ຣົຖເມໂດຍສານ ຂົນໄມ້ຂະຍຸງຜິດກົດໝາຍ ຖືກເຈົ້າໜ້າທີ່ຍຶດໄດ້

ສຸພັດຕາ
2024.02.06
ຣົຖເມໂດຍສານ ຂົນໄມ້ຂະຍຸງຜິດກົດໝາຍ ຖືກເຈົ້າໜ້າທີ່ຍຶດໄດ້ ເຈົ້າໜ້າທີ່ ກຳລັງກວດກາຣົຖເມໂດຍາສານ ລະຫວ່າງປະເທດ (ລາວ-ວຽດນາມ) ທີ່ລັກຂົນສົ່ງໄມ້ຂະຍຸງ. ວັນທີ 5 ກຸມພາ 2024.
Courtesy Photo

ໃນຕອນບ່າຍ ຂອງວັນທີ 5 ເດືອນກຸມພາ ປີ 2024 ທີ່ຜ່ານມາ, ເຈົ້າໜ້າທີ່ຄະນະສະເພາະກິຈ ກ່ຽວກັບການຕິດຕາມກວດກາ ແລະສະກັດກັ້ນປະກົດການຫຍໍ້ທໍ້ ຕ່າງໆພາຍໃນແຂວງສວັນນະເຂດ ສົມທົບກັບ ເຈົ້າໜ້າທີ່ ກອງກວດກາປ່າໄມ້ ແຂວງສວັນນະເຂດ ໄດ້ກວດຄົ້ນຣົຖເມໂດຍສານ ລະຫວ່າງປະເທດ ສາຍ ສວັນນະເຂດ-ເຫວ້-ດານັງ ປ້າຍທະບຽນ ບກ-0408 ສວັນນະເຂດ ຊຶ່ງເປັນຂອງບໍຣິສັດ ມິງກວານ (Minh Quan) ຂອງວຽດນາມ, ພົບໄມ້ຂະຍຸງ ຈຳນວນຫຼາຍ ຊຸກເຊືອງໄວ້ພື້ນເຄິ່ງກາງຣົຖເມ ເອົາຜ້າປົກ ແລ້ວໃຊ້ສິນຄ້າ ອຸປະໂພກ-ບໍຣິໂພກ ປະເພດເຂົ້າສານ ແລະແກັດເຄື່ອງດື່ມ ອັດດ້ານໜ້າ ໃກ້ກັບຄົນຂັບຣົຖ.

ໂດຍຣົຖເມໂດຍສານ ຄັນດັ່ງກ່າວ ຖືກເຈົ້າໜ້າທີ່ກວດຍຶດໄວ້ ຕັ້ງແຕ່ວັນທີ 2 ເດືອນກຸມພາ ທີ່ຜ່ານມາ ຢູ່ທາງຫຼວງແຫ່ງຊາຕ ເລຂທີ 9 ເຂດບ້ານຫິນສະໂງ່ມ ເມືອງພິນ ແຂວງສວັນນະເຂດ ຂະນະທີ່ ພວມກຳລັງເດີນທາງ ໄປດ່ານສາກົລແດນສວັນ-ລາວບາວ ເມືອງເຊໂປນ ແຂວງສວັນນະເຂດ ເພື່ອອອກສູ່ປະເທດວຽດນາມ.

ກ່ຽວກັບເຣື່ອງນີ້, ວິທຍຸເອເຊັຽເສຣີ ໄດ້ສອບຖາມ ເຈົ້າໜ້າທີ່ກ່ຽວຂ້ອງ ທ່ານນຶ່ງ ຢູ່ແຂວງສວັນນະເຂດ ຊຶ່ງບໍ່ປະສົງອອກຊື່ ແລະຕຳແໜ່ງ. ທ່ານກ່າວວ່າ ເຈົ້າໜ້າທີ່ໄດ້ລົງກວດກາ ຣົຖເມຄັນດັ່ງກ່າວ ຕາມການແຈ້ງຂອງພົລເມືອງດີ. ໂດຍພົບໄມ້ຂະຍຸງ ປະເພດໄມ້ທ່ອນ ແລະໄມ້ກະດຸດ ຈຳນວນຫຼາຍພັນແມັດກ້ອນ.

