ຕຳຣວດພະມ້າ ຊ່ອຍແມ່ຍິງລາວ ຈາກການຄ້າມະນຸສ

ພູວົງສ໌
2024.02.07
ຕຳຣວດພະມ້າ ຊ່ອຍແມ່ຍິງລາວ ຈາກການຄ້າມະນຸສ ນີ້ແມ່ນຮູບໂຕຢ່າງປະກອບ: ແມ່ຍິງລາວ ເຫຍື່ອຄ້າມະນຸສ ໃນຣັຖສານ (Shan State) ປະເທດພະມ້າ ຖືກໃສ່ກັບມື ແລະຖືກທໍຣະມານ. ເດືອນຕຸລາ ປີ 2023.
Courtesy Photo

ວັນທີ 28 ມົກກະຣາ 2024 ທີ່ຜ່ານມານັ້ນ, ຕຳຣວດພະມ້າ ຈາກເມືອງລາ ຣັຖສານ ປະເທດພະມ້າ ເຂົ້າໄປຊ່ອຍເຫຼືອແມ່ຍິງລາວ ຊື່ຍານາງ ດາວ (ນາມສົມມຸດ) ຈຳນວນ 1 ຄົນ ອາຍຸ 20 ປີ ຈາກນະຄອນຫຼວງວຽງຈັນ ປະເທດລາວ ທີ່ຖືກຄ້າມະນຸສ ຢູ່ຮ້ານບັນເທີງຈີນ ອອກມາໄດ້ແລ້ວ ພາຍຫຼັງຍານາງ ດາວ ຖືກຕວົະໄປເຮັດວຽກ ເປັນສາວຄາຣາໂອເກະ ເຄທີວີ (KTV) ເພື່ອບັງຄັບ ໃຫ້ຂາຍບໍຣິການທາງເພດ.

ໂດຍຮູບແບບ ທີ່ຍານາງ ດາວ ຖືກຕວົະ ຄື ນາຍໜ້າຊາວພະມ້າ ຈາກເມືອງມົງນາງ ໃຊ້ກົລອຸບາຍ ຕວົະຍວົະຍານາງ ດາວ ວ່າ ເຈົ້າຂອງຮ້ານ ທີ່ເປັນຊາວຈີນ ຢູ່ເມືອງລາ ໃຈດີ ບໍ່ບັງຄັບ ໃຫ້ຂາຍບໍຣິການທາງເພດ ບໍ່ກັກຂັງໜ່ວງໜ່ຽວ, ແຕ່ພໍໄປຮອດໂຕຈິງ ຍານາງ ດາວ ພັດຖືກບັງຄັບ ໃຫ້ຂາຍບໍຣິການທາງເພດ ແລະ ບໍ່ໄດ້ນັ່ງດື່ມເບັຽ ຮ້ອງຄາຣາໂອເກະ ນຳລູກຄ້າ ຕາມທີ່ຕົກລົງໄວ້ ອີກທັງຍານາງ ດາວ ເຮັດວຽກໃຊ້ໜີ້ ທີ່ເປັນຄ່າເດີນທາງ ຈາກເມືອງມົງນາງ ມາເມືອງລາ ເກີນ 10,000 ຢວນ ຕາມທີ່ສັນຍາ ລະບຸໄວ້ແລ້ວ, ແຕ່ຫົວໜ້າຊາວຈີນ ບໍ່ຍອມປ່ອຍຍານາງ ດາວ ອອກໄປ ແລະ ບັງຄັບໃຫ້ ຍານາງ ດາວ ເຮັດວຽກເປັນສາວຄາຣາໂອເກະ ເຄທີວີ ພ້ອມຂາຍບໍຣິການທາງເພດ ໄປຈົນຮອດເດືອນເມສາ 2024 ຕາມທີ່ສັນຍາ ໄດ້ລະບຸໄວ້. ຂະນະທີ່ຍານາງ ດາວ ບໍ່ຮູ້ຣາຍລະອຽດ ໂຕນີ້ເລີຍ, ຕາມຄວາມເວົ້າ ຂອງຍານາງ ດາວ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 28 ມົກກະຣາ 2024 ທີ່ຜ່ານມານັ້ນວ່າ:

