ຄາດວ່າ ປະທານວຽນອາຊ້ຽນປີນີ້ ມີຈຸດຢືນເປັນກາງ ຂໍ້ຂັດແຍ່ງທະເລຈີນໃຕ້

ຈຳປາທອງ
2024.02.05
ຄາດວ່າ ປະທານວຽນອາຊ້ຽນປີນີ້ ມີຈຸດຢືນເປັນກາງ ຂໍ້ຂັດແຍ່ງທະເລຈີນໃຕ້ ທ່ານ ໂຈໂກ ວິໂດໂດ້ ປະທານາທິບໍດີ ອິນໂດເນເຊັຽ (ຊ້າຍມື) ໄດ້ສົ່ງມອບຄ້ອນ ໃຫ້ປະທານວຽນອາຊ້ຽນ ໃຫ້ແກ່ ທ່ານ ສອນໄຊ ສີພັນດອນ ນາຍົກ ຣັຖມົນຕຣີ ລາວ ເພື່ອເປັນເຈົ້າພາບຈັດກອງປະຊຸມ ສຸດຍອດ ຜູ້ນໍາອາຊ້ຽນ ໃນລະຫວ່າງພິທີປິດກອງປະຊຸມ ສຸດຍອດຜູ້ນຳອາຊ້ຽນ ທີ່ຈາກາຣ໌ຕ້າ ປະເທດອິນໂດເນເຊັຽ. ວັນພະຫັດ ທີ 7 ກັນຍາ 2023.
Willy Kurniawan/Pool Photo via AP

ສປປ ລາວ ທີ່ຮັບໜ້າທີ່ ເປັນປະທານວຽນອາຊຽ້ນ ໃນປີ 2024 ນີ້ ແລະຈະຮັກສາຈຸດຢືນ ເປັນກາງເໝືອນເດີມ ຄືຈະບໍ່ຫຍຸ້ງກ່ຽວກັບຂໍ້ຂັດແຍ່ງ ຢູ່ທະເລຈີນໃຕ້ ເພື່ອຮັກສາການພົວພັນ ອັນດີກັບຈີນ ແລະວຽດນາມ ເອົາໄວ້. ປະເທດທີ່ກ່ຽວຂ້ອງ ໃນຂໍ້ຂັດແຍ່ງ ທະເລຈີນໃຕ້ ມີ ຈີນ, ວຽດນາມ, ຟີລິບປີນສ໌, ບຣູໄນ, ໄຕ້ຫວັນ ແລະມາເລເຊັຽ ຊຶ່ງຕ່າງກໍອ້າງກັມມະສິດ, ອໍານາດອະທິປະໄຕ ເໜືອດິນແດນທາງທະເລ ຮວມທັງໝູ່ເກາະຕ່າງໆ ຍ້ອນວ່າ ຂົງເຂດນີ້ ມີຜົລປໂຍດທາງດ້ານເສຖກິຈ ແລະການຄ້າຫລາຍ, ເປັນເຂດຍຸດທະສາດສໍາຄັນທີ່ສຸດ ສໍາລັບເຮືອຂົນສົ່ງສິນຄ້າ ແລ່ນຜ່ານ, ມີຊັພຍາກອນທັມມະຊາຕ ຢ່າງຫລວງຫລາຍ. ດັ່ງນັ້ນຈີນຈຶ່ງປະກາດຍຶດເອົາທະເລຈີນໃຕ້ ເກືອບທັງໝົດ ເປັນຂອງຕົນ.

ກ່ຽວກັບບັນຫານີ້ ອັນທີ່ຍາກທີ່ສຸດສໍາລັບ ສປປ ລາວ ແມ່ນຂໍ້ຂັດແຍ່ງ ລະຫວ່າງຈີນ ແລະວຽດນາມ ຍ້ອນວ່າ ທັງສອງປະເທດນີ້ ເປັນປະເທດ ທີ່ ສປປ ລາວ ເອື່ອຍອີງ ແລະເພິ່ງພາອາໄສ ຫລາຍທີ່ສຸດ ເພື່ອຄວາມຢູ່ລອດ ຂອງຕົນ, ໂດຍສະເພາະຢ່າງຍິ່ງ ໃນໄລຍະທີ່ລາວ ປະເຊີນກັບຄວາມຫຍຸ້ງຍາກ ທາງດ້ານເສຖກິຈ ແລະການເງິນ ຢ່າງໜັກໜ່ວງ ແລະເປັນໜີ້ສິນ ຕ່າງປະເທດ ເປັນຕົ້ນແມ່ນຕິດໜີ້ຈີນ ຢ່າງມະຫາສານ ຢູ່ໃນປັດຈຸບັນນີ້.

