ຣັຖບານ ມີແຜນປັບເພີ່ມເງິນອຸດໜູນ ໃຫ້ຣັຖກອນ ຍ້ອນຄ່າຄອງຊີບສູງ
2024.02.08

ທາງການລາວ ມີແຜນທີ່ຈະປັບເພີ່ມເງິນອຸດໜູນ ໃຫ້ພະນັກງານ-ຣັຖກອນ, ທະຫານ, ຕໍາຣວດ, ພະນັກງານບໍານານ ແລະເສັຍອົງຄະ ແລະຈະໄດ້ຮັບ ບໍ່ກາຍເດືອນມິຖຸນາ 2024 ນີ້ ເພື່ອໃຫ້ສອດຄ່ອງ ກັບສະພາບເສຖກິຈ-ການເງິນ ຂອງປະເທດ.
ດັ່ງຍານາງ ທິບພະກອນ ຈັນທະວົງສາ ຮອງຣັຖມົນຕຣີ ແລະຮອງຫົວໜ້າ ຫ້ອງວ່າການສໍານັກງານນາຍົກຣັຖມົນຕຣີ ຜູ້ເປັນໂຄສົກຣັຖບານ ໄດ້ກ່າວເຖິງຜົລສໍາເຣັດ ຂອງກອງປະຊຸມເປີດກວ້າງ ຂອງຣັຖບານຄັ້ງທີ 2 ທີ່ໄດ້ຈັດຂຶ້ນ ໃນມື້ວັນທີ 26 ແລະ 27 ທັນວາ 2023 ທີ່ຜ່ານມາ.
ດັ່ງມີເນື້ອໃນຕອນນຶ່ງວ່າ:
“ຮີບຮ້ອນຄົ້ນຄວ້າການເພີ່ມເງິນອຸດໜູນ ໃຫແກ່ພະນັກງານ-ຣັຖກອນ ທະຫານຕໍາຣວດໃຫ້ໄວ ແລະສາມາດໃຫ້ເຣີ່ມປະຕິບັດຊ້າສຸດ ໃນໄຕຣມາດ 2 ຂອງປີ 2024 ນີ້.”
ເນື້ອໃນສໍາຄັນຂອງແຜນທີ່ວ່ານັ້ນ ມີຢູ່ວ່າ ໃຫ້ປະຕິບັດເງິນອຸດໜູນ ຄຣູສັນຍາຈ້າງ ໃນເດືອນມົກກະຣາ 2024 ແລະໃຫ້ເພີ່ມເງິນເດືອນພະນັກງານ-ຣັຖກອນ, ທະຫານ, ຕໍາຣວດ ຊ້າສຸດໃຫ້ທັນໄຕມາດທີ 2 ຂອງປີ 2024 ນີ້.
ເຈົ້າໜ້າທີ່ທີ່ກ່ຽວຂ້ອງທ່ານນຶ່ງ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 8 ກຸມພານີ້ວ່າ ແຜນທີ່ວ່ານັ້ນ ຈະເປັນການປັບເພີ່ມເງິນອຸດໜູນ ຄ່າຄອງຊິບ, ບໍ່ກ່ຽວຂ້ອງກັບເງິນເດືອນ ພະນັກງານ-ຣັຖກອນ ຍ້ອນເງິນກີບເຟີ້ ເພີ່ມສູງຂຶ້ນເລື້ອຍໆ. ສ່ວນວ່າຣາຍລະອຽດ ເປັນຕົ້ນກຸ່ມເປົ້າໝາຍ, ການຄິດໄລ່ເງິນ ແມ່ນຍັງບໍ່ສາມາດເປີດເຜີຍໄດ້ ໃນຂະນະນີ້.
