ຢູເນສໂກເປັນຫ່ວງ ເມືອງມໍຣະດົກໂລກ ໄດ້ຮັບຜົລກະທົບຈາກເຂື່ອນ
2024.02.05

ເມືອງມໍຣະດົກໂລກຫຼວງພຣະບາງ ແຂວງຫຼວງພຣະບາງ ກໍາລັງປະເຊີນກັບໄພຄຸກຄາມ ຢ່າງໜັກຈາກການພັທນາໂຄງຮ່າງພື້ນຖານ ຫຼາຍຢ່າງ ໂດຍສະເພາະ ໂຄງການກໍ່ສ້າງເຂື່ອນໄຟຟ້າ ຫຼວງພຣະບາງ ໃນແມ່ນໍ້າຂອງ ທີ່ຢູ່ຫ່າງຈາກຂອບເຂດ ມໍຣະດົກໂລກ ໄປທາງເໜືອ ປະມານ 25 ກິໂລແມັດ.
ຕໍ່ໄພຄຸກຄາມດັ່ງກ່າວ ອົງການ UNESCO ມີຄວາມກັງວົນຫຼາຍເຣື່ອງ ເພາະຈະເຮັດໃຫ້ ສະພາບແວດລ້ອມ, ທີວທັດ, ວັທນະທັມ ພາຍໃນເມືອງມໍຣະດົກໂລກ ສູນຫາຍໄປ ຈຶ່ງໄດ້ແນະນຳໃຫ້ຣັຖບານລາວ ສຶກສາຜົລກະທົບ ຕໍ່ມໍຣະດົກໂລກ ຫຼື HIA (Heritage Impacts Assessment) ຢ່າງລະອຽດຮອບດ້ານ ເພື່ອບໍ່ໃຫ້ເກີດໄພຄຸກຄາມ ຕໍ່ຊັບສິນມໍຣະດົກໂລກ.
ດັ່ງເຈົ້າໜ້າທີ່ ກົມມໍຣະດົກໂລກ ກະຊວງຖແລງຂ່າວ, ວັທນາທັມ ແລະ ທ່ອງທ່ຽວ ກ່າວຕໍ່ວິທຍຸເອເຊັຽເສຣີໃນວັນທີ 05 ກຸມພານີ້ວ່າ:
“ຍັງບໍ່ທັນແລ້ວກັນຈັກເທື່ອ ເພາະຢູເນສໂກ ຂະເຈົ້າກາຍັງບໍ່ໝັ້ນໃຈຢູ່ນີ້ ມັນມີການກ່າວທ້ວງເນາະ ໃຫ້ມີການສຳຣວດ ແລະມີຜົລ HIA ຫັ້ນນ່າ. ຄັ້ງທີ 3 ແລ້ວ ທີ່ເຕືອນມາຫັ້ນນ່າ. ບາດເວລາສ້າງເຂື່ອນ ແລ້ວຊິຕັນນໍ້າ ມີຜົລກະທົບແລ້ວປະຊາຊົນຫັ້ນຈັກບ້ານ ຈັກເຮືອນ. ມັນມີຜົລກະທົບແນວໃດ ຕໍ່ກັບການອະນຸຮັກ ແລະການຄຸ້ມຄອງຫັ້ນນ່າ. ມີບັນຫາຕໍ່ກັບການຈາຣະຈອນ ສິນຄ້າ ຂອງປະຊາຊົນ ເຂົ້າສູ່ໂຕເມືອງຫັ້ນອີກ.”
