ຄຳພິພາກສາ ຂອງຍານາງ ອັອງ ຊານ ຊູ ຈິ

ກາຣຕັດສີນຄະດີ ຂອງທາງກາຣສາລພະມ້າ ໃຫ້ຍານາງ Aung San Suu-kyi ຜູ້ນຳພັກຝ່າຍຄ້ານ ຈຳຄຸກຕື່ມອີກສາມປີ ໃນຂໍ້ຫາ ມີຄວາມຜິດຕໍ່ ກົດຣະບຽບກາຣ ກັກບໍຣິເວນ ໃນມື້ວັນອັງຄາຣ ທີ່11 ສີງຫານີ້ນັ້ນ ເຮັດໃຫ້ຜູ້ນຳ ໃນບັນດາປະເທສ ຕາເວັນຕົກ ບໍ່ເພີ່ງພໍໃຈ ແລະຍີ່ງຈະເຮັດໃຫ້ ພະມ້າ ຢູ່ຢ່າງໂດດດ່ຽວ... ດັ່ງ:ຫວາດ ສີມູນ ຈະນຳມາສເນີ ໃນອັນດັບຕໍ່ໄປ.

ຮູປບ້ານພັກຂອງຍານາງອັອງຊານຊູຈິແລະເປັນບ່ອນທີ່ ກັກຂັງບໍ່ຣິເວນຊື່ງມີພວກທະຫານພະມ້າເຝົ້າຍາມຕລອດ 24ຊົ່ວໂມງ.(ຮູປຖ່າຍ08/11/2009)
ຮູປບ້ານພັກຂອງຍານາງອັອງຊານຊູຈິແລະເປັນບ່ອນທີ່ ກັກຂັງບໍ່ຣິເວນຊື່ງມີພວກທະຫານພະມ້າເຝົ້າຍາມຕລອດ 24ຊົ່ວໂມງ.(ຮູປຖ່າຍ08/11/2009) (Photo: AFP)

0:00 / 0:00

ທາງອົງກາຣປົກປ້ອງ ສິທທິມະນຸສຍະຊົນ ກໍໄດ້ຮຽກທວງ ໃຫ້ພັນທະມີຕຂອງ ພະມ້າ ແລະປະເທສອື່ນໆ ໃນທົ່ວໂລກໄດ້ ປະນາມກາຣຕັດສີນ ຂອງທາງກາຣສາລ ພ້ອມກັບກົດດັນ ໃຫ້ທາງກາຣພະມ້າ ປ່ອຍຍານາງ Aung San Suu-kyi ເປັນອິສຣະໂດຽ ບໍ່ມີເງື່ອນໄຂໃດໆ.

ທາງກາຣສາລພະມ້າ ໄດ້ພິພາກສາ ໃນມື້ວັນທີ່11 ສີງຫາ ນີ້ໃຫ້ຜູ້ນຳຂອງ ພັກຝ່າຍຄ້ານຈຳຄຸກ ນານເຖີງສາມປີ ທີ່ວ່າມີຄວາມຜິດ ຕໍ່ກົດໝາຍ ຄວາມໝັ້ນຄົງ ຂອງ ປະເທສ ແຕ່ໃນຂນະດຽວກັນ ກໍໄດ້ສັ່ງໃຫ້ ຫລຸດໂທສຈຳຄຸກ ລົງເຫລືອແຕ່1ປີກັບ 6ເດືອນເທົ່ານັ້ນ ຕາມຄຳສັ່ງຂອງ ຣັຖບາລ ພ້ອມຍັງໄດ້ສັ່ງ ໃຫ້ມີກາຣ ກັກບໍຣິເວນ ຢູ່ໃນເຮືອນພັກ ຄືເກົ່າແທນທີ່ ຈະໃຫ້ຄຸມຂັງຢູ່ຄຸກ Insein ໃນກຸງຢັ້ງກຸ໊ງ ບ່ອນທີ່ຖືກກັກ ແຕ່ກາງເດືອນ ພຶສພາ ເປັນຕົ້ນມານັ້ນ.

ທ່ານ U Nyan Win ຜູ້ເປັນທະນາຍຄວາມ ແລະໂຄສົກຂອງ ພັກສັນນິບາຕແຫ່ງຊາຕ ເພື່ອ ປະຊາທິປະໄຕ ພະມ້າ ກໍໄດ້ແຈ້ງຕໍ່ທາງ ຜູ້ສື່ຂ່າວຂອງ ວິທຍຸເອເຊັຽ ເສຣີ ແຜນກພາສາພະມ້າ ວ່າ:

(Suu Kyi was sentenced to three years but Junta chief Than Shwe signed a special order….)

