ລາວສົ່ງອອກສິນຄ້າກະເສດ ທີ່ສ່ວນຫຼາຍເປັນຂອງນັກລົງທຶນຈີນ ສູງເຖິງ 1.4 ຕື້ໂລດ້າຣ໌
2024.02.08

ປີ 2023 ທີ່ຜ່ານມາ ປະເທດລາວ ສົ່ງອອກສິນຄ້າກະເສດ ຈໍານວນ 9.47 ລ້ານຕັນ ມີມູນຄ່າ ສູງເຖິງ 1.4 ຕື້ໂດລ້າຣ໌ສະຫະຣັຖ ເພີ່ມຂຶ້ນ 20.18% ເມື່ອທຽບໃສ່ ປີ 2022 ສ່ວນສິນຄ້າ ທີ່ສົ່ງອອກຫຼາຍທີສຸດ ຄື ມັນຝຣັ່ງ, ກາເຟ, ກ້ວຍ, ອ້ອຍ ແລະປະເທດທີ່ສົ່ງອອກໄປ ຫຼາຍທີ່ສຸດ ແມ່ນ ຈີນ, ຮອງລົງມາ ແມ່ນ ວຽດນາມ ແລະໄທຍ ຕາມລໍາດັບ.
ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ກະຊວງອຸດສາຫະກັມ ແລະການຄ້າ ກ່າວວ່າ ສິນຄ້າສົ່ງອອກ ປະເພດ ສິນຄ້າການກະເສດ ນັບແຕ່ສັດລ້ຽງ, ພືດຜັກ ແລະໝາກໄມ້ ສ່ວນຫຼາຍແມ່ນເປັນສິນຄ້າ ທີ່ຄົນຈີນເຂົ້າມາລົງທຶນ ໃນຮູບແບບໂຄງການ 2+3 ແລະເຊົ່າສັມປະທານທີ່ດິນ ເພື່ອຜລິດສິນຄ້າເຫຼົ່ານັ້ນ ກ່ອນຈະສົ່ງອອກໄປປະເທດຈີນ ເຊິ່ງບໍ່ແມ່ນສິນຄ້າ ຂອງຄົນລາວເປັນເຈົ້າຂອງໂດຍຕຣົງ.
ດັ່ງເຈົ້າໜ້າທີ່ທ່ານນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 8 ກຸມພາ ນີ້ວ່າ:
“ເວລາສິນຄ້າເຂົ້າມານີ້ກະ ອາດຊິບໍ່ມີບັນຫາປານໃດ ເຂົ້າມາລາວ ແຕ່ວ່າສິນຄ້າຊິອອກໄປພຸ້ນຫັ້ນນ່າ ສ່ວນຫຼາຍຂະເຈົ້າ ຈະບໍ່ຮັບຂອງລາວ ທີ່ວ່າເປັນຂອງຄົນລາວເລີຍຫັ້ນນ່າ. ສ່ວນຫຼາຍ ຂະເຈົ້າຈະຮັບແຕ່ແບບວ່າ ເປັນຂອງໂຮງງານຈີນ ທີ່ວ່າ ມັນໄດ້ມາຕພານຂອງຂະເຈົ້າ ແລ້ວຂະເຈົ້າ ຈຶ່ງສົ່ງອອກໄປໄດ້.”
ທ່ານກ່າວຕື່ມວ່າ ສໍາລັບມູນຄ່າ ການສົ່ງອອກສິນຄ້າ ທີ່ສູງເຖິງ 1.4 ຕື້ໂດລ້າຣ໌ສະຫະຣັຖນັ້ນບໍ່ແມ່ນລາຍໄດ້ ທີ່ຣັຖບານລາວ ຈະໄດ້ຮັບທັງໝົດ ເພາະສິນຄ້າເຫຼົ່ານັ້ນ ບໍ່ແມ່ນຂອງຄົນລາວ ແລະຣັຖບານລາວ ສະນັ້ນແລ້ວ ຣັຖບານລາວ ຈະໄດ້ຮັບພຽງຄ່າຂົນສົ່ງສິນຄ້າ, ຄ່າພາສີ-ອາກອນ ແລະຄ່າເຊົ່າສັມປະທານທີ່ດິນເທົ່ານັ້ນ.
