ທຸຣະກິຈຕອບແຊັດ ຕົ້ມຕຸ໋ນທາງອອນລາຍນ໌ ຢູ່ສາມຫຼ່ຽມຄໍາ ຍັງບໍ່ໝົດ

ອຸ່ນແກ້ວ
2024.02.06
ທຸຣະກິຈຕອບແຊັດ ຕົ້ມຕຸ໋ນທາງອອນລາຍນ໌ ຢູ່ສາມຫຼ່ຽມຄໍາ ຍັງບໍ່ໝົດ ຮູບໂຕຢ່າງປະກອບ: ການຊ່ອຍເຫຼືອ ຜູ້ທີ່ຖືກຕົວະໄປເຮັດວຽກ ຢູ່ສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ເມື່ອປີທີ່ຜ່ານມາ.
RFA

ປັດຈຸບັນ ພວກແກ້ງຕອບແຊັດ ຫຼື ຄອລເຊັນເຕີ້ ທີ່ຕົ້ມຕຸ໋ນ ທາງອອນລາຍນ໌ ຢູ່ເຂດເສຖກິຈພິເສດສາມຫລ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຍັງຄົງດໍາເນີນການຢູ່ ເຖິງຈະມີຂ່າວວ່າ ທາງການຈີນ ແລະ ລາວ ໄດ້ປາບປາມ ກໍຕາມ.

ຫົວໜ້າແກ້ງຄອລເຊັນເຕີ້ ຊາວຈີນ ໄດ້ໃຫ້ນາຍໜ້າຄົນລາວ ຊອກຫານຄົນງານລາວ ໄປເຮັດວຽກຕອບແຊັດ ຢູ່ເຂດເສຖກິຈພິເສດ ສາມຫລ່ຽມຄໍາ ໂດຍສເນີໃຫ້ເງິນເດືອນສູງ ເຖິງ 30 ລ້ານ ກີບຕໍ່ເດືອນ ໃນຂະນະທີ່ ເງິນເດືອນພະນັກງານ ທົ່ວໄປທີ່ເຮັດວຽກ ຢູ່ເຂດດັ່ງກ່າວ ພຽງແຕ່ 1.6 – 2.5 ລ້ານ ກີບເທົ່ານັ້ນ. 

ຫົວໜ້າແກ້ງຕອບແຊັດ ຫຼື ຄອລເຊັນເຕີ້ ຈະສເນີໃຫ້ເງິນເດືອນສູງ ເພື່ອຈູງໃຈ ແຕ່ຫຼັງຈາກເຂົ້າໄປເຮັດວຽກແລ້ວ ຈະຫາຂໍ້ອ້າງເພື່ອຕັດເງິນ ຈົນຜູ້ທີ່ເຂົ້າໄປເຮັດວຽກ ຕ້ອງເປັນໜີ້ ຈົນອອກມາບໍ່ໄດ້. ຜູ້ທີ່ຮູ້ເຣື່ອງນີ້ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ:

ເຂົາຕັ້ງເງິນເດືອນໄວສູງ ເພື່ອດຶງດູດໃຫ້ຄົນມາເຮັດວຽກຫັ້ນນ່າ. ແລ້ວບາດນີ້ ເຂົາກໍຕັ້ງກົດຕັດເງິນເດືອນຫັ້ນນ່າ ຕັ້ງເປັນເລກຈີນເງິນຢວນ 5,000 ຢວນ. ແມ່ນໆ ຖ້າວ່າ ຄົນໄດ້ພາສາຈີນ ກໍໄດ້ອັບຂຶ້ນອີກປະມານ 10,000 ຢວນ ນີ້ແຫຼະ. ສ່ວນຫຼາຍເຣດ ເວລາ ຖ້າເຮັດວຽກບໍ່ຕົງຕາມເວລາ ຫຼືວ່າ ບາງບໍຣິສັດ ກໍເຄັ່ງຫຼາຍ. ບາງບໍຣິສັດ ກໍບໍ່ເຄັ່ງຫຼາຍ ກໍໄດ້ແຕ່ງ. ການແຕ່ງໂຕເນາະ ບໍ່ໄດ້ຫຼາຍ ຕິດໜີ້ກໍບໍ່ມີແຫຼະ. ເພິ່ນຕັດໆ ຈົນເປັນໜີ້ ບໍຣິສັດຫັ້ນແຫຼະ. ຈົນແບບວ່າ ບໍ່ໄດ້ເງິນເລີຍນ່າ. ແບບວ່າ ບໍ່ໄດ້ແທ້ໆ ເລີຍ ແລ້ວກໍຕິດໜີ້. ເຂົ້າອີກເວີຍ ບໍ່ໄດ້ເງິນ ຍັງບໍ່ພໍ ຍັງຕິດໜີ້ເຂົາອີກ. ບາງຄົນກໍເປັບແບບນັ້ນ ໄດ້ຫາເງິນໃຊ້ເຂົາຢູ່ຫັ້ນ.​