ທ່ານກ່າວຕື່ມວ່າອົງການ UNESCO ຕ້ອງການບົດສຶກສາຜົລກະທົບ ຕໍ່ມໍຣະດົກໂລກ ທີ່ເປັນການສຶກສາຢ່າງລະອຽດຮ້ອບດ້ານ ຈາກຣັຖບານລາວ ແລະຣັຖບານລາວ ກໍຕ້ອງໄດ້ສ້າງຄວາມເຊື່ອໝັ້ນ ໃຫ້ໄດ້ວ່າໂຄງການພັທນາໃດໆ ຈະບໍ່ສົ່ງຜົລກະທົບຕໍ່ຊັບສິນມໍຣະດົກໂລກ ຫຼື ເມື່ອເກີດຂຶ້ນແລ້ວຣັຖບານລາວມີຄວາມພ້ອມທີ່ຈະຮັບມື ກັບຜົລກະທົບນັ້ນແນວໃດ ແລະຕ້ອງຮັບມືຢ່າງມີປະສິດທິພາບສູງ ສຸດນໍາດ້ວຍ.
ທ່ານ Thomas Mallard, ໂຄສົກອົງການ UNESCO ຕອບຄຳຖາມ ຂອງວິທະຍຸເອເຊັຽເສຣີ ທາງອີແມລ ໃນວັນທີ່ 5 ກໍຣະກະດາ 2023 ວ່າ:
“ສປປ ລາວ ໄດ້ສົ່ງບົດປະເມີນຜົລກະທົບ ຂອງເຂື່ອນຫລວງພະບາງ ທີ່ອາດຈະເກີດຂຶ້ນຕໍ່ເມືອງມໍຣະດົກໂລກ ນະຄອນຫລວງພະບາງ (HIA) ໃຫ້ແກ່ຢູເນັສໂກຫລາຍສະບັບ ໃນປີ 2021 ແລະ ປີ 2022. ພາຍຫລັງການຫາລືກັນ ລະຫວ່າງ ສປປ ລາວ, ຢູແນັສໂກ ແລະອົງການອະນຸຮັກ ສະຖານທີ່ສາກົລ (ICOMOS), ສປປ ລາວ ກໍໄດ້ສົ່ງບົດປະເມີນຜົລກະທົບ ສະບັບໃໝ່ ໃຫ້ ຊຶ່ງບົດປະເມີນໃໝ່ນີ້ ໄດ້ຮັບການສຶກສາສຳຣວດ ຜົລກະທົບດ້ວຍນັກຊ່ຽວຊານ ທາງດ້ານມໍຣະດົກ ວັທນະທັມ ທີ່ເປັນເອກກະຣາຊ ແລະຖືກຕ້ອງ ກັບມາດຕະຖານສາກົລ ແລະຄຳແນະນຳຂອງຢູແນັສໂກ ທຸກຢ່າງ. ເຖິງຢ່າງໃດກໍຕາມ ຢູແນັສໂກ ກໍຍັງເປັນຫ່ວງ ແລະຍັງຈະຕິດຕາມເບິ່ງ ການປົກປັກຮັກສາ ນະຄອນຫລວງພະບາງ ຕໍ່ໃນກອງປະຊຸມຄັ້ງທີ່ 45.”
ເມື່ຶຶອວັນທີ 2 ກຸມພາ 2024 ສຳນັກຂ່າວ ເອພີ ໄດ້ຣາຍງານວ່າ ອົງການ UNESCO ຕຣຽມການຫາລືກັນ ໃນເດືອນກໍຣະກະດາ 2024 ນີ້ ທີ່ ນີວເດລີ ປະເທດອີນເດັຽ ໂດຍນຶ່ງໃນປະເດັນ ທີ່ຈະຫາລືກັນນັ້ນແມ່ນສະຖານະ ມໍຣະດົກໂລກ ຂອງເມືອງຫຼວງພຣະບາງ ແຫຼ່ງທ່ອງທ່ຽວ ມີຊື່ສຽງ ຂອງປະເທດລາວ ຫຼັງຈາກທີ່ຣັຖບານລາວ ໄດ້ອະນຸຍາດໃຫ້ມີການກໍ່ສ້າງເຂື່ອນໄຟຟ້າ ຫຼວງພຣະບາງ ກັ້ນແມ່ນໍ້າຂອງ ເຊິ່ງມີຄວາມສ່ຽງ ທີ່ຈະສົ່ງຜົລກະທົບຕໍ່ ປະຊາຊົນໃນທ້ອງຖິ່ນ ແລະການເດີນທາງ ສູ່ເມືອງຫຼວງພຣະບາງ ຜ່ານທາງເຮືອ.
