ຄົນງານລາວ ລັກລອບ ອອກ-ເຂົ້າ ປະເທດ ສ້າງບັນຫາ ການຕ້ານ ໄຂ້ຫວັດໝູ ຈາກພາຍນອກ
2009.08.14
ການກວດສອບຄົ້ນຫາ ຄົນຕິດເຊື້ອ ໄຂ້ຫວັດໝູສາຍພັນ A/H1N1 ຈາກຄົນງານລາວ ທີ່ລັກລອບເຂົ້າໄປ ເຮັດວຽກແບບຜິດ ກົດໝາຍໃນໄທແລ້ວ ກໍກັບຄືນປະເທດ ຜ່ານແຂວງຈຳປາສັກ ບໍ່ສາມາດກວດ ໄດ້ໝົດ ເພາະພວກຄົນງານ ບໍ່ໄດ້ຜ່ານດ່ານ ເຂດຊາຍແດນ ໝົດທຸກຄົນ ເວັ້ນເສັຍແຕ່ພວກ ທີ່ຖືກເຈົ້າໜ້າທີ່ ໄທຈັບສົ່ງຄືນ.
ດ້ວຍເຫດນີ້ຈຶ່ງ ອາດຈະມີຄົນ ທີ່ຕິດເຊື້ອໂຣກ ແລະນຳເອົາເຊື້ອວາຍຣັສ ເຂົ້າມາແຜ່ລາມ ໃນແຂວງຈຳປາສັກ ກໍເປັນໄດ້ ແລະກໍມີຄວາມ ເປັນໄປໄດ້ທີ່ ຈຳນວນຜູ້ຕິດ ເຊື້ອໂຣກອາດມີ ຫລາຍກວ່າທີ່ທາງການ ໄດ້ແຈ້ງໄປແລ້ວ ຫວ່າງມໍ່ໆນີ້. ດັ່ງທີ່ ທ່ານສມານ ຮົ່ມເຢັນ ເລຂາພັກ ແຂວງຈຳປາສັກ ເວົ້າວ່າ:
"ການຜັກດັນລະຫວ່າງ ໄທກັບລາວ ນີ້ບ່ອນວ່າເຂົາ ຜັກດັນຄົນລາວ ໄປອອກແຮງງານ ຢູ່ປະເທດໄທ ເຂົ້າມາຫັ້ນ ໂຕນີ້ເຮົາຕ້ອງໄດ້ ກວດຢູ່ຊາຍແດນ ໂຕນີ້ບາງຄົນ ກໍກວດພົບ ບາງຄົນກໍບໍ່ພົບ ເນື່ອງຈາກວ່າ ມັນບໍ່ເຂົ້າດ່ານໝົດ ມັນລັດໄປທາງ ນອກດ່ານກໍມີ."
ຕາມທີ່ໄດ້ລາຍງານ ໄປແລ້ວວ່າຮອດ ວັນທີ12 ສິງຫາ 2009 ຢູ່ແຂວງຈຳປາສັກ ມີຜູ້ຕິດເຊື້ອ ໄຂ້ຫວັດໝູ ສາຍພັນ A/H1N1 14ຄົນໃນນັ້ນ13ຄົນແມ່ນຄົນງານ ຂ້າມຊາດທີ່ຖືກ ທາງການໄທຈັບ ສົ່ງຄືນປະເທດ ຜ່ານດ່ານຊ່ອງເມັກ-ວັງເຕົ່າ.
ເຖິງວ່າທາງການ ທັງສອງຝ່າຍ ລາວແລະໄທ ແຂວງຈຳປາສັກ ຂອງລາວແລະແຂວງ ອຸບົນຣາຊທານີ ປະເທດໄທ ຈະປຶກສາຫາລື ຮ່ວມມືກັນເພື່ອ ຄວບຄຸມແລະ ປ້ອງກັນກວດຫາ ຜູ້ຕິດເຊື້ອ ໄຂ້ຫວັດໝູ ສາຍພັນ A/H1N1 ຕາມເຂດຊາຍແດນ ແຕ່ກໍຍັງຮັບວ່າ ບັນຫາດັ່ງກ່າວ ຈະຕັດອອກໄປໄດ້ຍາກ ເພາະຄົນງານລາວ ຈຳນວນຫລາຍຍັງ ລັກລອບເຂົ້າອອກປະເທດ ແບບບໍ່ຜ່ານດ່ານ ກວດເຂດຊາຍແດນ.