ລາວ-ມາເລເຊັຽ ຫາລື MOU ເພື່ອສົ່ງຄົນງານລາວ ໄປມາເລເຊັຽ
2024.02.07

ວັນທີ 05 ກຸມພາ 2024, ທ່ານ ບຸນສວນ ໄຊຍະສິນ ຫົວໜ້າຜແນກການຈ້າງງານ ຕ່າງປະເທດ ກະຊວງແຮງງານ ແລະສວັດດີການສັງຄົມ ໄດ້ໃຫ້ສັມພາດກັບໜັງສືພີມວຽງຈັນທາມສ໌ ວ່າ ທາງການລາວແລະພາກສ່ວນທີ່ກ່ຽວຂ້ອງ ຢູ່ລະຫວ່າງການປະສານງານ ໄປຍັງ ທາງການມາເລເຊັຽ ເພື່ອຫາລືກ່ຽວກັບການຈັດສົ່ງຄົນງານລາວ ໄປເຮັດວຽກໃນຂແນງການປະມົງ ຢູ່ປະເທດມາເລເຊັຽ ແບບຖືກຕ້ອງຕາມກົດໝາຍ ເພື່ອໃຫ້ຄົນງານລາວ ໄດ້ຮັບສິດທິພິເສດ ແລະການປົກປ້ອງ ດ້ານແຮງງານຂະນະເຮັດວຽກ.
ປັດຈຸບັນປະເທດລາວ ໄດ້ຈັດສົ່ງຄົນງານລາວ ໄປເຮັດວຽກຢູ່ປະເທດໄທຍ, ເກົາຫຼີໃຕ້ ແລະ ຢີ່ປຸ່ນຕາມລະບົບ MOU ແຕ່ຍັງບໍ່ທັນເຮັດ MOU ຮ່ວມກັບປະເທດມາເລເຊັຽເທື່ອ ເຖິງວ່າຜ່ານມາຈະມີຄົນງານລາວລັກລອບ ໄປເຮັດວຽກໃນຂແນງການປະມົງ ຢູ່ປະເທດມາເລເຊັຽ ເປັນຈຳນວນຫຼາຍ ແຕ່ຄາດວ່າອາດຈະຕ້ອງໃຊ້ເວລາດົນ ກ່ວາທາງການລາວ ຈະສາມາດຈັດສົ່ງຄົນງານ ໄປເຮັດວຽກດັ່ງກ່າວນີ້ ຢູ່ປະເທດມາເລເຊັຽ ແບບຖືກກົດໝາຍໄດ້ .
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຜູ້ບໍ່ປະສົງອອກຊື່ ແລະຕຳແໜ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 07 ກຸມພາ 2024 ນີ້ວ່າ:
“ຍັງເທື່ອໆ. ມີແຕ່ເພິ້ນລົມກັນໄວ້ ຄ່າວໆສື່ໆ. ຍັງບໍ່ທັນໄດ້ມີຂະບວນການ ເປັນເອກະສານເປັນຫຍັງ ກໍຍັງບໍ່ໄດ້ເຮັດເທື່ອ. ອໍ ໂຕນີ້ຍັງບໍ່ແນ່ໃຈວ່າ ເພາະວ່າເພິ່ນຍັງພວກເຮົາ ຍັງບໍ່ທັນໄດ້ລົມກັນ ເປັນອັນລະອຽດຫັ້ນນ່າ. ຍັງບໍ່ທັນໄດ້ເຮັດແນວນັ້ນມີແຕ່ເຊັນ MOU ກັບເກົາຫຼີ. ມີແຕ່ເທົ່ານັ້ນ ທາງມາເລ ພວກເຮົາຍັງບໍ່ໄດ້ເຊັນໄປມາເລ ບໍ່. ບໍ່ໆ ບໍ່ໄດ້ຈັດສົ່ງ ມີແຕ່ຂະເຈົ້າໄປດ້ວຍໂຕເອງ ບໍ່ໄດ້ຜ່ານຣັຖບານ ຂອງພວກເຮົາ. ຜິດກົດໝາຍໆ ສ່ວນຫຼາຍຂະເຈົ້າກໍໄປແບບຜິດກົດໝາຍ ຫັ້ນແຫຼະ. ຂະເຈົ້າກໍໄປແບບທ່ອງທ່ຽວ ແລ້ວຂະເຈົ້າກໍໄເຮັດວຽກຫັ້ນນ່າ. ຍັງບໍ່ແນ່ໃຈເທື່ອ ເພາະວ່າມັນຕ້ອງໃຊ້ເວລາ ໃນການຄົ້ນຄ້ວາ ນິຕິກັມນ່າໂຕນີ້ເນາະ.”