ອິີງຕາມການຣາຍງານ ຂອງກະຊວງອຸດສາຫະກັມ ແລະການຄ້າ ລະບຸວ່າ ສິນຄ້າການກະເສດ ທີ່ສົ່ງອອກຈໍານວນ 9.47 ລ້ານຕັນນັ້ນ ແມ່ນເກີນຄາດໝາຍ 3.7% ໂດຍມີ ມັນຝຣັ່ງເພີ່ມຂຶ້ນ 25.62%, ກາເຟ 7.5%, ກ້ວຍ 16.7% ແລະອ້ອຍ 10.1%.
ປະເທດລາວ ມີສິນຄ້າການກະເສດ ທັງໝົດ 33 ປະເພດ ທີ່ໄດ້ຮັບອະນຸຍາດສົ່ງອອກໄປຈີນ ລວມມີ ພືດ 30 ຊະນິດ ແລະສັດລ້ຽງ 3 ປະເພດ, ສ່ວນວຽດນາມ ສົ່ງອອກສິນຄ້າການກະເສດໄປໄດ້ 16 ຊະນິດ ແລະໄທຍ ສົ່ງອອກໄປໄດ້ 15 ຊະນິດ.
ປັດຈຸບັນ ປະເທດຈີນ ກາຍມາເປັນຄູ່ຄ້າຫຼັກ ແລະຕລາດທີ່ສໍາຄັນທີ່ສຸດ ຂອງປະເທດລາວ ເຊິ່ງສອດຄ່ອງ ກັບຂໍ້ມູນຂອງຣັຖບານລາວ ທີ່ໄດ້ຣາຍງານວ່າ ນັກລົງທຶນຈີນ ໄດ້ເຂົ້າມາລົງທຶນໃນລາວ ເປັນອັນດັບ 1 ໂດຍມີໂຄງການລົງທຶນໄປແລ້ວ ຈໍານວນ 933 ໂຄງການ ແລະການເຂົ້າມາລົງທຶນ ທາງດ້ານການກະເສດ ກໍາລັງຂຍາຍໂຕຂຶ້ນເລື້ອຍໆ.
ຂະນະທີ່ ເຈົ້າໜ້າທີ່ ທະນາຄານພັທເອເຊັຽ ຫຼື ADB ປະຈໍາລາວ ກ່າວວ່າ ຫາກມາເບິ່ງໂຕເລຂມູນຄ່າ ການສົ່ງອອກ-ນໍາເຂົ້າ ໝົດປີ 2023 ທີ່ຜ່ານມາ ຈະເຫັນວ່າ ປະເທດລາວ ຂາດດຸນການຄ້າ ສູງເຖິງ 1,000 ລ້ານປາຍໂດລ້າຣ໌ສະຫະຣັຖ ຍ້ອນມີການນໍາເຂົ້າສິນຄ້າ ຫຼາຍກວ່າການສົ່ງອອກ.
ເພື່ອເຮັດໃຫ້ ມູນຄ່າການສົ່ງອອກ-ນໍາເຂົ້າ ດຸ່ນດ່ຽງກັນ. ຣັຖບານ ຈໍາເປັນ ທີ່ຈະຕ້ອງເລັ່ງຜລິດສິນຄ້າ ທາງດ້ານການກະເສດ ໃຫ້ໄດ້ປະຣິມານທີ່ພຽງພໍ ແລະມີຄຸນນະພາບທີ່ດີ ເພື່ອສົ່ງອອກໄປຂາຍຕ່າງປະເທດ ໂດຍບໍ່ຕ້ອງເພິ່ງພາ ການລົງທຶນຂອງຄົນຕ່າງປະເທດ ຈົນເກີນໄປ ໂດຍສະເພາະຈີນ.