ທ່ານວ່າ: "ອ໊ອງ ຊານ ຊູ ຈີ ຖືກຕັດສິນໃຫ້ ຈຳຄຸກນານສາມປີ ແຕ່ທ່ານ Than Shwe ຜູ້ນຳສູງສຸດຂອງ ຣັຖບາລ ທະຫາຣພະມ້າ ໄດ້ອອກຄຳສັ່ງ ໃຫ້ອະພັຍໂທສ ໃນຖານພິເສດຫລຸດ ໂທສລົງເຄີ່ງໜື່ງ ພ້ອມກັບໃຫ້ເປັນ ກາຣກັກຢູ່ໃນ ບໍຣິເວນເຮືອນພັກ ຢ່າງເຂັ້ມງວດຊື່ງ ປັຈຈຸບັນນີ້ ທາງເຈົ້າໜ້າທີ່ ກໍໄດ້ນຳຕົວ ຍານາງ ອ໊ອງ ຊານ ໄປເຖີງບ້ານພັກແລ້ວ ແລະກໍແມ່ນ ຣັຖມົນຕຣີ ກະຊວງພາຍໃນ ເປັນຜູ້ປະກາສກາຣ ໃຫ້ອະພັຍໂທສ ດັ່ງກ່າວນີ້"

ທາງກາຣຕຳຣວຈພະມ້າ ໄດ້ຈັບຍານາງ Aung San Suu-kyi ອາຍຸ64ປີ ພ້ອມດ້ວຍແມ່ບ້ານ ປະຈຳອີກ2ຄົນ ໃນວັນທີ່14 ພຶສພາ 2009 ໄປສືບສວນກ່ອນ ທີ່ຈະສົ່ງໄປ ຂັງໄວ້ໃນຄຸກ Insein ພ້ອມກັບນາຍ John Williams Yettaw ຜູ້ຊາຍຊາວ ອະເມຣິກັນ ອາຍຸ53ປີ ທີ່ລັກລອຍ ຂ້າມບືງນ້ຳ Inle Lake ໄປຍັງ ເຂຕບ້ານພັກຂອງ ຍານາງອ໊ອງຊານ ໃນຄືນວັນທີ່4ຫາ5 ເດືອນພຶສພາ ແລະ ພັກຢູ່ທີ່ນັ້ນເຖີງ 3ມື້ ທັ້ງທີ່ພວກແມ່ບ້ານ ໄດ້ຂໍຮ້ອງໃຫ້ໜີ ອອກຈາກທີ່ພັກນັ້ນ.

ສ່ວນຍານາງ ອ໊ອງຊານຊູກີ ຜູ້ເປັນເຈົ້າຂອງບ້ານ ກໍບໍ່ມີສ່ວນຮູ້ຈັກນຳ ແຕ່ປະກາຣໃດ ແລະນາຍ Yettaw ກໍຖືກດຳເນີນຄະດີ ໃນຂໍ້ຫາຜິດຕໍ່ ກົດໝາຍຄວາມໝັ້ນຄົງ ພາຍໃນເຊັ່ນດຽວກັນ ຊື່ງກໍຖືກຕັດສິນ ໃຫ້ຈຳຄຸກນານເຖີງ 7ປີເຕັມ ຫລັງຈາກທີ່ຜູ້ຕ້ອງຫາ ທັງ4ຄົນຖືກ ດຳເນີນຄະດີ ແຕ່ມື້ວັນທີ່18 ພຶສພາ ມາຈົນຮອດທ້າຍເດືອນ ກໍຣະກະດາຜ່ານມາ ແລະໃນທີ່ສຸດ ກໍຖືກຕັດສິນ ໃນວັນອັງຄາຣທີ່11 ສີງຫານີ້ນັ້ນ.

ກາຣຈັບຄຸມແລະ ດຳເນີນຄະດີ ດັ່ງກ່າວເຮັດໃຫ້ ເກີດມີກາຣວິພາກ ວິຈານ ກັນໃນບັນດາ ປະເທສຕາເວັນຕົກ ແລະປະເທສອື່ນໆ ທີ່ວ່າແມ່ນທາງກາຣ ພະມ້າ ພຍາຍາມ ເສກສັນປັ້ນແຕ່ງ ຂື້ນມາເພື່ອເອົາຄວາມຜິດ ກັບຜູ້ນຳພັກຝ່າຍຄ້ານ ບໍ່ໃຫ້ສາມາດອອກ ເຄື່ອນໄຫວເຂົ້າແຂ່ງ ກາຣເລືອກຕັ້ງ ທົ່ວປະເທສ ທີ່ທາງກາຣ ພະມ້າ ມີກຳໜົດຈັດຂື້ນ ໃນປີ2010 ທີ່ຈະມາເຖີງນີ້.