“ທຳອິດ ຜູ້ທີ່ເອົາຈຸນ້ອງມາຫັ້ນ ບອກວ່າ ບໍ່ກັກຂັງ ອອກໄປໃສໄດ້ອິສຣະ, ກິນເຂົ້າໄດ້ 24 ຊົ່ວໂມງ, ແຕ່ມັນບໍ່ຕຣົງປົກ. ພວກຕຳຣວດ ຢູ່ເມືອງລາ ນີ້ ເຂົາຊ່ອຍອອກມານີ້ ແລ້ວເພິ່ນຫັ້ນ ລົມກັບຫົວໜ້າຫັ້ນໃຫ້ ແລ້ວຫົວໜ້າຫັ້ນ ຍອມປ່ອຍຈຸນ້ອງ, ຊີ້ນ່າ ຍອມປ່ອຍຈຸນ້ອງອອກມາແລ້ວ.”

ຍານາງ ດາວ ກ່າວຕື່ມວ່າ ວັນທີ 2 ກຸມພາ 2024 ຍານາງໄດ້ເດີນທາງ ມາຮອດແຜ່ນດິນ ປະເທດລາວແລ້ວ ພາຍຫຼັງຕຳຣວດພະມ້າ ຢູ່ເມືອງລາ ປ່ອຍໂຕອອກມາ ພ້ອມໃຫ້ອິສຣະ ກັບນາງວ່າ “ຢາກໄປໃສ ກໍໃຫ້ນ້ອງໄປ” ນາງຈຶ່ງຕັດສິນໃຈ ຂໍຄວາມຊ່ອຍເຫຼືອ ຈາກຊາວບ້ານ, ທະຫານ, ຕຳຣວດ ພາຍໃນທ້ອງຖິ່ນ ເພື່ອຊ່ອຍພານາງ ຫາຣົຖຮັບຈ້າງ ຈາກໂຕເມືອງລາ ໄປສົ່ງທ່າເຮືອສົບຫຼວຍ, ໂດຍໃຊ້ເວລາເດີນທາງ ປະມານ 5 ມື້. ໃນນັ້ນ, ກວມເອົາເວລາເດີນທາງ ແລະ ເວລາພັກຄ້າງຄືນ ລະຫວ່າງທາງນຳດ້ວຍ, ເຊິ່ງ 5 ມື້ນີ້ ຍານາງມີແຕ່ຄວາມຢ້ານກົວ ທີ່ບໍ່ຮູ້ວ່າ ຈະຖືກກຸ່ມຄົນຈີນ ສົ່ງຜູ້ໃດ ມາຈັບໂຕ ກັບຄືນໄປ ຫຼືບໍ່ ຍ້ອນຍານາງ ໃຊ້ບັດປະຈຳໂຕ ປະຊາຊົນລາວ ຈອງຫ້ອງພັກທຸກຄືນ.

ຈາກນັ້ນ, ຍານາງ ດາວ ກໍໄດ້ຊື້ປີ້ເຮືອ ເພື່ອນັ່ງເຮືອ ຈາກທ່າເຮືອສົບຫຼວຍ ຂ້າມແມ່ນ້ຳຂອງ ໄປທ່າເຮືອ ເຂດເສຖກິຈພິເສດ 3 ຫຼ່ຽມຄຳ ແຂວງບໍ່ແກ້ວ, ໂດຍບໍ່ໄດ້ຜ່ານດ່ານ ກວດຄົນເຂົ້າ-ອອກເມືອງ ຂອງເຈົ້າໜ້າທີ່ຊາຍແດນ ລາວ-ພະມ້າ ແຕ່ຢ່າງໃດ. ຫຼັງຈາກນັ້ນ, ຍານາງກໍຊື້ປີ້ເຮືອບິນ ກັບນະຄອນຫຼວງວຽງຈັນ ທັນທີ.

