ຫລາຍບໍຣິສັດ ເລີ້ມສໍາຣວດບໍ່ແຮ່ ໃນແຂວງ ຊຽງຂວາງ
2009.08.12
ຕາມຄໍາເວົ້າຂອງ ເຈົ້າໜ້າທີ່ ຫ້ອງການພລັງງານ ແລະບໍ່ແຮ່ ແຂວງຊຽງຂວາງ:
"ສໍາຣວດແຮ່ເຫລັກ ມັນມີຢູ່3ບໍຣິສັດ ເຂົ້າມາສໍາຣວດເນາະ ຢູ່ເມືອງແປກຈຸດນຶ່ງ ເມືອງຄູນຈຸດນຶ່ງ ເມືອງຄໍາຈຸດນຶ່ງ ບໍ່ຖ່ານຫີນມີ2ຈຸດ ທີ່ບ້ານອໍາພັນ ເມືອງຄູນກັບບ້ານ ຄໍາພະນຽງ ເມືອງໜອງແຮ່."
ໂຄງການສໍາຣວດ ແຮ່ເຫລັກນັ້ນເປັນ ບໍຣິສັດຈາກຈີນ ວຽດນາມ ແລະເກົາຫລີໃຕ້ ເລີ້ມສໍາຣວດແລ້ວ. ສ່ວນໂຄງການສໍາຣວດ ຖ່ານຫີນເປັນບໍຣິສັດ ພາຍໃນປະເທດ ໄດ້ສໍາຣວດເບື້ອງຕົ້ນ ສໍາເຣັດຮຽບຮ້ອຍແລ້ວ ເຫລືອພຽງຂັ້ນຕອນ ການຣາຍງານແລະ ຮັບການອະນຸມັດ ຈາກຣັຖບານຊຶ່ງ ຖ້າບໍ່ມີບັນຫາຫຍັງ ກໍຈະເລີ່ມໂຄງການ ຂຸດຄົ້ນໄດ້ໃນ ທ້າຍປີນີ້.
ນອກຈາກນີ້ກໍມີ ບໍຣິສັດວຽດນາມ ທີ່ຣັຖບານລາວ ກໍາລັງຈະອະນຸມັດ ໃຫ້ດໍາເນີນການ ສໍາຣວດແຮ່ຄໍາ ໃນເຂດບ້ານຫ້ວຍລຸນ ເມືອງຄູນໃນເດືອນໜ້າ. ຂນະດຽວກັນ ໂຄງການສໍາຣວດ ແຮ່ຄໍາ ຂອງບໍຣິສັດພູເບັ້ຽ mining ກໍໄດ້ຢຸດສະງັກລົງ ຍ້ອນຜົລກະທົບ ທາງເສຖກິດ. ທ່ານກ່າວຕໍ່ໄປວ່າ:
"ຄໍານີ້ ບໍຣິສັດພູເບັ້ຽ ມາຍນິງສໍາຣວດຢູ່ ມັນເນື້ອທີ່ມາຮອດ ຊຽງຂວາງກັບ ແຂວງວຽງຈັນ ຕໍ່ກັນນີ່ແຕ່ ວ່າດຽວນີ້ນີ່ ອີງໃສ່ສະພາບ ເສຖກິດຫຍູ້ງຍາກ ຂະເຈົ້າກໍຍັງ ບໍ່ໄດ້ມາສໍາຣວດ ຕໍ່ເນາະອັນນີ້ ກໍຍັງລໍຖ້າຢູ່."
ສໍາລັບຄວາມເປັນ ໄປໄດ້ໃນການຂຸດຄົ້ນ ຂອງແຕ່ລະໂຄງການ ຫລັງຈາກເສັດສີ້ນ ການສໍາຣວດນັ້ນທ່ານວ່າ ຈະຂຶ້ນຢູ່ກັບຄວາມ ເໝາະສົມແລະ ສະພາບຄວາມເປັນ ຈິງຊຶ່ງສີ່ງສໍາຄັນ ກໍຄືຣັຖບານ ແລະ ບໍຣິສັດຕ່າງໆ ຈະຕ້ອງຮ່ວມກັນ ສໍາຣວດຜົລກະທົບ ທາງດ້ານເສຖກິດ ສັງຄົມ ແລະການປ້ອງກັນ ບໍ່ໃຫ້ເກີດຄວາມ ເສັຽຫາຍ ຫລາຍນັ້ນ.