ດັ່ງທີ່ທ່ານ ກ່າວໃນມື້ວັນທີ 6 ກຸມພາ 2024 ນີ້ວ່າ:

“ອັ່ນນັ້ນ ຣົຖດັ່ງກ່າວ ແມ່ນບັນທຸກໃສ່ຣົຖໂດຍສານຫັ້ນແຫຼະ. ປະເພດຣົຖສວັນ-ດານັງ, ແຕ່ເປັນປ້າຍທະບຽນ ເປັນປ້າຍລາວເຮົາ, ແຕ່ວ່າໂຊເຟີ້ຣົຖ ເປັນໂຊເຟີ້ວຽດນາມ. ເຮົາກວດທັນ ແມ່ນທັນຢູ່ເມືອງພິນພຸ້ນ. ມັນເປັນສອງປະເພດ ເປັນໄມ້ອັ່ນເປັນໄມ້ທ່ອນແນ່ ແລະກະເປັນໄມ້ ກະດຸດແນ່ ລວມກັນກະປະມານ 6,000 ກ້ອນນີ້ແຫຼະ.”

ທັງນີ້, ເຈົ້າໜ້າທີ່ ໄດ້ກວດພົບໄມ້ກະດຸດ ຈຳນວນ 97 ທ່ອນ ນ້ຳໜັກ 5,710 ກິໂລກະຣາມ ທຽບໃສ່ບໍຣິມາດ 3,807 ແມັດກ້ອນ ແລະໄມ້ຂະຍຸງ ເປັນທ່ອນ ຈຳນວນ 7 ທ່ອນ ບໍຣິມາດ 1,773 ແມັດກ້ອນ ຊຶ່ງການເຄື່ອນຍ້າຍໄມ້ດັ່ງກ່າວ ບໍ່ຖືກຕ້ອງຕາມລະບຽບກົດໝາຍ, ເຈົ້າໜ້າທີ່ຈຶ່ງດຳເນີນການ ຍຶດໄມ້ຂະຍຸງທັງໝົດໄວ້ເປັນຂອງຣັຖ ແລະກັກຣົຖເມຂອງກາງໄວ້ ເພື່ອດຳເນີນຄະດີຕາມກົດໝາຍ. ຂະນະທີ່ ເຄື່ອງຂອງອຸປະໂພກ-ບໍຣິໂພກ ອື່ນ ທີ່ອັດຢູ່ເທິງໄມ້ຂະຍຸງ ພົບວ່າ ມີເອກະສານຢັ້ງຢືນ ຖືກຕ້ອງ ຈຶ່ງສົ່ງຄືນເຈົ້າຂອງ.

ທາງດ້ານຊາວລາວ ຜູ້ນຶ່ງ ຢູ່ແຂວງສວັນນະເຂດ ກ່າວວ່າ ລາວບໍ່ເຄີຍເຫັນ ແລະບໍ່ຮູ້ວ່າ ມີການລັກລອບຂົນສົ່ງໄມ້ຂະຍຸງມາກ່ອນ ຈົນໄດ້ມາເຫັນຂ່າວນີ້.

ດັ່ງທີ່ລາວ ກ່າວວ່າ:

“ໂອ້! ນີ້ກະບໍ່ຮູ້ຄືກັນ ເພາະວ່າກະເຫັນຂ່າວຢູ່. ບໍ່ມີ, ຫາກະມາເຫັນ ຊ່ວງນີ້ແຫຼະ. ອັນນີ້ກະບໍ່ຮູ້ ບໍ່ຮູ້ຣາຍລະອຽດເລີຍ.”

ຢ່າງໃດກໍຕາມ, ຍັງມີຫາງສຽງ ຂອງຜູ້ໃຊ້ສື່ສັງຄົມອອນລາຍນ໌ ຈຳນວນຫຼາຍ ທີ່ສະແດງຄຳເຫັນ ໃນລັກສະນະທີ່ວ່າ ມີການລັກລອບຂົນສົ່ງໄມ້ເຖື່ອນແນວນີ້ ມາດົນນານແລ້ວ. ໂດຍມີທັງ ການລັກລອບຕັດໄມ້ພາຍໃນປະເທດ ຫຼືລັກລອບນຳເຂົ້າຈາກປະເທດໄທຍ ເພື່ອສົ່ງຕໍ່ ໄປແປຮູບທີ່ປະເທດວຽດນາມ ແລະສົ່ງອອກໄປຂາຍ ຢູ່ປະເທດຈີນ ຊຶ່ງກໍມີເຈົ້າໜ້າທີ່ຈຳນວນນຶ່ງ ໄດ້ຮັບຜົລປໂຢດ ຈາກການລັກລອບຂົນສົ່ງໄມ້ເຖື່ອນດັ່ງກ່າວ.