ດັ່ງຍານາງກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 3 ກຸມພາ 2024 ດ້ວຍນ້ຳສຽງ ທີ່ໂລ່ງໃຈ ຫຼັງຈາກຜ່ານໄລຍະເວລາ ທີ່ລຳບາກນັ້ນ ພຽງສັ້ນໆວ່າ:

“ຮອດບ້ານແລ້ວ ຮອດມື້ນີ້ແລ້ວບໍ້, ມື້ນີ້ຕອນສວຍໆ. ເນັທຊ້າ. ໂອເຄ, ໂອເຄ ນ້ອງຂີ່ຣົຖຢູ່.”

ຜູ້ປົກຄອງ ຂອງຍານາງ ດາວ ກ່າວວ່າ ລູກສາວ ຮອດເຮືອນແລ້ວ ແລະ ໂຕເອງ ຮູ້ສຶກວ່າ ໄດ້ຊີວິຕລູກ ກັບຄືນມາ ແລະ ບໍ່ອະນຸຍາດ ໃຫ້ລູກໄປໃສຕື່ມ. ມີແຕ່ວາງແຜນ ເບື້ອງຕົ້ນວ່າ ຈະສົ່ງໃຫ້ລູກ ຮຽນເສີມສວຍ ເພື່ອມີວິຊາຊີບ ຕິດໂຕຕື່ມ ແລະ ບໍ່ໄດ້ວາງແຜນ ຈະໄປແຈ້ງ ເຈົ້າໜ້າທີ່ຕຳຣວດລາວ ວ່າ ລູກຮອດເຮືອນແລ້ວ ຍ້ອນກັງວົນວ່າ ລູກຈະຖືກປັບໃໝ ແລະ ຖືກຕິດຄຸກ ໃນຂໍ້ຫາ ເຂົ້າເມືອງຜິດກົດໝາຍ ອີກທັງສະພາບໂຕຈິງ ລູກມາຮອດລາວ ດ້ວຍໂຕເອງ ປາສະຈາກການຊ່ອຍເຫຼືອ ຈາກເຈົ້າໜ້າທີ່ລາວ.

ດັ່ງຍານາງກ່າວຕໍ່ ວິທຍຸເອເຊັຽເສຣີ ເມື່ອບໍ່ດົນມານີ້ວ່າ:

“ມີແຕ່ຢ້ານຫຍັງ ຢ້ານເຂົາຈັບ, ເຂົາກຸມ, ເຂົາໃໝ ແມ່ກໍດາຍ. ແມ່ກະເຮັດມິດຢູ່ ເຮົາເຂົ້າເມືອງຜິດແມ່ນບໍ່ ເຮົາບໍ່ມີຫຍັງໄປ ຕຳຣວດລາວ ເຂົາຍິ່ງຢາກໄດ້ແຕ່ເງິນກໍລູກ, ຄັນວ່າ. ກໍສ່ຳກັບເຮົາມາໄດ້ເອງແຫຼະ ເພາະວ່າ ເຮົາຕ້ອງຊ່ອຍເຫຼືອໂຕເອງ ໝົດທຸກຢ່າງ. ສະຖານທູຕ ເພິ່ນກໍຍັງວ່າ ຕຳຣວດລາວນີ້ ເຂົ້າເຂົາເຈົ້າບໍ່ເຖິງ. ເອີ, ແມ່ກໍດີໃຈຫັ້ນແຫຼະ ມັນບັດຕຸ້ຍໆ ຕອນນີ້, ສ່ຳຕອນມັນໄປຫັ້ນ. ດຽວນີ້ມັນບັກຈ່ອຍໆນຶ່ງ. ຫັ້ນແຫຼະ ບໍ່ໄດ້ກິນເຂົ້າ ແລ້ວກໍເຮັດແຕ່ວຽກ. ຢູ່ເຮືອນນີ້ແຫຼະ ແມ່ກໍບໍ່ໄດ້ໃຫ້ໄປໃສ ແມ່ບອກເດ້ ບໍ່ໃຫ້ໄປທາງໃດ, ແມ່ຢ້ານ. ລາວຄືຊິບໍ່ຮຽນດອກ ບາງເທື່ອແມ່ຊິໃຫ້ລາວ ໄປຮຽນແບບ ອັນພວກເສີມສວຍນີ້ນ່າ ພໍໃຫ້ລາວ ມີວິຊາຊີບ. ແມ່ກະຖືວ່າພົ້ນທຸກລະ ໄດ້ຊີວິຕລູກກັບຄືນມາ ແມ່ກໍມີລູກຜູ້ດຽວ.”