ດັ່ງເຈົ້າໜ້າທີ່ທ່ານນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ຄັນເວົ້າເຣື່ອງເປັນທຸຣະກິຈຄ້າຂາຍ ເຈົ້າຕ້ອງໄດ້ເພີ່ມປະຣິມານ ຄຸນນະພາບໄປພ້ອມໆກັນ ບໍ່ແມ່ນວ່າ ຕາມລະດູການບາດນີ້ ເພາະວ່າຕລາດຈີນ ກະເປີດກວ້າງໃຫ້ລາວນີ້ ເຕັມ 100 ທັງສາລີ, ທັງມັນຕົ້ນ, ທັງຜົລໄມ້ຕ່າງໆ ໝາກກ້ວຍກະຍັງສົ່ງອອກ ເກືອບ 200-300 ລ້ານໂດລ້າຣ໌ນີ້ ກະຖືວ່າຫຼາຍເນາະ, ລາວນີ້ ຈະເປັນປະຕຣູຊື່ໆໃດ໋ ມັນບໍ່ແມ່ນວ່າ ດີມ້ານ ທີ່ພຽງພໍຫັ້ນນ່າ ແຕ່ວ່າ ມັນຈະເປັນອັນນຶ່ງ ທີ່ຊ່ວຍຍູ້ໝູນເສຖກິຈ.”
ຊາວສວນປູກມັນຕົ້ນ ໃນແຂວງໄຊຍະບູຣີ ກ່າວວ່າ ສິນຄ້າການກະເສດ ໃນປະເທດລາວ ຫາກຈະສົ່ງອອກໄປຂາຍຢູ່ຕ່າງປະເທດ ສ່ວນຫຼາຍ ແມ່ນເປັນສິນຄ້າຂອງຄົນຕ່າງປະເທດ ເຂົ້າມາລົງທຶນດ້ວຍໂຕເອງ ຫຼື ຮ່ວມທຶນກັບຄົນລາວ ໃນຮູບແບບໂຄງການ 2+3 ຕາມນະໂຍບາຍຂອງຣັຖບານ ຈະບໍ່ແມ່ນຄົນລາວເປັນຜູ້ຜລິດ, ລົງທຶນ ແລະສົ່ງຂາຍດ້ວຍໂຕເອງ ເນື່ອງຈາກ ຂໍ້ຈໍາກັບເຣື່ອງທີ່ດິນ, ແຫຼ່ງທຶນ ແລະຕລາດ ທີ່ຈະຮັບຊື້ສິນຄ້າ.
ດັ່ງຊາວສວນຄົນນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ເວົ້າເຣື່ອງວຽກກະສິກັມ ປູກຝັງເຮົານີ້ ເຂົາຈະສົ່ງເສີມໃຫ້ ແບບມີສ່ວນຮ່ວມ ແບບ 2, ແບບ 3 (ໂຄງການ 2+3) ສ່ວນຫຼາຍນີ້ ປະຊາຊົນນີ້ ຂະເຈົ້າມີດິນ. ແລ້ວອັນສອງນີ້ ຂະເຈົ້າມີແຮງງານ ແຕ່ມັນຄາ ກ່ຽວກັບເຣື່ອງທຶນ ກັບທາງດ້ານວິຊາການ ກັບຕລາດຫັ້ນ ສ່ວນຫຼາຍນ່າ ຢູ່ລາວເຮົາ.”
ສ່ວນຄົນລາວຜູ້ນຶ່ງ ໃນແຂວງຫຼວງພຣະບາງ ກ່າວວ່າ ການຜລິດສິນຄ້າທາງດ້ານການກະເສດ ເພື່ອສົ່ງອອກໄປຂາຍຕ່າງປະເທດ ສ່ວນຫຼາຍແມ່ນການລົງທຶນ ຂອງຄົນຈີນ ບໍ່ແມ່ນຄົນລາວໂດຍຕຣົງ ສະນັ້ນແລ້ວ ມູນຄ່າການສົ່ງອອກ ທີ່ຣັຖບານລາວ ໄດ້ຣາຍງານນັ້ນ ຈຶ່ງບໍ່ສົມເຫດສົມຜົລ.