ທ່ານກ່າວຕື່ມວ່າ ກ່ອນໜ້ານີ້ ໃນໄລຍະຕົ້ນປີ 2022 ທາງການລາວໄດ້ຈັດສົ່ງຄົນງານລາວຊຸດທົດລອງຈຳນວນ 70 ຄົນໄປເຮັດວຽກ ໃນຂແນງການປະມົງ ແລະອຸດສາຫະກັມປຸງແຕ່ງອາຫານທະເລ ຢູ່ປະເທດມາເລເຊັຽ ເພື່ອສຶກສາຄວາມເປັນໄປໄດ້ ໃນການເຮັດ MOU ລະຫວ່າງທາງການລາວ ແລະທາງການມາເລເຊັຽ ແຕ່ປັດຈຸບັນບໍ່ທັນຈັດສົ່ງຄົນງານລາວ ໃນລັກສະນະດັ່ງກ່າວນີ້.
ດັ່ງນັ້ນຄົນງານລາວ ທີ່ເຮັດວຽກໃນຂແນງການປະມົງ ຢູ່ປະເທດມາເລເຊັຽ ຈຶ່ງເປັນຄົນງານຜິດກົດໝາຍ.
ສໍາລັບການສຶກສານິຕິກັມ ເພື່ອຈັດສົ່ງຄົນງານລາວ ໄປເຮັດວຽກຢູ່ປະເທດມາເລເຊັຽ ຕາມລະບົບ MOU ເປັນເຣື່ອງຈຳເປັນ ຍ້ອນມີຄົນງານລາວເດີນທາງ ໄປເຮັດວຽກຢູ່ປະເທດມາເລເຊັຽ ແບບບໍ່ໄດ້ຮັບການຄຸ້ມຄອງ ຕາມກົດໝາຍ ເປັນຈຳນວນຫຼາຍແຕ່ການປັບຂຶ້ນຄ່າແຮງງານ ໃຫ້ແກ່ຄົນງານລາວທີ່ເຮັດວຽກໃນຂແນງການປະມົງ ຢູ່ປະເທດມາເລເຊັຽແບບເໝາະສົມ ຄວນຖືກພິຈາຣະນາ ເພື່ອດຶງດູດ ໃຫ້ຄົນງານລາວສົນໃນເດີນທາງ ໄປເຮັດວຽກ ປະມົງຢູ່ປະເທດມາເລເຊັຽ ແບບຖືກຕ້ອງ.
ປັດຈຸບັນຄົນງານລາວ ບໍ່ທັນຮູ້ພາສາມາເລເຊັຽ ອີກທັງຂແນງປະມົງ ເປັນວຽກໜັກ ແລະອັນຕະລາຍແຕ່ໄດ້ຮັບຄ່າຕອບແທນ ຄືກັບການເດີນທາງ ມາເຮັດວຽກກັມມະກອນ ແລະຂແນງການທ່ອງທ່ຽວ-ບໍຣິການ ຢູ່ປະເທດໄທຍ ທີ່ຕົກຢູ່ປະມານເດືອນລະ 10,000 ບາທໄທຍ.