ໃນການຫາຄົນໄປເຮັດວຽກ ເປັນແກ້ງຕົ້ມຕຸ໋ນ ຕອບແຊັດ ຈະມີນາຍໜ້າ ທີ່ເປັນຄົນລາວ ຈັດຫາຄົນໄປເຮັດວຽກ ແລະ ຕ້ອງໄດ້ຈ່າຍເງິນຄ່ານາຍໜ້າ ຄິດເປັນເງິນລາວ ປະມານ 3 ລ້ານ ກີບ.

ຜູ້ທີ່ຮູ້ເຣື່ອງນີ້ ໄດ້ກ່າວຕື່ມອີກວ່າ:

ກ່ອນເຂົາຈະຫາຄົນມາເຮັດວຽກ ເຂົາກໍໄດ້ຈ້າງຫາຄົນມາເຮັດວຽກ. ຄ່ານາຍໜ້ານີ້ ກໍຄົນລາວກັບຄົນລາວນີ້ ໄດ້ຄົນລະ 1,000 ຢວນ ກໍ 5,000 ບາທ ໄດ໋. ຄົນລາວນີ້ ຫາ ຄົນລາວ ໄປໃຫ້ເຂົາຫັ້ນນ່າ ຫາຄົນລາວໄປໃຫ້ເຂົາເຮັດວຽກຫັ້ນນ່າ. ແລ້ວເຂົາກໍ ຕ້ອງໄດ້ຈ່າຍ, ຈ່າຍເພື່ອເອົາແຮງງານມາເຮັດວຽກຫັ້ນນ່າ ແຕ່ວ່າ ເອົາມາແລ້ວ ເຂົາບໍ່ໄດ້ເຮັດວຽກ. ເຂົາກໍຢາກໃຫ້ເຮັດມັນສົມກັບເງິນ ທີ່ເຂົາຊື້ມາ ກໍສໍ່າຊື້ຫັ້ນແຫຼະ ຄົນລາວ ກັບຄົນລາວ. ກໍຂາຍກັນຢູ່ນີ້ ດຽວນີ້ ກໍມີຢູ່ຄ່ານາຍໜ້າ ຄ່ານາຍໜ້າຕິດຕໍ່ ພາຄົນໄປເຮັດວຽກນີ້.”  

ບາງກໍຣະນີ ຄົນທີ່ໄປເຮັດວຽກຕອບແຊັດ ບໍ່ໄດ້ຕາມເປົ້າໝາຍ ກໍຈະຖືກຂາຍໄປໃຫ້ແກ້ງອື່ນໆ ຢູ່ພາຍໃນເຂດເສຖພິເສດສາມຫລ່ຽມຄໍາ ແລະ ບາງກໍລະນີ ເຂົາເຈົ້າກໍຖືກຂາຍໄປຈີນ ແລະ ພະມ້າ.

ຄົນທີ່ເຄີຍໄປເຮັດວຽກຕອບແຊັດ ຢູ່ເຂດເສຖກິຈພິເສດ ສາມຫລ່ຽມຄໍາ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 6 ກຸມພາ ວ່າ:

(ຄ່າຈ້າງເດືອນລະ) ປະມານ 20-30 ລ້ານ ກິບ ແຕ່ວ່າ ເຮັດວຽກຢູ່ທາງນອກນີ້ ປະມານ 2 ລ້ານ ກີບ. ມັນກໍມີຢູ່ບາງບໍຣິສັດ ກໍເບິ່ງດີໆ ໄປເຮັດວຽກນໍາ ບໍຣິສັດ ທີ່ມີໝູ່ ຊິນ່າ ບາງຄົນກໍແບບ ຖືຕົວະໄປຂາຍຕໍ່ ແບບບາງທີກໍຕົວະໄປຂາຍໃຫ້ພະມ້າພຸ້ນ. ໄປທາງພະມ້າພຸ້ນ ແມ່ນຫຼາຍໆ ແຕ່ວ່າ ມີຫຼາຍໆ ແຕ່ເປັນນາຍທຶນ ທາຍທຶນຈີນເປີດແລ້ວ.

