ເຣື້ອງທີ່ເກັບບັນທຶກໄວ້
2024-02-08
ປະເທດລາວ ສົ່ງອອກສິນຄ້າກະເສດ ມີມູນຄ່າ ສູງເຖິງ 1.4 ຕື້ໂດລ້າຣ໌ສະຫະຣັຖ ແຕ່ບໍ່ແມ່ນລາຍຮັບ ທີ່ຣັຖບານລາວ ໄດ້ທັງໝົດ ເພາະສິນຄ້າເຫຼົ່ານັ້ນ ບໍ່ແມ່ນຂອງຄົນລາວ ແລະຣັຖບານລາວ ສະນັ້ນແລ້ວ ຣັຖບານ ຈະໄດ້ຮັບພຽງຄ່າຂົນສົ່ງສິນຄ້າ, ຄ່າພາສີ-ອາກອນ ແລະຄ່າເຊົ່າສັມປະທານທີ່ດິນເທົ່ານັ້ນ.
2024-02-08
ຣັຖບານມີແຜນ ຈະປັບເພີ່ມເງິນອຸດໜູນ ຂຶ້ນໃຫ້ພະນັກງານ-ຣັຖກອນ, ທະຫານ, ຕໍາຣວດ ແລະ ຄາດວ່າຈະສາມາດຮັບເງິນດັ່ງກ່າວ ບໍ່ໃຫ້ກາຍເດືອນມິຖຸນາ 2024 ນີ້ ຍ້ອນຄ່າຄອງຊີບສູງ, ແຕ່ຍັງບໍ່ມີຂໍ້ມູນ ລະບຸ ຈຳເນນເງິນອຸດໝູນ ທີ່ຈະເພີ່ມ.
2024-02-08
ຂີ້ເຫຍື້ອ ຈາກຕລາດລາວ 450 ປີ ຢູ່ບ້ານສະພັງເມິກ ເມືອງໄຊທານີ ນະຄອນຫຼວງວຽງຈັນ ສົ່ງກິນເໝັນ ລົບກວນຊາວບ້ານໃກ້ຄຽງ ແລະ ປະຊາຊົນ ໄດ້ສ່ອງແສງ ໄປຫາເຟສບຸກເພຈ “ເຫດການບ້ານເມືອງ” ໃນວັນທີ 7 ກຸມພາ ທີ່ຜ່ານມາ ຂະນະນີ້ ພາກສ່ວນທີ່ຮັບຜິດຊອບ ກຳລັງດຳເນີນການ ແກ້ໄຂ.
2024-02-07
ທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ຢູ່ລະຫວ່າງການປະສານງານ ກັບທາງການມາເລເຊັຽ ເພື່ອຫາລືກ່ຽວກັບການຈັດສົ່ງ ຄົນງານລາວ ໄປເຮັດວຽກ ໃນຂແນງການປະມົງ ຢູ່ປະເທດມາເລເຊັຽ ເພື່ອໃຫ້ຄົນງານລາວ ໄດ້ຮັບສິດທິພິເສດ ແລະການປົກປ້ອງ ດ້ານແຮງງານຂະນະເຮັດວຽກ.
2024-02-07
ຕຳຣວດພະມ້າ ຊ່ອຍເຫຼືອແມ່ຍິງລາວ 1 ຄົນ ອອກມາໄດ້ແລ້ວ ພາຍຫຼັງທີ່ຖືກຄ້າມະນຸສ ໄປເປັນສາວຄາຣາໂອເກະ ເຄທີວີ ແລະ ຖືກບັງຄັບ ໃຫ້ຂາຍບໍຣິການທາງເພດ ຢູ່ຮ້ານບັນເທີງ ຂອງຄົນຈີນ ຂະນະທີ່ຍັງເຫຼືອອີກ 4 ຄົນ ທີ່ລໍຖ້າການຊ່ອຍເຫຼືອ.
2024-02-07
ປາຕາຍຫລາຍຢູ່ໜອງນໍ້າ ໃນເຂດບ້ານຄົກເຂົ້າດໍ ເມືອງຊະນະຄາມ ແຂວງວຽງຈັນ ແຕ່ຍັງບໍ່ທັນຮູ້ສາເຫດຄັກແນ່, ມີແຕ່ສົງໄສວ່າ ອາດເປັນຍ້ອນໂຮງງານ ຜລິດແປ້ງມັນຕົ້ນ ຂອງຈີນ ທີ່ຢູ່ໃນເຂດບ້ານດັ່ງກ່າວ ປ່ອຍນໍ້າເສັຍທີ່ເປັນພິດລົງໃສ່.
2024-02-07
ອົງການເພື່ອຄວາມໂປ່ງໃສສາກົລ ຫຼື Transparency International ໄດ້ເປີດເຜີຍຜົລຂອງການສຳຣວດ ດັດຊະນີການຮັບຮູ້ ເຣື່ອງການສໍ້ຣາສບັງຫຼວງ ຫຼື Corruption Perceptions Index ປະຈຳປີ 2023 ທັງໝົດ 180 ປະເທດທົ່ວໂລກ ແລະ ສປປ ລາວຕົກຢູ່ລະດັບທີ່ 136.