ຂະນະທີ່ ຝັ່ງຂອງຍານາງ ນ້ຳຕານ ອາຍຸ 17 ປີ, ຍານາງ ນົກ ອາຍຸ 19 ປີ ແລະ ຍານາງ ຝ້າຍ ອາຍຸ 13 ປີ ທັງໝົດເປັນນາມສົມມຸດ ແລະ ເປັນກຸ່ມແມ່ຍິງລາວ ຈາກນະຄອນຫຼວງວຽງຈັນ ແລ້ວຖືກຮຽກຄ່າໄຖ່ ຄົນລະຫຼາຍສິບພັນຢວນ ຍັງຄົງລໍຖ້າ ການຊ່ອຍເຫຼືອ ຈາກພາກສ່ວນ ທີ່ກ່ຽວຂ້ອງ. ປັດຈຸບັນ, ແມ່ຍິງທັງໝົດ ກັງວົນວ່າ ຈະຖືກຫົວໜ້າຊາວຈີນ ຂາຍຕໍ່ໃຫ້ ຮ້ານບັນເທີງແຫ່ງອື່ນ ພາຍໃນພະມ້າ ແລະ ທຸກມື້ນີ້ ຫົວໜ້າຊາວຈີນ ໃຫ້ກິນເຂົ້າ ມື້ລະ 1 ຄາບ ພ້ອມທັງກັກຂັງ ໃຫ້ພວກເຂົາເຈົ້າ ຢູ່ພາຍໃນເຂດ ທີ່ກຳນົດ ບໍ່ໃຫ້ອອກໄປໃສ ແລະ ຕ້ອງເຮັດວຽກ ຂາຍບໍຣິການທາງເພດ. ຍົກເວັ້ນແຕ່ຍານາງ ນ້ຳຕານ ພຽງຜູ້ດຽວ ທີ່ບໍ່ຕ້ອງເຮັດວຽກ ຂາຍບໍຣິການທາງເພດ ຍ້ອນຫົວໜ້າຈີນ ອ້າງວ່າ ຍານາງ ນ້ຳຕານ ບໍ່ສບາຍ.

ດັ່ງຍານາງ ຝ້າຍ ກ່າວຕໍ່ ວິທຍຸເອເຊັຽເສຣີ ເມື່ອບໍ່ດົນມານີ້ວ່າ:

“ຄືແບບຄື ພັດຕາຄານ ແບບຍ່າງໄປຫຼິ້ນໃສກໍໄດ້ ມີບັນໄດເລື່ອນ ໄປຫຼິ້ນ ຄືແບບ ໄອເຕັກ. ເຮົາມາເຮັດວຽກ KTV ມາຕອນທຳອິດຫັ້ນ ມັນບອກວ່າ ຈະບໍ່ຕີ ຈະບໍ່ຂ້າ. ເຂົ້າຫັ້ນໃຫ້ກິນ 24 ຊົ່ວໂມງ ລະເງິນທີ່ເຂົາໄລ່ໃຫ້ຫັ້ນນ່າ ຖ້າເຫຼືອເທົ່າໃດ ເຂົາຈະເອົາໃຫ້, ລະຄວາມເປັນຈິງແລ້ວ ມັນບໍ່ແມ່ນ, ເງິນເຂົາກະບໍ່ໄລ່ໃຫ້, ເຂົ້າເຂົາກໍໃຫ້ກິນຄາບດຽວ ໄປໃສກໍບໍ່ໄດ້. ແລ້ວເຂົາບອກວ່າ ບໍ່ກັກ ບໍ່ຂັງ ໄປໃສກໍໄດ້ໝົດ ມາແລ້ວກໍກັກຂັງ.”