ໃນທາງກັບກັບ ຣັຖບານລາວ ຕ້ອງພຍາຍາມເອົາໃຈໃສ່ ແລະແຂ່ງຂັນ ກັບສິນຄ້າຂອງຄົນຕ່າງປະເທດ ໃຫ້ໄດ້ທັງເຣື່ອງຂອງປະຣິມານ ແລະຄົນນະພາບ ຕ້ອງສຸມໃສ່ທັງຄວາມຮູ້, ງົປມານ ແລະນໍາໃຊ້ເຕັກໂນໂລຊີທັນສໄມ ເພື່ອຫຼຸດຜ່ອນຕົ້ນທຶນການຜລິດ ຫາກວ່າ ຣັຖບານລາວ ຍັງບໍ່ສາມາດສົ່ງເສີມໃຫ້ຄົນລາວໃນປະເທດ ຜລິດສິນຄ້າທີ່ມີຄຸນນະພາບ ເພື່ອສົ່ງອອກໄປຂາຍຕ່າງປະເທດໄດ້ ກໍມີຄວາມສ່ຽງສູງ ທີ່ຈະເຮັດໃຫ້ປະເທດລາວ ຂາດດຸນການຄ້າ ກັບຕ່າງປະເທດໃນທຸກໆປີ.
ດັ່ງຊາວລາວຜູ້ນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ໂຕເລຂ ການສົ່ງອອກນີ້ກະ ຄັນເວົ້າແບບສາມັນຊົນເຮົານີ້ ມູນຄ່າຊິສູງປານໃດກໍຕາມ ທັງຣັຖ ທັງປະຊາຊົນໄດ້ບໍ່ຮອດ 10% ດອກ ເພາະວ່າ ມັນການລົງທຶນຂອງນັກລົງທຶນຈີນ, ສ່ວນຊິປັບປຸງແນວໃດເນາະ ເຣື່ອງປະຊາຊົນໄດ້ຫຍັງ, ເສັຍຫຍັງ. ແລ້ວກະຣັຖບານ ໄດ້ສົມເຫດສົມຜົລບໍ່.”
ໃນປີ 2023 ທີ່ຜ່ານມາ ມູນຄ່າການນໍາເຂົ້າ-ສົ່ງອອກ ຂອງປະເທດລາວ ບັນລຸໄດ້ 11,439 ລ້ານໂດລ້າຣ໌ສະຫະຣັຖ, ໃນນີ້ ມີມູນຄ່າການສົ່ງອອກ 5,366 ລ້ານໂດລ້າຣ໌ສະຫະຣັຖ, ມູນຄ່າການນໍາເຂົ້າ 6,073 ລ້ານໂດລ້າຣ໌ສະຫະຣັຖ ແລະຂາດດຸນ 707 ລ້ານໂດລ້າຣ໌ສະຫະຣັຖ, ອີງຕາມການຣາຍງານ ຂອງກະຊວງອຸດສາຫະກັມ ແລະການຄ້າ.
ຣັຖບານລາວ ຍັງມີແຜນ ທີ່ຈະເປີດການເຈຣະຈາ ສັນຍາການຄ້າ ສອງຝ່່າຍ ກັບປະເທດຄູ່ຄ້າ ທີ່ປະເທດລາວ ຂາດດຸນການຄ້າຫຼາຍ ເພື່ອໃຫ້ໄດ້ດຸນການຄ້າ ທີ່ດີຂຶ້ນ ແລະໄດ້ເງື່ອນໄຂທີ່ດີ ຕໍ່ຜູ້ຜລິດພາຍໃນ ແລະຈະຄົ້ນຄວ້າ ແລະແກ້ໄຂບັນຫາຂໍ້ຫຍຸ້ງຍາກ ໃນການເຂົ້າເຖິງແຫຼ່ງເງິນທຶນ ໃຫ້ກັບຜູ້ຜລິດພາຍໃນ ທີ່ມີຄວາມສາມາດ ແຂ່ງຂັນກັບສິນຄ້ານໍາເຂົ້າໄດ້.