ດັ່ງຜູ້ເຮັດວຽກດ້ານການຈັດສົ່ງຄົນງານລາວ ໄປເຮັດວຽກຢູ່ຕ່າງປະເທດ ມາເປັນເວລາດົນ ທ່ານໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນວ່າ:
ບົດອ່ານ “ຟາມທີ່ມາເລຫັ້ນຈະເປັນພວກປະມົງ ເພາະວ່າສັດອີ່ຫຍັງຢູ່ມາເລ ມັນບໍ່ຄ່ອຍຫຼາຍເພາະວ່າເປັນອິດສະລາມ ໝູແມ່ນບໍ່ມີໄດ້ກໍໜ້າຈະບໍ່ໄດ້ຫຼາຍ. ທະເລຫຼາຍກ່ວາ ຍັງບໍ່ຄ່ອຍມີຫຼາຍ ເນື່ອງຈາກຄ່າຕອບແທນ ມັນບໍ່ໄດ້ແຕກຕ່າງຈາກເມືອງໄທຍຫຼາຍ ເພາະມັນບໍ່ແຕກຕ່າງຫຼາຍນີ້. ເຣື່ອງພາສາ ເພາະຄົນທີ່ຢູ່ມາເລນີ້ ເວົ້າພາສາລາວບໍ່ໄດ້. ມັນຕ້ອງພາສາອັງກິດ ຫຼືພາສາມາເລ ນັ້ນຄືບັນຫາ ເພາະມັນມີບັນຫາ ດ້ານນີ້ເຂົາເບິ່ງວ່າເງິນເດືອນ ບໍ່ໄດ້ແພງກ່ອນໄທຍ ຄືມັງຄົງແພງກ່ວາ ແຕ່ແພງກ່ວາບໍ່ຫຼາຍ ເຂົາເລີຍບໍ່ສົນໃຈ ນີ້ແມ່ນອຸປະສັກ ຂອງມາເລ ຄວາມແຕກຕ່າງເຂົາກໍເບິ່ງວ່າ ຖ້າຫາກເປັນແນວນີ້ໃຊ້ພາສາແນວນີ້ ເຂົາໄປເກົາຫຼີໃຕ້ດີກ່ວາ ຫຼືໄທຍເຖິງວ່າຈະໄດ້ໜ້ອຍກວ່າ 1,000-2,000 ບາທ ແຕ່ກໍຍັງເວົ້າພາສາລາວ ລົມກັນຮູ້ເຣື່ອງ.”
ໃນຮອບຫຼາຍປີ ທີ່ຜ່ານມານີ້ຍັງມີຄົນງານລາວ ຈໍານວນຫຼາຍຈາກຫຼາຍເມືອງ ແລະຫຼາຍແຂວງພາຍໃນປະເທດລາວ ສົນໃຈເດີນທາງ ໄປເຮັດວຽກໃນຂແນງການ ປະມົງ ແລະອຸດສາຫະກັມປຸງແຕ່ງອາຫານ ຢູ່ບໍຣິເວນນ່ານນໍ້າ ຝັ່ງຕາເວັນອອກ ຂອງປະເທດມາເລເຊັຽ ເນື່ອງຈາກໄດ້ຮັບຄ່າຈ້າງ ແຮງງານດີກ່ວາ ການເຮັດວຽກ ພາຍໃນປະເທດ. ຄົນງານລາວທີ່ເດີນທາງໄປເຮັດວຽກ ຂແນງປະມົງ ຢູ່ມາເລເຊັຽ ທ່ານນຶ່ງໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ວັນທີ 24 ມົກຣາ 2024 ນີ້ວ່າ:
“ກໍມີຢູ່ມີຫຼາຍປະມົງຫັ້ນແຫຼະ ພາກຕາເວັນອອກ ກໍແລ້ວແຕ່ກໍ 50 ໄມລ໌ ຂຶ້ນ 100-200 ໄມລ໌ກໍພໍໄດ້ຢູ່. ກໍປະມານຕີຕໍ່າໆ ກໍປະມານເດືອນລະ 10,000 ບາທ. ອໍ! ໄລຍະຫຼັງໂຄວິດ-19 ມານີ້ ໄປເປັນປີເລີຍ. ໄປຈົນຈົບຣະດູນໍ້າ. ສວັດດີການ ມັນກໍເປັນສວັດດີການ ທາງມັນຈະມີທາງເຖົ້າແກ່ ຫຼືວ່າທາງໂຕນີ້ ແມ່ນແລ້ວ ສວັດດີການທາງເຖົ້າແກ່. ໂຕນີ້ມັນກໍໝາຍເຖິງ ທາງການຫັ້ນແຫຼະ. ກໍໝາຍເຖິງທາງການ ແລ້ວກໍທາງເຖົ້າແກ່ໃຫ້.”