ທັງນີ້, ນັກທ່ອງທ່ຽວຊາວໄທຍ ຜູ້ນຶ່ງ ຊຶ່ງເຄີຍເດີນທາງ ດ້ວຍຣົຖເມໂດຍສານ ຈາກແຂວງສວັນນະເຂດ ໄປຫາ ແຂວງເທື່ອທຽນເຫວ້ ປະເທດວຽດນາມ ເຄີຍພົບເຫັນ ການລັກລອບຂົນສົ່ງສັດປ່າ ຂ້າມປະເທດ ແບບຜິດກົດໝາຍ ໂດຍຣົຖເມໂດຍສານ ໄປແວ່ຮັບເອົາສັດປ່າດັ່ງກ່າວ ຢູ່ລະຫວ່າງທາງ ແລະເຈົ້າໜ້າທີ່ດ່ານສາກົລ ແດນສວັນ-ລາວບາວ ທັງຝັ່ງລາວ ແລະວຽດນາມ ບໍ່ໄດ້ມີການກວດກາ ປ່ອຍໃຫ້ຣົຖເມໂດຍສານຄັນດັ່ງກ່າວ ແລ່ນເຂົ້າປະເທດວຽດນາມເລີຍ.

ດັ່ງທີ່ທ່ານ ກ່າວວ່າ:

“ທີ່ເຫັນກະແມ່ນສັດປ່າ ທີ່ຂົນຂຶ້ນໃສ່ກ້ອງຣົຖໂດຍສານ ລະຫວ່າງທາງ ແຕ່ສວັນນະເຂດ ໄປເຫວ້ ຊຶ່ງເບິ່ງຄືກັບວ່າ ຄົນຂັບຣົຖເອງ ກໍໜ້າຈະຮູ້ກັນ ກັບຄົນມາສົ່ງ. ຢູ່ດ່ານຊາຍແດນ ກໍບໍ່ມີເຈົ້າໜ້າທີ່ມາກວດກາຣົຖເລີຍ. ຄື ກໍໃຫ້ຜູ້ໂດຍສານໄປຈ້ຳກາ ພາສປອຕເທົ່ານັ້ນ ແລ້ວຣົຖກະເດີນທາງຕໍ່. ໂດຍເບິ່ງຄືບໍ່ມີເຈົ້າໜ້າທີ່ມາກວດສອບເຄື່ອງຂອງ, ຊຶ່ງອາຈແມ່ນສິດທິພິເສດ ຍ້ອນເຫດຜົລຢ່າງໃດ ກໍຕອບບໍ່ໄດ້.”

ຂະນະທີ່ ເຈົ້າໜ້າທີ່ຄຸ້ມຄອງປ່າໄມ້ ນາງນຶ່ງ ຢູ່ແຂວງສວັນນະເຂດ ກ່າວວ່າ ທາງພາກສ່ວນ ຄຸ້ມຄອງປ່າໄມ້ ແລະສັດປ່າ ຢູ່ແຂວງສວັນນະເຂດ ກໍມີຄວາມພ້ອມ ໃນການຈັດຕັ້ງປະຕິບັດ ການຄຸ້ມຄອງປ່າໄມ້ ແລະສັດປ່າ ໃນຂົງເຂດຂອງຕົນ.

ດັ່ງທີ່ ຍານາງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ຄືອັ່ນ ທາງພາກຣັຖເນາະ ເຂົາເຈົ້າກໍມີທາງກົມ, ມີກົມປ່າໄມ້, ມີກົມສັດປ່າ, ມີຫຍັງຕ່າງໆ ເນາະ. ວຽກສັດປ່າ, ວຽກປ່າໄມ້ ກະເປັນຂອງຣັຖຮັບຜິດຊອບຢູ່ແລ້ວ. ພາກສ່ວນຣັຖຮັບຜິດຊອບ ມັນຊິ ໃຫ້ມັນຍືນຍົງຍາວນານກວ່າ.”