“ສ່ວນໂຕທີ່ວ່າເພິ່ນອອກຂ່າວຫັ້ນ ແມ່ນແຈ້ງການໂຕນີ້ ແມ່ນເພິ່ນຢູ່ໃນຂັ້ນຕອນ ກໍາລັງຄົ້ນຄວ້າ ໜ້າຈະໃກ້ສໍາເຣັດແລ້ວ ໂຕນີ້ຈະກ່ຽວກັບເງິນອຸດໜູນເລີຍ ຈະບໍ່ກ່ຽວກັບເງິນເດືອນ.”
ເມື່ອກ່ອນໜ້ານີ້ ແຕ່ເດືອນຕຸລາ ຫາເດືອນທັນວາ 2023 ທາງການລາວ ໄດ້ປັບເພີ່ມເງິນອຸດໜູນຄ່າຄອງຊີບ ໃຫ້ພະນັກງານ-ຣັຖກອນ ທີ່ໄດ້ເງິນເດືອນຕໍ່າກວ່າ 1.7 ລ້ານກີບ ຄືຜູ້ທີ່ໄດ້ເງິນເດືອນພື້ນຖານ ຕາມຊັ້ນ 3 ຂັ້ນ 7 ຫລືມີອັດຕຣາເງິນເດືອນ 205 ດັດຊະນີລົງມາ, ຣັຖກອນຄຣູ ທີ່ມີເງິນເດືອນພື້ນຖານ ຕາມຊັ້ນ 1 ຂັ້ນ 12 ຫລື ມີອັດຕຣາເງິນເດືອນ 205 ດັດຊະນີ ລົງມາ ແລະຜູ້ຮັບເງິນອຸດໜູນບໍານານ, ເສັຍກໍາລັງແຮງງານ ແລະເສັຍອົງຄະຮາກຖານ.
ແລະເຖິງແມ່ນວ່າ ທີ່ຜ່ານມາ ທາງການລາວຈະໃຫ້ເງິນອຸດໜູນຄ່າຄອງຊີບ ໃຫ້ ພະນັກງານ-ຣັຖກອນ ທີ່ໄດ້ເງິນເດືອນບໍ່ຮອດ 1.7 ລ້ານກີບ ນັ້ນ ເພີ່ມຕື່ມ ແຕ່ກໍຍັງເຫັນວ່າ ເງິນອຸດໜູນນັ້ນ ຍັງບໍ່ພຽງພໍແລະບໍ່ສອດຄ່ອງກັບຄ່າຄອງຊີບ.
ດັ່ງ ຄຣູຊັ້ນຕົ້ນ ຢູ່ແຂວງວຽງຈັນທ່ານນຶ່ງ ກ່າວໃນມື້ດຽວກັນນີ້ວ່າ:
“ບໍ່ໄດ້ ແຕ່ວ່າພວກຊັ້ນກາງກໍອາຈບໍ່ຮອດເດ້. ພວກຊັ້ນຕົ້ນຊັ້ນກາງກໍບໍ່ຮອດ ແບບ ເອີ ຊັ້ນສູງຂຶ້ນມານີ້ 1.8 ລ້ານກີບ. ກໍຈໍານວນນຶ່ງ ກໍສິມີຫັ້ນແ ລູກ ໜ້ອຍດຽວໆ ຖ້າວ່າເມັຽເປັນປະຊາຊົນຫລະ ແບບວ່າມັນບໍ່ຄຸ້ມຄ່າຫັ້ນນ່າ. ແບບວ່າຄ່າຄອງຊີບມັນແພງເດ້. ໂດຍໆ ກໍມີບາງສ່ວນໄປເຮັດວຽກຕ່າງແດນແນ່ ຫລືໄປທໍາມາຫາກິນແນວອື່ນກໍມີ. ເງິນເດືອນປະຣິນຍາຕຣີ 2 ລ້ານປາຍໜ້ອຍນຶ່ງເທົ່ານັ້ນນ່າ. ຜູ້ທີ່ມີຄອບຄົວກະຊິບໍ່ໄດ້ມີເພີ່ມຫຍັງ. ເພີ່ມຈໍານວນ ລູກ ໜ້ອຍດຽວ ຖ້າວ່າເມັຽເປັນປະຊາຊົນ ກໍໄດ້ໜ້ອຍນຶ່ງຕື່ມ.”