ຊາວປະມົງກ່າວຕື່ມວ່າ ຂະເຈົ້າໄດ້ຕັດສິນໃຈ ເດີນທາງໄປເຮັດວຽກ ໃນຂແນງການປະມົງ ຢູ່ປະເທດມາເລເຊັຽ ພ້ອມກັບໝູ່ເພື່ອນອີກຫຼາຍຄົນ ເປັນໄລຍະເວລາ 10 ປີປາຍແລ້ວ ແລະເຖິງແມ່ນວ່າ ຈະເປັນວຽກໜັກ ແລະມີຄວາມສ່ຽງ ແຕ່ກໍຍັງຕ້ອງການ ທີ່ຈະເຮັດວຽກໃນນີ້ຕໍ່ໄປ ເນື່ອງຈາກການເຮັດວຽກ ພາຍໃນປະເທດລາວ ໄດ້ຄ່າຈ້າງໜ້ອຍ ບໍ່ກຸ້ມກິນ ແລະລ້ຽງຄອບຄົວບໍ່ໄດ້.
ການເດີນທາງ ໄປເຮັດວຽກດ້ານການປະມົງ ຢູ່ປະເທດມາເລເຊັຽ ໄດ້ຮັບຄ່າຈ້າງແຮງງານ ຫຼາຍກ່ອນການເຮັດວຽກ ໃນປະເທດລາວ ໃນປັດຈຸບັນຈຶ່ງ ເຮັດໃຫ້ຄົນງານລາວ ເພດຊາຍ ທີ່ມີອາຍຸລະຫວ່າງ 10 ປາຍປີ ໄປຈົນຮອດ 50 ປາຍປີ ຕັດສິນໃຈ ເດີນທາງໄປເຮັດວຽກໃນຂແນງການດັ່ງກ່າວນີ້.
ດັ່ງຊາວນະຄອນຫຼວງວຽງຈັນ ທີ່ມີພີ່ນ້ອງເດີນທາງໄປເຮັດວຽກ ຢູ່ປະເທດ ມາເລເຊັຽກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ດຽວກັນວ່າ:
“ມາເລ ຫວາ! ໂອ້! ມີຄົນໄປຫຼາຍຄົນຢູ່ໄດ໋. ແມ່ນຢູ່ບ້ານນີ້ຫຼາຍຢູ່. ແມ່ນຢູ່ນະຄອນຫຼວງວຽງຈັນນີ້ແຫຼະ. ຫຼານອ້າຍກໍໄປເດ້ 3-4 ຄົນ. ເພິນກັບມາແລ້ວເດ້. ເພິ່ນຕຣຽມຊິໄປອີກ ປະມານເຄິ່ງປີພຸ້ນໄດ໋ ບໍ່ແມ່ນ 3 ເດືອນເດ້. ບໍ່ ປະມົງໄປລົງເຮືອນີ້ແຫຼະ. ອື້ ຕໍ່ຄ່າຈ້າງນີ້ ມັນເງິນມາເລເນາະ ຖ້າເປັນເງິນໄທຍ ນີ້ເຂົາກັບມາ ກໍເອີພໍໄດ້ຢູ່ໄດ໋ ຫຼັກແສນຂຶ້ນພຸ້ນແຫຼະ. ເຫັນຫຼານໄປນີ້ ກໍມີແຕ່ຜູ້ຊາຍໄດ໋. ເຫັນຂ້າງບ້ານໄປນີ້ກໍປະມານ 10 ກ່ວາຫຼັກນີ້ແຫຼະ. ກໍຫຼາຍຢູ່ ບ້ານອ້ອມແອ້ມນີ້ ກໍໄປຫຼາຍຢູ່ ປະມານ 4-5 ຄົນນີ້ແຫຼະ ລວມແລ້ວກໍ 10 ປາຍຕື້. ບ່ອນອື່ນກໍຊິຫຼາຍຢູ່ຕິ. ບໍ່ ລົງເຮືອໄປທະເລພຸ້ນແຫຼະ ກໍໄວຣຸ້ນ ກໍໄປຮອດປະມານ 40-50 ປີ ພຸ້ນໄດ໋. ຫຼານຊາຍນີ້ ມັນໄປຫຼາຍປີແລ້ວເດີ້. 10 ປີພຸ້ນເດ.”