ຊາວບ້ານທີ່ສູນເສັຍທີ່ດິນ ທໍາການກະເສດ ແລະຖືກໂຍກຍ້າຍ ອອກຈາກພື້ນທີ່ ເພື່ອຫຼີກທາງໃຫ້ກັບໂຄງການກໍ່ສ້າງເຂື່ອນໄຟຟ້າ ຫຼວງພຣະບາງ ເຫັນວ່າຣັຖບານລາວ ແລະບໍຣິສັດ ຜູ້ພັທນາ ໂຄງການເຂື່ອນໄຟຟ້າ ຄວນຈະສຶກສາ ແລະປະເມີນຜົລກະທົບ ດ້ານສິ່ງແວດລ້ອມ-ສັງຄົມ ໃຫ້ລະອຽດກ່ອນຈະເຣີ່ມໂຄງການ ເພາະຊາວບ້ານສ່ວນຫຼາຍ ມີຄວາມກັງວົນໃນຫຼາຍບັນຫາ.
ຊາວບ້ານ ຢູ່ໃນເມືອງງາ ແຂວງອຸດົມໄຊ ກ່າວວ່າ ມູນຄ່າເງິນຊົດເຊີຍ ປະເພດທີ່ດິນ ການກະເສດແມ່ນໄດ້ປະມານ 30-50 ລ້ານກີບ ຕໍ່ເຮັກຕ້າຣ໌ ແຕ່ມູນຄ່າທີ່ຊາວບ້ານ ຮຽກຮ້ອງແມ່ນ 150 ລ້ານກີບຕໍ່ເຮັກຕ້າຣ໌ ເຖິງຈະສົມເຫດສົມຜົລ ກັບສະພາບເສຖກິຈປັດຈຸບັນ.
ນອກຈາກນີ້ ຊາວບ້ານທີ່ໄດ້ຮັບຜົລກະທົບ ຈາກໂຄງການເຂື່ອນໄຟຟ້າ ຫຼວງພຣະບາງ ຍັງຕ້ອງສູນເສັຍອາຊີບ ແລະລາຍໄດ້ ຈາກການປູກຜັກ ແລະຫາປາໃນແມ່ນໍ້າຂອງ ເຊິ່ງສ້າງຣາຍໄດ້ ໃຫ້ກັບຊາວບ້ານປະມານ 5-10 ລ້ານກີບຕໍ່ປີ.
ດັ່ງຊາວບ້ານ ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າ:
“ເອີ! ເປັນແນວນັ້ນແລ້ວກາບໍ່ຢາກໃຫ້ເຮັດຄືວ່າຫັ້ນແລ້ວ ຄັນມັນຫຍຸ້ງຍາກຫຼາຍ ກາເນາະ ໄປປະຊຸມຫັ້ນວ່າ ຢາກບໍ່ເປັນໄດ້ 150 ລ້ານກີບເນາະ ເພາະເຮົາກິນແຕ່ຊົ່ວພໍ່ຊົ່ວແມ່ເຮົາມາ. ຄັນແມ່ນນາ ຄັນເພິ່ນບໍ່ທົດແທນ ຄຸ້ມຄ່ານີ້ ທຸກຫຼາຍທີ່ສຸດແຫຼະ. ການເດີນເຮືອ ເດີນແພ ນີ້. ທຸກໄປໝົດທຸກຢ່າງຫັ້ນແຫຼະ. ດິນແຄມນໍ້າ ແຄມຂອງ ກາບໍ່ໄດ້ເຮັດຮົ້ວ ເຮັດສວນ ແລ້ວທຸກກ່ວາເກົ່າ.”