ໃນເດືອນພຶສຈິກາ 2023 ທີ່ຜ່ານມາ, ເຈົ້າໜ້າທີ່ຕໍາຣວດລາວ ແລະ ຈີນ ໄດ້ຈັບໂຕກຸ່ມຕອບແຊັດ ຕົ້ມຕຸ໋ນທາງອອນລາຍນ໌ ທີ່ເປັນຊາວຈີນ ຈໍານວນ 462 ຄົນ ຢູ່ພາຍໃນເຂດ ເສຖກິຈພິເສດ ສາມຫລ່ຽມຄໍາ ແລະ ສົ່ງມອບໃຫ້ທາງການຈີນ ຜ່ານດ່ານສາກົນບໍ່ເຕັນ-ບໍ່ຫານ ເພື່ອນໍາໂຕຜູ້ກ່ຽວໄປດໍາເນີນຄະດີ ຢູ່ປະເທດຈີນ.

ໃນສ່ວນເຈົ້າໜ້າທີ່ກ່ຽວຂ້ອງ ບໍ່ໄດ້ໃຫ້ຣາຍລະອຽດ ກ່ຽວກັບເລື່ອງນີ້ຫຼາຍເທົ່າທີ່ຄວນ.

ດັ່ງທ່ານກ່າວວ່າ: 

ບໍ່ຮູ້ ຄືວ່າ ບໍ່ໄດ້ຍິນ ຍັງຄັນວ່າ ເຮົາໄດ້ຂໍ້ມູນລະອຽດ. ເຮົາກໍໄປແຈ້ງທາງໜ່ວຍງານ ກ່ຽວຂ້ອງ ຄື ອັນແຮງງານ ມີຢູ່ໆ ມີຄວາມຫຍຸ້ງຍາກຫຼາຍຄືກັນ.

ຊາວລາວບາງຄົນ ກໍຢາກໃຫ້ທາງການ ເລັ່ງເຂົ້າມາແກ້ໄຂບັນຫານີ້ ຢ່າງຈິງຈັງ. ຊາວເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ກ່າວວ່າ:

ຄ່າຄອງຊີບມັນສູງນີ້ແຫຼະ. ກໍຢາກໄປຫາເງິນຫາຄໍາເພີ່ມຕີ້. ໜ້າຈະໄດ້ດີຫັ້ນແຫຼະ. ເຂົາຈຶ່ງໄປພຸ້ນເນາະ. ແມ່ນ ຂ້ອຍກໍບໍ່ໄດ້ໄປກ່ຽວ ຫຼື ພົວພັນປານໄດ໋. ກໍເຫັນແຕ່ໃນເຟສ. ໂພສຕ໌ລົງເຟສບຸກຄ໌ ວ່າ ໄປເຮັດວຽກຢູ່ນັ້ນ ຖືກພວກນາຍຈ້າງຂົ່ມເຫັງແຮງງານ. ພວກໄປເຮັດວຽກຢູ່ຫັ້ນ ກໍບໍ່ຢາກໃຫ້ເຮັດ ຄືເກົ່າຫັ້ນແຫຼະ. ແມ່ນ ສ່ວນຫຼາຍເປັນຄົນຈີນ ເຂົາໃຊ້ອໍານາດຫຼາຍໂພດ.

ໃນຮອບ 4 ປີ ທີ່ຜ່ານມາ ຄ່າເງິນກີບ ອ່ອນລົງເລື້ອຍໆ ເຮັດໃຫ້ອັດຕຣາຄ່າຈ້າງ ແຮງງານຂັ້ນຕໍ່າ ຂອງປະເທດລາວ ຢູ່ທີ່ 1,600,000 ລ້ານກິີບຕໍ່ເດືອນ ເຊິ່ງຕໍ່າທີ່ສຸດ ເມື່ອປ່ຽບທຽບໃສ່ຄ່າຈ້າງຂັ້ນຕໍ່າໃນປະເທດອາຊ້ຽນ ໂດຍສະເພາະ ປະເທດພະມ້າ, ວຽດນາມ, ກັມພູຊາ ແລະ ໄທຍ.  

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.