ຍານາງ ນົກ ກ່າວວ່າ ໂຕເອງ ແລະ ໝູ່ ຕົກຢູ່ຊະຕາກັມດຽວກັນ ຄື ຖືກຕວົະໃຫ້ມາເຮັດວຽກ ແລະ ຢືນຢັນວ່າ ທັງ 3 ຄົນ ທີ່ຢູ່ຮ້ານບັນເທີງຈີນ ແຫ່ງນີ້ ຕ້ອງການກັບປະເທດລາວ ເນື່ອງຈາກຫົວໜ້າຊາວຈີນ ໄດ້ກ່າວໄວ້ ເມື່ອບໍ່ດົນມານີ້ວ່າ ໃຫ້ທັງໝົດ 3 ຄົນ ລະວັງໂຕ ຈະຖືກຂາຍຕໍ່ ໄປໃຫ້ຮ້ານບັນເທີງແຫ່ງອື່ນ.

ດັ່ງຍານາງກ່າວຕໍ່ ວິທຍຸເອເຊັຽເສຣີ ເມື່ອບໍ່ດົນມານີ້ວ່າ:

“ຄິດວ່າ ອອກມາຈາກຮ້ານ ທີ່ແບບເຄີຍຖືກຂັງ ຄິດວ່າ ອອກມາແຕ່ຮ້ານນັ້ນແລ້ວ ຄິດວ່າ ຊິບໍ່ມາຖືກຢູ່ນີ້, ຊີ້ນ່າ ເພາະວ່າ ພາກັນຕັ້ງໃຈອອກມາຈາກຮ້ານນັ້ນ. ຮ້ານນັ້ນ ກໍຖືກຂາຍມາເດ້ ແລ້ວອອກມາ ມາຢູ່ນີ້ຫັ້ນ ແຮງເຫັ່ງກວ່າຢູ່ຮ້ານຫັ້ນອີກ. ບັກຫົວໜ້າ ມັນເຣີ່ມຊິເອົາຄົນມາຊື້ໂຕແລ້ວ ໄລຍະນີ້ ເພາະວ່າ ມັນບອກນ້ອງມື້ຄືນນີ້ວ່າ ໃຫ້ພວກນ້ອງຫັ້ນ ລະວັງໂຕໄວ້ ມັນເອີ້ນລົງມາ ມັນຊິເອີ້ນຄົນມາຊື້ໂຕ. ມື້ຄືນນີ້ ນ້ອງຈົນຕື່ນໝົດ ຄິດວ່າ ມັນເອົາຄົນມາຊື້ໂຕ ແທ້ບໍ່ແມ່ນ ມັນເປັນແຂກມັນມາ.”

ຂະນະທີ່ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ທີ່ປະສານງານ ລະຫວ່າງປະເທດລາວ ແລະ ພະມ້າ ໃນປະເດັນ ການຊ່ອຍເຫຼືອ ພົລເມືອງລາວ ທີ່ຕົກເປັນເຫຍື່ອ ການຄ້າມະນຸສ ຢູ່ປະເທດພະມ້າ ທີ່ບໍ່ປະສົງອອກຊື່, ສຽງ ແລະ ຕຳແໜ່ງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 6 ກຸມພາ 2024 ທີ່ຜ່ານມາວ່າ ຂໍ້ມູນແບບບໍ່ເປັນທາງການ ມີແມ່ຍິງ ແລະ ເດັກຍິງລາວ ຢູ່ເມືອງລາ ຣັຖສານ ປະເທດພະມ້າ ລໍຖ້າການຊ່ອຍເຫຼືອ ຈາກທາງການລາວ ແລະ ພະມ້າ ປະມານ 7-8 ຄົນ. ໃນນັ້ນ, ຢູ່ຮ້ານບັນເທີງ ບ່ອນດຽວກັນ ປະກອບດ້ວຍ ຍານາງ ນ້ຳຕານ, ຍານາງ ນົກ, ຍານາງ ຝ້າຍ ແລະ ຍານາງ ຈັນ ອາຍຸ 25 ປີ ເປັນຊົນເຜົ່າກຶມມຸ ຈາກແຂວງອຸດົມໄຊ ນຳດ້ວຍ. ສຳລັບຄວາມຄືບໜ້າຫຼ້າສຸດ ແມ່ນສູນກາງ ກະຊວງການຕ່າງປະເທດ ຂອງປະເທດພະມ້າ ກຳລັງເລັ່ງປະສານງານ ໄປຍັງເຈົ້າໜ້າທີ່ຕຳຣວດ ເມືອງລາ ເພື່ອດຳເນີນ ການຊ່ອຍເຫຼືອ ພົລເມືອງລາວ ກັບປະເທດລາວ.