2024-02-07
ເຈົ້າໜ້າທີ່ຕໍາຣວດ ຢູ່ແຂວງສວັນນະເຂດ ຖືກລົງວິໄນ 5 ນາຍ ແລະ ຫົວໜ້າ ຖືກໄລ່ອອກ ສ່ວນທີ່ເຫລືອ 2 ນາຍ ຖືກປົດຕໍາແໜ່ງ ຈາກພັນໂທເປັນພັນຕຣີ ແລະ ຂັ້ນວິຊາການ 2 ນາຍ ຖືກງົດເລື່ອນຊັ້ນ ຍ້ອນພົວພັນກັບຢາເສບຕິດ.
2024-02-06
ເຂື່ອນສົ່ງຜົລກະທົບ ຕໍ່ແມ່ນໍ້າຂອງ ຢ່າງຫຼວງຫຼາຍ ແຕ່ມາຮອດປັດຈຸບັນ ການປ່ຽນແປງ ຂອງດິນຟ້າອາກາດ ກໍເຣີ່ມສົ່ງຜົລກະທົບຕໍ່ແມ່ນໍ້າຂອງ ເຊັ່ນກັນ ແລະ ຜົລກະທົບຈາກ ການປ່ຽນແປງ ຂອງດິນຟ້າອາກາດ ນັ້ນ ມັກຖືກປົກປິດຈາກຜົລກະທົບ ຂອງເຂື່ອນ.
2024-02-06
ແກ້ງຕອບແຊັດ ຫຼື ຄອລເຊັນເຕີ້ ທີ່ຕົ້ມຕຸ໋ນ ທາງອອນລາຍນ໌ ຢູ່ໃນເຂດເສຖກິຈ ພິເສດ ສາມຫລ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຍັງຄົງດໍາເນີນການຢູ່ ເຖິງແມ່ນວ່າ ທາງການໄດ້ປາບປາມ ໃນໄລຍະທີ່ຜ່ານມາ ແລ້ວກໍຕາມ.
2024-02-06
ຫຼາຍພາກສ່ວນ ໄດ້ເຂົ້າຮ່ວມພິທີ ເປີດສນາມບິນສາກົລບໍ່ແກ້ວ ຢູ່ບ້ານໃຫຍ່ສີເມືອງງາມ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໃນມື້ວັນທີ 5 ກຸມພາທີ່ຜ່ານມາ ແຕ່ສາຍການບິນລາວ ຍັງແຈ້ງປະກາດ ໂຈະຖ້ຽວບິນ ລະຫວ່າງ ສນາມບິນສາກົລວັດໄຕ ກັບສນາມບິນສາກົລບໍ່ແກ້ວ ແບບບໍ່ມີກໍານົດ.
2024-02-06
ຣັຖາບານ ສຸມໃສ່ການແກ້ໄຂບັນຫາ ເສຖກິຈ ແລະ ການເງິນຢ່າງຮີບດ່ວນ ເພື່ອໃຫ້ເສຖກິຈ ແລະ ການເງິນກັບມາຟື້ນໂຕ ຂະນະດຽວກັນຄ່າຄອງຊີບ ແພງຂຶ້ນ ຈົນເຮັດໃຫ້ພະນັກງານຣັຖກອນ ຊັ້ນຜູ້ນ້ອຍ ທີ່ໄດ້ເງິນເດືອນໜ້ອຍ ຢູ່ບຳບາກ.
2024-02-06
ໃນວັນທີ 5 ກຸມພາ ທີ່ຜ່ານມາ ເຈົ້າໜ້າທີ່ຄະນະສະເພາະກິຈ ແຂວງສວັນນະເຂດ ຍຶດໄມ້ຂະຍຸງ ແລະໄດ້ກະດຸດ ຈາກຣົຖເມໂດຍສາຍ ຂອງຄົນວຽດນາມ ທີ່ຈະເດີນທາງໄປ ປະເທດວຽດນາມ ໄດ້ຫຼາຍພັນແມັດກ້ອນ ຊຶ່ງກໍຣະນີດັ່ງກ່າວ ບໍ່ແມ່ນເທື່ອທຳອິດ ທີ່ມີການລັກຂົນສົ່ງໄມ້ເຖື່ອນ.
2024-02-05
ເມືອງມໍຣະດົກໂລກ ຫຼວງພຣະບາງ ກໍາລັງປະເຊີນກັບໄພຄຸກຄາມ ຈາກການພັທນາ ໂຄງຮ່າງພື້ນຖານ ຫຼາຍຢ່າງ ໂດຍສະເພາະ ໂຄງການກໍ່ສ້າງເຂື່ອນໄຟຟ້າ ຫຼວງພຣະບາງ ໃນແມ່ນໍ້າຂອງ ທີ່ຢູ່ຫ່າງຈາກ ເຂດມໍຣະດົກໂລກ ໄປທາງເໜືອ ປະມານ 25 ກິໂລແມັດ.
2024-02-05
ນັກວິຊາການລາວ ແລະໄທຍ ມີຄວາມເຫັນກົງກັນ ກ່ຽວກັບເຣື່ອງທາງການລາວ ຈະບໍ່ຫຍຸ້ງກ່ຽວກັບຂໍ້ຂັດແຍ່ງຢູ່ທະເລຈີນໃຕ້ ເພື່ອຮັກສາການພົວພັນ ອັນດີກັບຈີນ ແລະວຽດນາມ.