນ ທີ່ວ່າຈະມີກາຣ ເຣີ່ມລົງມື ໃນໄວໆນີ້ນັ້ນ.