ຈາກການ ກວດກາປ່າໄມ້ ແລະທີ່ດິນ ຈໍານວນ 1,400 ຄັ້ງ ໃນປີ 2023 ພົບວ່າ ມີການລັກຕັດໄມ້ ເປັນຈໍານວນຫຼວງຫຼາຍ. ໃນນັ້ນ ມີໄມ້ບັນຊີ I ຈໍານວນ 2,200 ປາຍແມັດກ້ອນ, ໄມ້ບັນຊີ II ຫຼາຍກວ່າ 6,200 ແມັດກ້ອນ ແລະໄມ້ບັນຊີ III ຫຼາຍກວ່າ 270,000 ແມັດກ້ອນ, ໄດ້ຍຶດພາຫະນະລາກແກ່ 38 ຄັນ, ຈັກຕັດໄມ້ 48 ເຄື່ອງ ແລະ ມີການບຸກລຸກທີ່ດິນປ່າໄມ້ ຫຼາຍກວ່າ 9,100 ຄອບຄົວ ໃນພື້ນທີ່ດິນ 8,000 ປາຍຕອນ ລວມເນື້ອທີ່ 18,900 ປາຍເຮັກຕ້າຣ໌, ອີງຕາມຣາຍງານ ຂອງທ່ານ ຄຳພອນ ມຸນລະໄມ, ຫົວໜ້າກົມປ່າໄມ້ ກະຊວງກະສິກັມ ແລະປ່າໄມ້ ຕໍ່ກອງປະຊຸມ ສະຫຼຸບຖອດຖອນບົດຮຽນ ວຽກງານກວດກາປ່າໄມ້ ທົ່ວປະເທດ ປະຈຳປີ 2023.

ທີ່ຜ່ານມາ, ທາງການລາວ ໄດ້ອອກຄຳສັ່ງເລຂທີ 15/ນຍ, ລົງວັນທີ 13 ພຶສພາ 2016 ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງ ແລະກວດກາ ການຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ແລະທຸຣະກິຈໄມ້. ໂດຍກຳນົດໃຫ້ ຍຸຕິການສົ່ງອອກໄມ້ທ່ອນ, ໄມ້ຕີຕັບ, ໄມ້ແປຮູບ, ໄມ້ຊອຍ, ຮາກໄມ້ ຫຼື ເຫງົ້າໄມ້, ຕໍໄມ້, ປູດໄມ້, ງ່າໄມ້ ແລະໄມ້ຍືນຕົ້ນ ຫຼື ໄມ້ປະດັບ ທີ່ຂຸດຄົ້ນອອກຈາກປ່າທັມມະຊາຕ ໄປຕ່າງປະເທດໃນທຸກກໍຣະນີ ຢ່າງເດັດຂາດ ແລະຫ້າມນຳໄມ້ ແລະເຄື່ອງປ່າຂອງດົງ ທີ່ບໍ່ຖືກຕ້ອງຕາມກົດໝາຍ ແລະລະບຽບການ ຈາກຕ່່າງປະເທດ ມາຜ່ານເພື່ອສົ່ງໄປປະເທດທີ່ສາມ.

ແຕ່ໃນການປະຕິບັດໂຕຈິງ, ຍັງປະກົດມີ ການລັກລອບຂົນສົ່ງໄມ້ເຖື່ອນ ສືບຕໍ່ໃນໄລຍະຫຼາຍປີຜ່ານມາ ເປັນຕົ້ນ ໃນເດືອນພຶສພາ ປີ 2022, ເຈົ້າໜ້າທີ່ພາສີ ແຂວງບໍຣິຄຳໄຊ ກວດຍຶດໄມ້ເຖື່ອນ ຈາກຣົຖບັນທຸກ ປ້າຍທະບຽນວຽດນາມ ຄັນນຶ່ງ. ພົບໄມ້ເຖື່ອນ ປະກອບມີ ໄມ້ໝູນ, ໄມ້ຄຳພີ, ໄມ້ດູ່ ແລະໄມ້ແຕ້ຂ່າ ຊຶ່ງອັດໄວ້ພື້ນຕູ້ຄອນເທັນເນີ້ ນ້ຳໜັກ 68 ຕັນ ບໍຣິມາດ 2.37 ເມັດກ້ອນ ໃນເຂດທາງເລຂທີ 13 ໃຕ້ ເມືອງປາກກະດິງ ແຂວງບໍຣິຄຳໄຊ ແລະໃນເດືອນກໍຣະກະດາ ປີດຽວກັນ ເຈົ້າໜ້າທີ່ຕຳຣວດ ເມືອງສັງທອງ ນະຄອນຫຼວງວຽງຈັນ ໄດ້ຈັບຜູ້ລັກລອບ ຕັ້ງໂຮງເລື່ອຍໄມ້ເຖື່ອນ ໃນເຂດບ້ານກົ້ວ ເມືອງສັງທອງ ໃກ້ກັບຕີນພູພະນັງ ນຳດ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.