ດັ່ງທ່ານກ່າວວ່າ:

“ເພາະວ່າ ເຮົາກໍຫາທາງຕຳຣວດຫັ້ນ ຊ່ອຍເນາະ, ແຕ່ເຂົາບໍ່ຊ່ອຍເນາະ ເຂົາເຈົ້າບໍ່ມີຈົດໝາຍ ທາງການຫັ້ນ ເຂົ້າໄປເທື່ອ. ທາງນັ້ນ ກໍຢູ່ແຖວນັ້ນ ຍັງໄກແດ່, ຣັຖບານກາງ ເຂົ້າບໍ່ເຖິງ ເຂດປົກຄອງໂຕເອງ. ໃຫ້ກະຊວງຕ່າງປະເທດ ເຂົາເຈົ້າ ປະສານເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ທາງເມືອງລາ. ຍັງຊອກຂໍ້ມູນຢູ່ ຊອກຂໍ້ມູນ ຍັງຫຼາຍຄົນ 7-8 ຄົນ.”

ກ່ຽວກັບການຊ່ອຍເຫຼືອເດັກຍິງ ແລະ ແມ່ຍິງລາວ ທີ່ຍັງຕົກຄ້າງນີ້ ທ່ານ ຈາຣຸວັດ ຈິນມັກຄາ, ຮອງປະທານມູລນິທິ ອິມມານູເອລ (Immanuel Foundation: IMF) ກ່າວວ່າ ເດັກຍິງ ແລະ ແມ່ຍິງລາວ ທີ່ຍັງຕົກຄ້າງ ເຫຼືອອີກ 3 ຄົນນັ້ນ, ທາງພາກສ່ວນທີ່ກ່ຽວຂ້ອງ ຈະເລັ່ງເຂົ້າຊ່ອຍເຫຼືອ ຍ້ອນມີຍານາງ ນົກ ເປັນລູກເຄິ່ງໄທຍ-ລາວ, ເຊິ່ງຖືກວ່າເປັນພົລເມືອງໄທຍ ແລະ ເມື່ອເວົ້າເຖິງ ການຊ່ອຍເຫຼືອ ຂອງເຈົ້າໜ້າທີ່ຕຳຣວດລາວ ເຂົ້າຊ່ອຍເຫຼືອພົລເມືອງລາວ ແມ່ນຍອມຮັບວ່າ ເປັນເຣື່ອງທີ່ຍາກແທ້.

ດັ່ງທ່ານກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 30 ມົກກະຣາ 2024 ທີ່ຜ່ານມານັ້ນວ່າ:

“ສ່ວນໃຫຍ່ ຖ້າຕຳຣວດລາວ ເຂົາເຈົ້າຊ່ອຍອີ່ຫຍັງບໍ່ໄດ້ແທ້ໆ. ອັນນີ້ ຈາກປະສົບການ ທີ່ເຮັດວຽກມາຕລອດ. ຕຳຣວດໄທຍ ຈະບໍ່ຫຍຸ້ງ (ບໍ່ເຂົ້າຊ່ອຍເຫຼືອເດັກຍິງ-ແມ່ຍິງລາວ) ເວັ້ນແຕ່ວ່າ ເຂົ້າມາໃນເມືອງໄທຍແລ້ວ ເທົ່າານັ້ນ ແລ້ວຈະສົ່ງຕໍ່ໄປລາວ. ແຕ່ສ່ວນຫຼາຍແລ້ວ ຕຳຣວດ (ລາວ) ບໍ່ຄ່ອຍສົນໃຈ ສຳລັບປະສົບການ ທີ່ເຮັດວຽກມາ ມັນຍາກແທ້ໆ. ຕຳຣວດ (ລາວ) ບໍ່ມັກຫຍຸ້ງແທ້ໆ.”