ແລະຄຣູຊັ້ນກາງ ຢູ່ແຂວງບໍລິຄໍາໄຊ ກ່າວວ່າ ໃນຫລາຍເດືອນຜ່ານມານີ້ ມີພະນັກງານ-ຣັຖກອນ ໃນຂແນງການຕ່າງໆ ຄ່ອຍໆພາກັນລາອອກຈາກການໄປເຮັດວຽກ ແນວອື່ນ ຢູ່ພາຍໃນປະເທດ ຫລືໄປເຮັດວຽກຢູ່ຕ່າງປະເທດ ຍ້ອນເງິນເດືອນ ທີ່ພວກເຂົາເຈົ້າໄດ້ຮັບໜ້ອຍຫລາຍ ແລະບໍ່ພຽງພໍ ກັບການໃຊ້ຈ່າຍໃນແຕ່ລະເດືອນ.
“ຄຣູເຂົ້າໃໝ່ ຄຣູໂສດບໍ່ມີຄອບຄົວບໍ່ມີລູກອີ່ສັງຫັ້ນນ່າ ກໍຖືວ່າໄດ້ໜ້ອຍ ບໍ່ມີຕໍາແໜ່ງບໍ່ມີອຸດໜູນລູກ ບໍ່ມີອຸດໜູນເມັຽເດ໋ 1.5 ລ້ານ 1.4 ລ້ານກໍມີ ຕໍ່າສຸດ 1.4 ພໍບໍ່ ບໍ່ພໍຫັ້ນແຫລະ ນີ້ຂນາດ 2 ລ້ານປາຍນີ້ຍັງບໍ່ພໍ ເພາະວ່າພໍສິຮອດ ເງິນເຕັມແທ້ກໍ 2.4 ລ້ານແຕ່ໄດ້ໂຕຈິງແທ້ ມັນກໍສິບໍ່ຮອດ ຫັກຄ່າສະມາຄົມຫັກຄ່າຄຣູແຫ່ງຊາດ ຄຣູເມືອງ ສ່ວນເຣື່ອງຣັຖກອນຄຣູ-ຄຣູອາສາສມັກລາອອກ ປີນີ້ຫລາຍ 5-6 ຄົນແລ້ວເດ້ ມີ ເອີ ອັນນັ້ນສ່ວນໜ້ອຍ ຣັຖກອນຄຣູລາອອກ ແຕ່ວ່າອາສາສ່ວນຫລາຍອາສານີ້ອອກ ເຮັດໃຫ້ຄຣູເຮົາບໍ່ພໍເດ້ດຽວນີ້.”
ນັບແຕ່ປີ 2016 ເປັນຕົ້ນມາ ກະຊວງການເງິນ ໄດ້ປັບຂຶ້ນດັຊນີເງິນເດືອນ ໃຫ້ພະນັກງານ-ຣັຖກອນ ແລະພະນັກງານບໍານານ ຈາກ 6,700 ກີບຕໍ່ດັຊນີ ເປັນ 7,200 ກີບຕໍ່ດັດຊະນີ ໃນປີ 2017 ແລະປັບຂຶ້ນອີກຄັ້ງນຶ່ງເປັນ 7,350 ກີບຕໍ່ດັດຊະນີ ໃນເດືອນມົກກະຣາ 2022.