ທ່ານ Jared Genser ຊື່ງເປັນໜື່ງໃນຄນະ ບັນດາທະນາຍຄວາມ ຂອງຍານາງ Aung San Suu-kyi ກໍໃຫ້ຄຳເຫັນຕື່ມວ່າ: ( unfortunately the verdict is unsurprised….ທ່ານວ່າ:

"ບໍ່ເປັນກາຣແປກປລາດ ແຕ່ປະກາຣໃດທີ່ ທາງກາຣສາລພະມ້າ ຕັດສີນໃຫ້ຜູ້ນຳ ພັກຝ່າຍຄ້ານ ມີຄວາມຜິດແລະ ສັ່ງໃຫ້ຈຳຄຸກ ດັ່ງກ່າວແລະ ກໍເປັນກາຣຄາດ ຄະເນ ໄວ້ແລ້ວວ່າຈະຕ້ອງ ມີຄວາມຜິດ ເພື່ອໃຫ້ມີຂໍ້ອ້າງ ແລະກັກຂັງຍານາງ ອ໊ອງຊານຊູຈິ ຕໍ່ໄປ ເພື່ອທາງກາຣທະຫາຣ ພະມ້າ ຈະສາມາດຄອງ ອຳນາຈຕໍ່ໄປ ໂດຽກາຣອາສັຍ ເອົາກາຣເລືອກຕັ້ງ ເປັນກາຣຢືນຢັນ ທີ່ວ່າເປັນ ນະໂຍບາຍຫລື Roadmaps ສຸດທ້າຍໄປສູ່ ກາຣມີ ປະຊາທິປະໄຕ ໃນພະມ້າ ຢ່າງແທ້ຈີງ"

ຄາວມີກາຣເລືອກຕັ້ງ ທົ່ວປະເທສ ໃນປີ1990ນັ້ນ ກໍແມ່ນພັກສັນນິບາດ ແຫ່ງຊາຕ ເພື່ອປະຊາທິປະໄຕ ພະມ້າ ພາຍໃຕ້ກາຣນຳພາ ຂອງຍານາງ ອ໊ອງຊານຊູກີ ເປັນຝ່າຍ ຊະນະຢ່າງຖ້ວມລົ້ນ ແຕ່ທາງກາຣພະມ້າ ບໍ່ຍອມວາງອຳນາຈ ໃຫ້ຜູ້ຊະນະໄດ້ ປະກອບຄນະຣັຖບາລ ແຕ່ຢ່າງໃດ ແຖມຍັງໄດ້ຈັບ ຜູ້ນຳເຂົ້າຄຸກ ຫລືກັກຂັງ ບໍຣິເວນ ມາຢ່າງຕໍ່ເນື່ອງ ຮວມເປັນທັງໝົດ ບໍ່ຕໍ່າກວ່າ14ປີ ໃນຣະຍະ19ປີ ທີ່ຜ່ານມາ.

ຢ່າງໃດກໍຕາມ ກາຣດຳເນີນຄະດີ ຂອງຍານາງ ອ໊ອງຊານຊູຈີ ແລະ ຜູ້ຕ້ອງທັງສາມຄົນ ຕລອດຣະຍະ ທີ່ຜ່ານມານັ້ນ ຖືວ່າບໍ່ຖືກ ດຳເນີນໄປດ້ວຍ ຄວາມຍຸຕິທັມ ແຕ່ປະກາຣໃດ ເພາະມີແຕ່ຝ່າຍໂຈດ ເປັນຜູ້ນຳເອົາ ພຍານເຖີງ14ຄົນ ໄປໃຫ້ປາກຄຳ ແລະ ໄດ້ອະນຸຍາຕ ໃຫ້ທາງ ທະນາຍຄວາມ ຂອງຍານາງ ອ໊ອງຊານຊູຈີ ທີ່ເປັນຝ່າຍຈຳເລີຽ ນັ້ນໄດ້ຮັບ ອະນຸຍາຕເອົາ ພຍານຫລັກຖານ ໄປໃຫ້ປາກຄຳ ທີ່ສາລພຽງ2ຄົນ ເທົ່ານັ້ນທັ້ງໆທີ່ ທາງທະນາຍຄວາມ ໄດ້ຂໍຮ້ອງ.