ປັດຈຸບັນ, ຍານາງ ນ້ຳຕານ, ຍານາງ ນົກ, ຍານາງ ຝ້າຍ ແລະ ຍານາງ ຈັນ ທັງໝົດ ກ່າວຕຣົງກັນວ່າ ຍັງລໍຖ້າການຊ່ອຍເຫຼືອ ຈາກທາງການລາວ ແລະ ພະມ້າ ຢ່າງມີຄວາມຫວັງເທື່ອສຸດທ້າຍ ຍ້ອນພໍ່ແມ່ຜູ້ປົກຄອງ ຂອງພວກເຂົາເຈົ້າ ບໍ່ມີເງິນ ຈະໄຖ່ໂຕລູກອອກມາ ແລະ ບໍ່ຮູ້ແນວທາງ ຈະຊ່ອຍລູກແນວໃດຕື່ມ. ຂະນະທີ່ ສະພາບໂຕຈິງຫຼ້າສຸດ ໃນວັນທີ 6 ກຸມພາ 2024 ມີເຫຍື່ອຄ້າມະນຸສ ເປັນຊາວພະມ້າ ທີ່ເຮັດວຽກ ເປັນສາວຄາຣາໂອເກະ ເຄທີວີ ຢູ່ບ່ອນດຽວກັນ ກັບເດັກຍິງ ແລະ ແມ່ຍິງລາວ ທັງໝົດນັ້ນ, ໄດ້ແຈ້ງຕຳຣວດພະມ້າ ໃຫ້ເຂົ້າຊ່ອຍເຫຼືອ, ແຕ່ວ່າ ຫົວໜ້າຈີນ ຮູ້ທັນ ແລະ ຂົ່ມຂູ່ແມ່ຍິງ ແລະ ເດັກຍິງ ທຸກສັນຊາຕວ່າ ບໍ່ວ່າຈະເປັນລາວ, ພະມ້າ, ວຽດນາມ ແລະ ຈີນ ເຖິງແມ່ນວ່າ ຈະເອົາຕຳຣວດ ສັນຊາຕໃດ ມາຊ່ອຍກໍຕາມ ຈະບໍ່ຍອມປ່ອຍ ໃຫ້ພວກເຂົາເຈົ້າ ກັບບ້ານ ແລ້ວຖ້າຕຳຣວດກັບແລ້ວ ຈະຕີພວກເຂົາເຈົ້າ.

ປັດຈຸບັນ ຈຳນວນແມ່ຍິງ ແລະ ເດັກຍິງ ທີ່ເຮັດວຽກ ຢູ່ຮ້ານບັນເທີງ ຂອງຊາວຈີນ ຜູ້ນີ້ ມີຫຼາຍເຖິງ 30-40 ຄົນ. ໃນນັ້ນ, ມີຊາວລາວ 4 ຄົນ ທີ່ເຫຼືອ ເປັນຊາວຈີນ, ພະມ້າ ແລະ ວຽດນາມ, ໂດຍຮ້ານບັນເທີງແຫ່ງນີ້ ເປັນຕຶກ 2 ລ໊ອກ ມີທັງໝົດ 4 ຊັ້ນ. ຊັ້ນທີ 1 ເປັນຄາສິໂນ, ຊັ້ນທີ 2 ເປັນຮ້ານສາວບໍຣິການ, ຊັ້ນທີ 3 ເປັນ KTV ແລະ ຊັ້ນທີ 4 ເປັນຮ້ານນວດແຜນບູຮານ. ໂດຍຮ້ານນີ້ ຕັ້ງຢູໃກ້ຄາສິໂນ ຄິງສ໌ໂຣມັນ ເຂດສົບຫຼວຍ ເປັນທາງຂ້າມໄປ ເມືອງປ໋ອກ ຢູ່ໃກ້ກັບປະເທດລາວ, ອີງຕາມຂໍ້ມູນ ຈາກຜູ້ໃຫ້ສັມພາດ ທັງໝົດ 4 ຄົນ. ສບາຍດີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.