ທະຫານຊັ້ນຜູ້ນ້ອຍ ຢູ່ແຂວງ ບໍລິຄໍາໄຊຜູ້ນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີ ວ່າ ທະຫານຊັ້ນຜູ້ນ້ອຍ ທີ່ຢູ່ບໍຣິເວນຊາຍແດນ ຈະໄດ້ຮັບເງິນອຸດໜູນ ຄ່າຄອງຊີບ ຈາກກອງທັບ ແລະວ່າ ເຖິງແມ່ນ ຈະເປັນອັດຕຣາທີ່ຂ້ອນຂ້າງໜ້ອຍ, ບໍ່ສາມາດເກັບອອມ ເພື່ອນໍາໃຊ້ໃນອະນາຄົດໄດ້ ແຕ່ຈໍາເປັນຕ້ອງຍອມຮັບ ຍ້ອນບໍ່ມີທາງເລືອກ ໃນການປະກອບອາຊີບ ຫລືຊອກຫາລາຍໄດ້ທາງອື່ນ.
“1.4 ລ້ານ ບໍ່ມີຫັ້ນນ່າເງິນອຸດໜູນ ຈາກທາງສ່ວນກາງ ມີແຕ່ອຸດໜູນກອງທັບ ເທົ່າໄດ໋. ລວມໃສ່ເງິນເດືອນເລີຍເຮົາກໍບໍ່ຮູ້ ເນາະວ່າຈັ່ງໄດ໋. ເຂົາກະຈາຍໃຫ້ມາເຮົາກໍຮັບ ບໍ່ໄດ້ໄລ່ນໍາເພິ່ນ ເຂົາກະຈາຍມາກໍມີແຕ່ເອົາຢ່າງດຽວ ບໍ່ໆ ມີຄອບຄົວກໍບໍ່ໄດ້ຫັກ ມີຄອບຄົວຈະໄດ້ເງິນລູກເງິນເມັຽຕ່າງຫາກ. ແມ່ນແຫລະ ຄ່າລ້ຽງດູ ແມ່ນໆ ໝົດຄອບຄົວເລີຍ.”
ທ່ານເວົ້າຕໍ່ໄປວ່າ ທີ່ຜ່ານມາ ການມອບເງິນອຸດໜູນ ໃຫ້ພະນັກງານ-ຣັຖກອນ ຫລືການຫັກເງິນ ຄ່າໃຊ້ຈ່າຍໃນແຕ່ລະເດືອນ, ທາງພາກສ່ວນທີ່ກ່ຽວຂ້ອງ ບໍ່ໄດ້ຊີ້ແຈງຣາຍລະອຽດ ແລະເງື່ອນໄຂໃຫ້ຮູ້ຢ່າງເປັນທາງການວ່າ ພະນັກງານ-ຣັຖກອນແຕ່ລະຄົນ ຈະໄດ້ຮັບເງິນອຸດໜູນ ຫລືລິຂະສິດພິເສດເມື່ອໃດ, ເທົ່າໃດ ຫລືແຕກຕ່າງກັນແນວໃດ.
ແລະເຖິງແມ່ນວ່າ ທະຫານ ຢູ່ກົມກອງຕ່າງໆ ຈະໄດ້ຮັບເງິນອຸດໜູນຈາກກອງທັບ ແຕ່ສໍາລັບທະຫານ ທີ່ເປັນໂສດ ຫລືຍັງບໍ່ທັນມີຄອບຄົວ ຈະຕ້ອງຖືກຫັກເງິນເດືອນ ເພື່ອເປັນຄ່ານໍ້າ, ຄ່າໄຟ ໃຫ້ໜ່ວຍງານຕົ້ນສັງກັດ ປະມານ 50,000-60,000 ກີບຕໍ່ເດືອນ.