ກ່ຽວກັບກາຣ ຕັດສີນຄະດີ ຂອງທາງກາຣສາລ ພະມ້າ ໃນມື້ວັນອັງຄາຣ ທີ່11ສີງຫານີ້ນັ້ນ ທ່ານ Thomas Ojea Quintana ເຈົ້າໜ້າທີ່ຕຣຽມກາຣ ຣາຍງານ ພິເສດ ດ້ານສິທທິມະນຸສ ຂອງອົງກາຣ ສະຫະປະຊາຊາຕ ກໍໃຫ້ຄຳເຫັນວ່າ:

(Of course, I condemn the decision and in my opion..) ທ່ານວ່າ: "ແນ່ນອນ.. ແມ່ນປະນາມ ແລະບໍ່ເຫັນພ້ອມນຳ ກາຣຕັດສິນ ທີ່ບໍ່ຍຸຕິທັມ ແລະເປັນກາຣແສດງ ໃຫ້ເຫັນວ່າທາງ ຣັຖບາລທະຫາຣພະມ້າ ໄດ້ປິດປະຕູ ທຸກດ້ານແບບທີ່ ບໍ່ພິຈາຣະນາ ໃຫ້ຄວາມຮ່ວມມື ກັບປະຊາຄົມໂລກ ດ້ວຍກາຣຕັດສິນ ແບບບໍ່ເປັນທັມຂອງກາຣ ດຳເນີນຄະດີຂອງ ຜູ້ນຳພັກຝ່າຍຄ້ານ ທີ່ບໍ່ມີຄວາມຜິດ ແຕ່ຫາກເປັນກາຣ ຫາເຣື່ອງໃສ່ເທົ່ານັ້ນ"

ໃນຂນະດຽວກັນ ທ່ານ Quintana ກໍວ່າ ກຳລັງມີກາຣ ກະຕຣຽມທີ່ຈະ ເດີນທາງໄປຍັງ ປະເທສພະມ້າ ເພື່ອໃຫ້ສາມາດ ໄດ້ເຂົ້າພົບປະກັບ ທາງຄນະເຈົ້າໜ້າທີ່ ຂອງທາງກາຣພະມ້າ ເພື່ອໃຫ້ປ່ອຍຜູ້ນຳ ພັກຝ່າຍຄ້ານ ແລະບັນດານັກໂທສ ກາຣເມືອງອື່ນໆ ຫລາຍພັນຄົນ ອອກຈາກຄຸກຄຸມຂັງ ເປັນອິສຣະ.

ພາຍຫລັງທີ່ທາງກາຣ ພະມ້າໄດ້ປະກາສ ກາຣຕັດສິນຄະດີ ດັ່ງກ່າວນີ້ ບັນດານັກເຄື່ອນໄຫວ ປະຊາທິປະໄຕ ແລະ ບັນດາເຈົ້າໜ້າທີ່ ຈາກອົງກາຣປົກປ້ອງ ສິທທິມະນຸສ ຕ່າງກໍພາກັນ ປະທ້ວງຢູ່ຕາມ ສຖານທູຕຂອງພະມ້າ ເຊັ່ນຢູ່ກຸງມະນີລາ ປະເທສຟິລິປປິນ ແລະ ຫລາຍປະເທສອື່ນໆ ໃນທົ່ວໂລກ ໃນມື້ວັນ ອັງຄາຣນີ້.

ໃນຂນະດຽວກັນ ນີ້ທ່ານ Barack Obama ປະທານາທິບໍດີ ສະຫະຣັຖ ກໍໄດ້ທວງໃຫ້ ທາງກາຣຣັຖບາລ ທະຫາຣພະມ້າ ໄດ້ປ່ອຍຍານາງ ອ໊ອງຊານຊູຈີ ໃຫ້ເປັນ ອິສຣະໂດຽບໍ່ມີ ເງື່ອນໄຂໃດໆ ພ້ອມກັບປະນາມ ວ່າກາຣທີ່ ຕັດສິນຄະດີ ແລະ ສືບຕໍ່ກາຣກັກ ບໍຣິເວນຂອງ ຍານາງ ຕື່ມຕໍ່ໄປນັ້ນ ເປັນກາຣກະທຳ ທີ່ໄຮ້ສີລທັມ ພ້ອມກັບໃຫ້ມີ ກາຣປ່ອຍບັນດາ ນັກໂທສກາຣເມືອງ ນັບເປັນພັນໆຄົນ ນັ້ນອອກຈາກ ຄຸກຄຸມຂັງ ເປັນອິສຣະເຊັ່ນກັນ.