ຊາວບ້ານຢູ່ເມືອງງາ ແຂວງອຸດົມໄຊກ່າວວ່າ ການສ້າງເຂື່ອນໄຟຟ້າ ຫຼວງພຣະບາງເຮັດໃຫ້ປະຊາຊົນຈຳນວນຫຼາຍພັນຄອບຄົວ ສູນເສັຍທີ່ດິນ ແລະຖືກໂຍກຍ້າຍອອກຈາກພື້ນທີ່ ຕ້ອງເສັຍອາຊີບ, ສູນເສັຍວັທນະທັມ ແລະ ຊີວິດການເປັນຢູ່ ໂດຍທີ່ຊາວບ້ານບໍ່ມີສິດ ທີ່ຈະຄັດຄ້ານ ແລະຮຽກຮ້ອງຫຍັງໄດ້ ກະທັ້ງຄ່າຊົດເຊີຍ ແລະບ້ານຈັດສັນໃໝ່.
ດັ່ງຊາວບ້ານ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນວ່າ:
“ຜົລກະທົບ ກາກັງວົນໃຈ ຂອງພໍ່ແມ່ປະຊາຊົນນີ້ແຫຼະ. ພາກຣັຖກາພ້ອມກັບໂຄງການພຸ້ນວ່າຊັ້ນສາ ຜູ້ໃດກາບໍ່ຢາກໂຍກຍ້າຍ, ໂຍກຍ້າຍແລ້ວ ບາດນີ້ມາຢູ່ບ້ານໃໝ່ນີ້ ມັນກາມາຢູ່ພູ ຢູ່ດອຍ ບ້ານກາບໍ່ສະບາຍເດ້ ເປັນຄືຄັນໃດນີ້ ມັນກາບໍ່ຄືບ້ານເກົາເຮົານີ້. ຫາປູຫາປາ ຕາມນໍ້າ ຄືແຕ່ເກົ່ານີ້ບໍ່ໄດ້.”
ຊາວບ້ານໃນເມືອງຈອມເພັດ ແຂວງຫຼວງພຣະບາງກ່າວວ່າ ຊາວບ້ານທີ່ໄດ້ຮັບຜົລະທົບ ຈາກການກໍ່ສ້າງໂຄງການເຂື່ອນໄຟຟ້າ ຫຼວງພຣະບາງ ແມ່ນໄດ້ຮັບການແບ່ງປັນຂໍ້ມູນ ພຽງສ່ວນນຶ່ງ ສ່ວນແຜນການຊົດເຊີຍ, ແຜນການໂຍກຍ້າຍ ແລະແຜນການຟື້ນຟູ ຄຸນນະພາບຊີວິດ ຂອງຊາວບ້ານ ຫຼັງຈາກໂຍກຍ້າຍໄປຢູ່ບ້ານຈັດສັນໃໝ່ ເກືອບຈະບໍ່ໄດ້ຮັບຮູ້ຣາຍລະອຽດ ຈາກທາງການລາວ ແລະ ຖ້າໂຄງການເຂື່ອນໄຟຟ້າ ຫຼວງພຣະບາງ ຈະສົ່ງຜົລກະທົບຕໍ່ຊັບສິນ ມໍຣະດົກໂລກ ບໍ່ວ່າຈະເປັນຜົລກະທົບໜັກ-ເບົາ ບໍ່ຄວນດຳເນີນການ ກໍ່ສ້າງ ເພາະບໍ່ຕ້ອງການເຫັນເມືອງມໍຣະດົກໂລກ ຫຼວງພຣະບາງ ສູນເສັຍອັດຕະລັກ, ວັທນະທັມ ແລະ ທີວທັດ ອັນງົດງາມ.
“ຢາກໃຫ້ໂຄງການ ຂະເຈົ້າມາເຣີ່ມເຮັດວຽກ ກ່ຽວກັບຜົລກະທົບ ຕໍ່ສັງຄົມ ແລະສິ່ງແວດລ້້ອມນີ້ ໃຫ້ມັນລະອຽດ ກ່ອນການຈັດສັນ ປະຊາຊົນ. ຊົດເຊີຍແມ່ນຫຍັງ ບໍ່ມີບັນຫາທັງໝົດ ຄືເຮົາຮູ້ຫັ້ນແຫຼະ ມັນຢາກໄປແຕະຕ້ອງ ເຖິງແຂວງຫຼວງພຣະບາງ ໂດຍສະເພາະແມ່ນເມືອງມໍຣະດົກໂລກ ເຮົານີ້ອີກ.”