ດັ່ງທະຫານຊັ້ນຜູ້ນ້ອຍ ຢູ່ແຂວງເຊກອງນາຍນຶ່ງເວົ້າວ່າ:
“ໂອ໊ ມັນກໍເປັນຕາມຊັ້ນ ເນາະ ຕົກຢູ່ 1.5 ລ້ານ ບໍ່ໄດ້ແນມເບິ່ງ ບໍ່ຈື່ລະອຽດມີແຕ່ 1.5 ລ້ານປາຍ. ບໍ່ມີບໍ່ມີອຸດໜູນຫຍັງ. ໂອ໋ ມັນກໍມີຫລາຍແນວ ຕາມແຕ່ລະເງື່ອນໄຂ ຂຶ້ນແຕ່ລະບ່ອນຢູ່. ມັນບໍ່ຄົງທີ່ຫັ້ນນ່າ ບາງບ່ອນມັນກໍຄ່ານໍ້າ ຄ່າໄຟຄ່າຫ້ອງການ. ບາງເທື່ອເຂົາກໍເອົາໜ້ອຍເອົາຫລາຍແບບນີ້ນ່າ. ປົກກະຕິ 1.5 ລ້ານ ເຫລືອຕັດຢູ່ກໍ ຖ້າເປັນຄອບຄົວກໍເຫລືອຢູ່ 1.4 ລ້ານປາຍ ຖ້າເປັນໂສດກໍອັດຕຣາກິນອິສັງຫລາຍຢ່າງກໍ ເຫລືອຢູ່ບໍ່ຮອດ 1 ລ້ານ. ປະມານ 8-9 ມີອັດຕຣາກິນ ອັດຕຣາຫຍັງ. ເຂົາມີການຢູ່ການກິນໃຫ້.”
ທ່ານເວົ້າຕໍ່ໄປວ່າ ເຖິງແມ່ນວ່າ ໃນໄລຍະທ້າຍປີທີ່ຜ່ານມາ ທາງການ ແລະພາກສ່ວນທີ່ກ່ຽວຂ້ອງ ໄດ້ຈັດສັນງົບປະມານສ່ວນນຶ່ງ ສໍາລັບອຸດໜູນຄ່າຄອງຊີບ ໃຫ້ພະນັກງານ-ຣັຖກອນ ທີ່ໄດ້ຮັບເງິນເດືອນໜ້ອຍກວ່າ 1.7 ລ້ານກີບກໍຕາມ ແຕ່ກໍຍັງມີທະຫານຊັ້ນຜູ້ນ້ອຍ ຈໍານວນຫລາຍ ຮວມທັງໂຕເອງ ທີ່ເຂົ້າເກນ ຍັງບໍ່ທັນໄດ້ຮັບເງິນອຸດໜູນນັ້ນແນວໃດ.
ໃນເດືອນກຸມພາ 2023 ມີທະຫານຊັ້ນຜູ້ນ້ອຍ ຈໍານວນນຶ່ງ ໂພສຕ໌ຄລິບ ແລະຂໍ້ຄວາມຜ່ານ “TikTok” ສ່ວນຕົວວ່າ ໄດ້ລາອອກຈາກການເຮັດວຽກ ເປັນທະຫານແລ້ວ ຍ້ອນບໍ່ພໍໃຈ ທີ່ໄດ້ຮັບເງິນເດືອນປະມານ 1,200,000 ກີບ, ບໍ່ພຽງພໍ ຕໍ່ການດໍາຣົງຊີວິດ ຖ່າມກາງສະພາບເງິນເຟີ້ ແລະເສຖກິຈບໍ່ດີຢູ່ນີ້.
ແລະພ້ອມດຽວກັນນັ້ນ ມີທະຫານບາງສ່ວນ ເຮັດຄລິບເຜີຍແຜ່ ທາງສື່ສັງຄົມອອນລາຍນ໌ວ່າ ໂຕເອງ ລາອອກຈາກທະຫານແລ້ວ, ແຕ່ໃນຕົວຈິງບໍ່ໄດ້ລາອອກ, ເຮັດໄປໃນລັກສະນະ ວິພາກວິຈານເຣື່ອງເງິນເດືອນ ແລະສວັດດິການ ທີ່ໄດ້ຮັບ ຕໍ່າຫລາຍ ບໍ່ສອດຄ່ອງກັບຄ່າຄອງຊີບນັ້ນເອງ.