ຄົນງານລາວຈໍານວນນຶ່ງ ທີ່ເດີນທາງໄປເຮັດວຽກ ໃນຂແນງການປະມົງ ແບບຜິດກົດໝາຍ ເຮັດໃຫ້ພວກຂະເຈົ້າ ຖືກຂູດຮີດແຮງງານ ແລະຕົກເປັນເຫຍື່ອ ຂອງການຄ້າມະນຸສ ເຖິງວ່າ ທາງການລາວແລະພາກສ່ວນທີ່ກ່ຽວຂ້ອງ ຈະຮັບຮູ້ເຣື່ອງນີ້ ແຕ່ບໍ່ໄດ້ດຳເນີນການຊ່ອຍເຫຼືອ ພໍເທົ່າໃດ ເນື່ອງຈາກຍັງບໍ່ທັນມີການປະສານງານ ຮ່ວມກັບທາງການມາເລເຊັຽ ຢ່າງຈິງຈັງເທື່ອ.
ດັ່ງເຈົ້າໜ້າທີ່ ທີ່ເຮັດວຽກກ່ຽວກັບແຮງງານຂ້າມຊາຕ ບໍ່ປະສົງອອກຊື່ ແລະຕຳແໜ່ງ ທ່ານໄດ້ກ່າວວ່າ:
“ໂຕນີ້ຂະເຈົ້າຍັງບໍ່ທັນແຈ້ງມາລະອຽດ ເພາະວ່າເຮົາຍັງບໍ່ມີ MOU ນຳຂະເຈົ້າ. ແລ້ວເຮົາບໍ່ໄດ້ປະສານກັນລະອຽດຫັ້ນນ່າ ເພາະວ່າແລ້ວຂະເຈົ້າ ຮູ້ມາຢູ່ແຕ່ວ່າເຮົາບໍ່ໄດ້ໄປອັນນັ້ນ ເຮົາບໍ່ໄດ້ມີສູນ ຂອງພວກເຮົາ ຢູ່ຫັ້ນເນາະ ເພາະວ່າເຮົາບໍ່ໄດ້ຕັ້ງຢູ່ຫັ້ນ. ເຮົາກໍເລີຍບໍ່ມີຂໍ້ມູນລະອຽດຫັ້ນນ່າ. ແມ່ນໆເພາະວ່າເຮົາຈະເອົາຂໍ້ມູນ ໄດ້ງ່າຍຂຶ້ນຖ້າວ່າເຮົາມີສູນຢູ່ພຸ້ນເດ້.”
ປີ 2023 ຜ່ານມາ ທາງການລາວ ໄດ້ພະຍາຍາມຮີບໂຮມຂໍ້ມູນ ເພື່ອຫາແນວທາງ ໃນການປ້ອງກັນ ແຮງງານ ໃຫ້ໄດ້ຮັບຄວາມປອດໄພ ຂະນະທີ່ເຮັດວຽກ, ໄດ້ຮັບຄ່າຈ້າງແຮງງານທີ່ເໝາະສົມ ແລະສິດທິປໂຍດ ທີ່ແຮງງານຄວນໄດ້ຮັບ ເພື່ອສນອງຂໍ້ມູນສຳລັບການຈັດທຳ MOU ວ່າດ້ວຍການສນອງແຮງງານລາວ ໄປເຮັດວຽກໃນຂແນງການປະມົງ ແລະອຸດສາຫະກັມ ປຸງແຕ່ງອາຫານ ຢູ່ມາເລເຊັຽ.
ດັ່ງຍານາງ ວັນນີແກ້ວໄຊຍະວົງ ຮອງຫົວໜ້າກົມການຈັດຫາງານ ໄດ້ໃຫ້ສັມພາດສື່ມວນຊົນ ພາຍໃນ ໃນວາລະສະເຫຼີມສລອງແຮງງານ ເຄື່ອນຍ້າຍ ສາກົລຢູ່ນະຄອນຫຼວງວຽງຈັນ ເມື່ອວັນທີ 18 ມົກກະຣາ 2024 ທີ່ຜ່ານມານີ້.
