ອາຊ໊ຽນຄວນຫາຣື ເຣື້ອງສ້າງເຂື່ອນໃສ່ນໍ້າຂອງ
2010.10.29
ກົດຟັງສຽງ
ທ່ານ Jim Webb ສະມາຊິກສະພາສູງ ສະຫະຣັຖ ແລະ ປະທານຄນະ ກັມມາທິກາຣ ດ້ານຄວາມສັມພັນ ກາຣຕ່າງປະເທສ ໄດ້ສເນີໃຫ້ Mme Hillary Clinton ຣັຖມົນຕຣີກາຣ ຕ່າງປະເທສ ໄດ້ຍົກເອົາ ບັນຫາກ່ຽວກັບ ກາຣພັທນາຕ່າງໆ ໃນແມ່ນ້ຳຂອງ ຂຶ້ນພິຈາຣະນາຢູ່ ກອງປະຊຸມຮ່ວມ ກັບອາຊ໊ຽນ ທີ່ຈັດຂຶ້ນຢູ່ ກຸງຮ໋າໂນຽ ແຕ່ມື້ວັນທີ່ 28 -30 ຕຸລານີ້ນັ້ນ ດັ່ງທີ່ ທ່ານໄດ້ກ່າວໃນຕອນໜຶ່ງວ່າ:
'US intentions to the health and well-being of the Mekong River in SEA…) ທ່ານວ່າ "ຄວາມປຣາຖນາ ຂອງສະຫະຣັຖ ທີ່ຢາກໃຫ້ມີກາຣ ປົກປັກຮັກສາ ສະພາບແວດລ້ອມ ແລະ ສະພາບແມ່ນ້ຳຂອງ ໃນເອເຊັຽຕາເວັນ ອອກສ່ຽງໃຕ້ນັ້ນ ເປັນສິ່ງສຳຄັນທີ່ ຄວນນຳເຂົ້າພິຈາຣະນາ ຢູ່ກອງປະຊຸມ ຮ່ວມກັບຫລາຍຝ່າຍ ເພື່ອຫາວິທີທາງ ຫລຸດຄວາມສ່ຽງດ້ານ ສ້າງຜົລກະທົບ ຕໍ່ພູມີພາຄ ດັ່ງກ່າວນີ້."
ເຈົ້າໜ້າທີ່ສະຫະຣັຖ ໄດ້ກ່າວເຕືອນ ເປັນກາຣເນັ້ນເພີ່ມວ່າ ຖ້າບໍ່ມີກາຣ ຮ່ວມມືດ້ານ ພັທນາ ໂຄງຮ່າງພື້ນຖານ ໃນເຂຕລຸ່ມແມ່ນ້ຳຂອງ ດັ່ງກ່າວນີ້ ກໍອາຈມີຜົລ ກະທົບຕາມມາ ຈຶ່ງໄດ້ ຮຽກຮ້ອງຕໍ່ Mme Clinton ເອົາທ່າທີ ເພີ່ມທະວີ ຄວາມຮ່ວມມື ແລະສົ່ງເສີມດ້ານ ໃຫ້ມີກາຣພັທນາ ແບບຍືນຍົງ ຖ້າບໍ່ດັ່ງນັ້ນ ກໍຈະເປັນກາຣສ້າງ ຜົລກະທົບ ຕໍ່ຊີວີຕກາຣ ເປັນຢູ່ ຂອງປະຊາຊົນ ບໍ່ຕໍ່າກວ່າ 60 ລ້ານຄົນ ທີ່ອາສັຍແມ່ນ້ຳຂອງ ສາຍຫລັກແຫ່ງນີ້.
ພ້ອມດຽວກັນນີ້ ທ່ານ Jim Webb ກໍໄດ້ກ່າວຢໍ້າ ອີກວ່າ ໃນຖານະທີ່ເປັນ ປະເທສໃຫ້ ທຶນກາຣຊ່ວຍເຫລືອ ແກ່ອົງກາຣແມ່ນ້ຳຂອງ ຫລື MRC ດັ່ງກ່າວ, ທາງກາຣສະຫະຣັຖ ກໍຄວນພິຈາຣະນາ ຍົກເລີກ ໃຫ້ກາຣສນັບສນູນ ຖ້າຫາກວ່າ ທາງກາຣກ່ຽວຂ້ອງ ຍັງຈະດຳເນີນ ໂຄງກາຣສ້າງເຂື່ອນ ໃສ່ແມ່ນ້ຳຂອງ ຕໍ່ໄປ ໂດຽທີ່ວ່າ ບໍ່ມີກາຣສຳຣວຈ ວິຈັຍດ້ານຜົລກະທົບ ຕໍ່ສະພາບແວດລ້ອມ ຢ່າງຮອບຄອບ ເສັຽກ່ອນ ໂດຽທີ່ບໍ່ໄດ້ຮັບ ຜ່ານຄວາມເຫັນຊອບ ຈາກນາໆຊາຕ ແຕ່ຢ່າງໃດນັ້ນ.