ກ່ອນໜ້ານີ້ ໂຄງການເຂື່ອນໄຟຟ້າ ຫຼວງພຣະບາງ ແມ່ນໄດ້ໂຍກຍ້າຍ ຊາວບ້ານ ຫ້ວຍຢໍ ເມືອງຈອມເພັດ ແຂວງຫຼວງພຣະບາງ ຈຳນວນ 74 ຄອບຄົວ ມີປະຊາກອນ 316 ຄົນ ທີ່ຖືກຜົລກະທົບ ຍ້ອນການກໍ່ສ້າງໂຄງການ ເຂື່ອນຫຼວງພຣະບາງ ໄດ້ຮັບເງິນຊົດເຊີຍ ແລະຖືກໂຍກຍ້າຍ ອອກຈາກເຂດບ້ານເກົ່າເພື່ອໄປຢູ່ບ້ານຈັດສັນໃໝ່ ຕາມແຜນພັທນາສຳເຣັດ 100% ເມື່ອເດືອນພຶສຈິກາ 2022.
ສ່ວນບ້ານ ທີ່ຈະຖືກໂຍກຍ້າຍ ໃນປີ 2024 ປັດຈຸບັນກໍາລັງ ຢູ່ລະຫວ່າງການບຸກເບີກ ທີ່ດິນ ແລະກໍ່ສ້າງບ້ານຈັດສັນໃໝ່ ໃຫ້ກັບຊາວບ້ານ ທີ່ຈະສູນເສັຍທີ່ດິນ ແລະຖືກໂຍກຍ້າຍ ຢູ່ເມືອງງາ ແຂວງອຸດົມໄຊຈຳນວນ 3 ບ້ານ ລວມມີ 2,056 ຄອບຄົວ ເຊັ່ນບ້ານລາດຫານ 414 ຄອບຄົວ, ປະຊາກອນ 802 ຄົນ, ບ້ານຍວຍໄຮ່ 313 ຄອບຄົວ, ມີປະຊາກອນ 637 ຄົນ ແລະ ບ້ານລາດກືມ 480 ຄອບຄົວ, ມີປະຊາກອນ 220 ຄົນ.
ດັ່ງເຈົ້າໜ້າທີ່ ຜແນກພະລັງງານ ແລະ ບໍ່ແຮ່ ແຂວງອຸດົມໄຊ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນວ່າ:
“ຜ່ານມານ່າຮັບຮອງ ຈຸດພື້ນທີ່ສ້າງບ້ານໃໝ່ນັ້ນ ຖືວ່າແລ້ວບ້ານລາດຫານ, ຍວຍໄຮ່ ແລະ ກາບ້ານລາດກືມ ໄປຮ່ວມກັບບ້ານນາ ແປນຖືວ່າແລ້ວ ສາມຈຸດຄ່າຊົດເຊີຍ ຂອງຫຼວງພຣະບາງນີ້ ຖືວ່າຍັງບໍ່ທັນໄດ້ຊົດເຊີຍ ຫຍັງເທື່ອ.”
ການປະເມີນຜົລກະທົບ ທາງສັງຄົມຂອງໂຄງການເຂື່ອນໄຟຟ້າ ຫຼວງພຣະບາງ ຈະມີຊາວບ້ານ 23 ບ້ານໄດ້ຮັບຜົລກະທົບ ປະກອບມີເມືອງຈອມເພັດ ແລະ ເມືອງປາກອູ ແຂວງຫຼວງພຣະບາງ, ເມືອງຫົງສາ ແຂວງໄຊຍະບູຣີ ແລະ ເມືອງງາ ແຂວງອຸດົມໄຊ ໂດຍແຍກອອກເປັນ 4 ກຸ່ມດັ່ງນີ້.