“ພວກເຮົາກໍໄດ້ມີການສົ່ງ ຫຼືວ່າທົດລອງສົ່ງ ໄປເຮັດວຽກ ຢູ່ປະເທດມາເລເຊັຽ ເຊິ່ງໃນຂັ້ນຕອນການປຶກສາຫາລື ຫຼືວ່າການເຊັນບົດບັນທຶກ ຄວາມຮ່ວມມື ຫຼືວ່າ MOU ນໍາກັນນີ້ຖືວ່າ ຍັງຢູ່ໃນຂັ້ນຕອນທີ່ ທາງ ສປປ ລາວ ຂອງພວກເຮົາກຳລັງ ປະສານງານແລ້ວ ກໍປຶກສາຫາລື ກັບທາງຣັຖບານປະເທດມາເລເຊັຽເນາະ.”
ໃນປີ 2022 ກະຊວງແຮງງານ ແລະສວັດດີການສັງຄົມ ໄດ້ກວດພົບວ່າ ມີຄົນງານລາວ ປະມານ 2,000 ຄົນ ເດີນທາງໄປເຮັດວຽກຢູ່ປະເທດມາເລເຊັຽ ແບບບໍ່ຖືກກົດໝາຍ ໂດຍສະເພາະ ວຽກງານໃນຂແນງການປະມົງ ແລະອຸດສາຫະກັມປຸງແຕ່ງອາຫານ ທະເລເຮັດໃຫ້ພວກເຂົາເຈົ້າ ສ່ຽງທີ່ຈະຖືກ ຂູດຮີດແຮງງານ ແລະຕົກເປັນເຫຍື່ອ ຂອງການຄ້າມະນຸສ.
ໃນວັນທີ 10 ສິງຫາ 2021 ຍານາງ ອານຸສອນ ຄໍາສິງສະຫວັດ ຫົວໜ້າກົມພັທນາສີມືແຮງງານ ແລະຈັດຫາງານ ກ່າວໃນກອງປະຊຸມ ປຶກສາຫາລື ແຜນງານໂຄງການ ປະກັນສິດທິແຮງງານ ທີ່ເຮັດວຽກໃນປະເທດເອເຊັຽ ຕາເວັນອອກສຽງໃຕ້ ວ່າຄົນງານໃນຂແນງການ ປະມົງ ແລະອຸດສາຫະກັມປຸງແຕ່ງ ອາຫານມີຄວາມສ່ຽງ ທີ່ຈະຖືກຂູດຮີດແຮງງານ ແລະຖືກລະເມີດສິດທິຕ່າງໆ ຫຼາຍກ່ວາ ວຽກງານໃນຂແນງການອື່ນໆ.
ໃນປີ 2023 ກະຊວງແຮງງານ ແລະສວັດດີການສັງຄົມ ໄດ້ເຈາຣະຈາ ກັບທາງການມາເລເຊັຽ ແລະ ພາກສ່ວນທີ່ກ່ຽວຂ້ອງ ກ່ຽວກັບການຈ້າງຄົນງານລາວ ທີ່ມີທັກສະປານກາງ ແລະທັກສະຕໍ່າ. ເຊິ່ງທາງມາເລເຊັຽ ກໍມີແຜນພິຈາຣະນາ ຈ້າງຄົນງານຕ່າງປະເທດ ທີ່ຍັງບໍ່ທັນດຳເນີນການ ນຳເຂົ້າຕາມລະບົບ MOU ໃນນີ້ແມ່ນກວມເອົາ ປະເທດລາວ ນໍາດ້ວຍ.
ໃນຂະນະດຽວກັນ ທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ກໍໄດ້ເຮັດວຽກຮ່ວມກັບ ອົງກອນລະຫວ່າງປະເທດ ໃນການສົ່ງເສີມ ການເຄື່ອນຍ້າຍແຮງງານ ແບບຖືກກົດໝາຍ ເພື່ອເປັນການຢັ້ງຢືນ ວ່າຄົນງານລາວຈະໄດ້ຮັບການຄຸ້ມຄອງ ຫຼາຍຂຶ້ນເມື່ອເດີນທາງໄປເຮັດວຽກ ຢູ່ຕ່າງປະເທດ.