- ກຸ່ມທີ 1: ໄດ້ຮັບຜົລກະທົບທັງໝົດ 100% ແລະ ຖືກໂຍກຍ້າຍຈຳນວນ 6 ບ້ານ, 580 ຄອບຄົວລວມ 2,285 ຄົນ.
- ກຸ່ມທີ 2: ໄດ້ຮັບຜົລກະທົບບາງສ່ວນ ແລະມີບາງຄອບຄົວ ຖືກໂຍກຍ້າຍ ແລະຍັບຍ້າຍ ຈຳນວນ 9 ບ້ານ, 692 ຄອບຄົວລວມ 3,855 ຄົນ.
- ກຸ່ມທີ 3: ສູນເສັຍທີ່ດິນ, ແຕ່ບໍ່ຖືກໂຍກຍ້າຍ ຈຳນວນ 8 ບ້ານ, 671 ຄອບຄົວ, ລວມ 2,330 ຄົນ.
- ກຸ່ມທີ 4: ບ້ານທ້າຍເຂື່ອນ ທີ່ອາດຈະໄດ້ຮັບຜົລກະທົບ ຈາກໂຄງການ, ແຕ່ບໍ່ຖືກໂຍກຍ້າຍຈຳນວນ 3 ບ້ານ, 189 ຄອບຄົວ, ລວມ 904 ຄົນ.
ໂຄງການ ເຂື່ອນໄຟຟ້າ ຫຼວງພຣະບາງ ໄດ້ເຣີ່ມກໍ່ສ້າງຢ່າງເປັນທາງການແລ້ວ ຫຼັງຈາກທາງການໄທຍ ໄດ້ເຊັນສັນຍາ ຊື້-ຂາຍ ໄຟຟ້າ ຈາກເຂື່ອນດັ່ງກ່າວ ໃນເດືອນພຶສຈິກາ 2022 ໂດຍມີສັນຍາ ດຳເນີນງານກໍ່ສ້າງ ລະຫວ່າງວັນທີ 01 ມິຖຸນາ 2023 ໄປຈົນເຖິງ ວັນທີ 01 ມົກກະຣາ 2028. ມູນຄ່າ 1,615 ລ້ານບາທ.
ສໍາລັບໂຄງການ ເຂື່ອນໄຟຟ້າ ຫຼວງພຣະບາງ ມີກໍາລັງຕິດຕັ້ງ 1,460 ເມກາວັດ ຢູ່ບ້ານຫ້ວຍຢໍ ເມືອງຈອມເພັດ ແຂວງຫຼວງພຣະບາງ, ແຕ່ຫ່າງຈາກເມືອງມໍຣະດົກໂລກ ປະມານ 25 ກິໂລແມັດ. ໂຄງການດັ່ງກ່າວ ເປັນການຮ່ວມມືກັນ ຈັດຕັ້ງບໍຣິສັດ ຫຼວງພຣະບາງພາວເວີ້ ຈຳກັດ ໂດຍ ບໍຣິສັດ ຜູ້ຖືຮຸ້ນໂຄງການ ປະກອບມີ ບໍຣິສັດ ພີທີ ຈຳກັດ 38%, ບໍຣິສັດ ເປໂຕຣ ວຽດນາມ ພາວເວີ້ ຈຳກັດ 10% (Petro Vietnam Power), ບໍຣິສັດ ໄຊຍະບູຣີ ພາວເວີ້ 42% ແລະ ບໍຣິສັດ ຊ.ການຊ່າງ 10% ໂດຍມີມູນຄ່າ ການລົງທຶນ 3,000 ລ້ານໂດລ້າຣ໌ສະຫະຣັຖ, ໄຟຟ້າທີ່ຜລິດຈາກເຂື່ອນໄຟຟ້າ ຫຼວງພຣະບາງຈະສົ່ງຂາຍໃຫ້ປະເທດໄທຍ.