ນັກວິຊາການລາວ ທີ່ສຶກສາຄົ້ນຄວ້າ ກ່ຽວກັບເຣື່ອງທີ່ວ່ານີ້ ທ່ານນຶ່ງ ຜູ້ບໍ່ປະສົງອອກສຽງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 2 ກຸມພາ 2024 ນີ້ວ່າ ບົດບາດຂອງລາວ ໃນເຣື່ອງນີ້ ຂ້ອນຂ້າງຍາກ ເນື່ອງຈາກປະເທດລາວ ຕ້ອງໄດ້ຮັກສາການພົວພັນ ຮ່ວມມືອັນດີ ທີ່ມີກັບຈີນ ແລະວຽດນາມ ເໝືອນດັ່ງທີ່ເຄີຍປະຕິບັດມາ ຢ່າງຕໍ່ເນື່ອງ ຊຶ່ງຄັ້ງກ່ອນ ໃນຖານະທີ່ເປັນປະທານວຽນອາຊ້ຽນ, ລາວໄດ້ຮັກສາຈຸດຢືນ ນະໂຍບາຍ ການຕ່າງປະເທດ ເປັນກາງ ບໍ່ອຽງໄປຝ່າຍໃດຝ່າຍນຶ່ງ ລະຫວ່າງວຽດນາມ ແລະຈີນ ແລະພ້ອມຮັບຮອງວ່າ ຂໍ້ຂັດແຍ້ງ ທີ່ເກີດຂຶ້ນໃນພາກພື້ນ ຕ້ອງແກ້ໄຂໂດຍການນັບຖື ຫລັກການກົດໝາຍສາກົລ ວ່າດ້ວຍການເຄົາລົບ ຫລັກອະທິປະໄຕ ລະຫວ່າງກັນ ໂດຍສະເພາະກົດໝາຍ ທາງທະເລ.

ໝາຍຄວາມວ່າ ຣັຖບານລາວ ເວົ້າແບບເປັນກາງ, ບໍ່ເຂົ້າຂ້າງຝ່າຍໃດ ເປັນພິເສດ, ມີບັນຫາກັນ ກໍໄປແກ້ໄຂຢູ່ສານໂລກ ຫລື ອາດຫາຜູ້ໄກ່ເກັ່ຍ ທີ່ພ້ອມຈະເປັນປະເທດຮ່ວມມື ທີ່ດີເອົາເອງ ແລະຢ່າໃຫ້ອາເມຣິກາ ມາແຊກແຊງກິຈການໃນພາກພື້ນນີ້ ແລະ ເຊື່ອວ່າ ປີນີ້ ຈຸດຢືນຂອງ ສປປ ລາວ ຈະເປັນຄືເກົ່າ, ປະເທດລາວ ຈະບໍ່ເຂົ້າຂ້າງຝ່າຍໃດເດັດຂາດ ແຕ່ຈະປ້ອງກັນໂຕເອງ ດ້ວຍການຍົກຫລັກການກົດໝາຍສາກົລ ຂຶ້ນມາເວົ້າເທົ່ານັ້ນ ແລະ ຮຽກຮ້ອງໃຫ້ມີການແກ້ໄຂບັນຫາ ແບບສັນຕິວິທີ, ແຕ່ຖ້າຂັດແຍ້ງກັນ ກໍຈະບໍ່ຫຍຸ້ງກ່ຽວ.

ກ່ຽວກັບບັນຫາດັ່ງກ່າວ ເຖິງແມ່ນວ່າ ມັນຈະບໍ່ກ່ຽວຂ້ອງໂດຍກົງກັບປະເທດລາວ ທີ່ເຮັດໃຫ້ປະຊາຊົນລາວສ່ວນຫລາຍ ທີ່ບໍ່ກ່ຽວຂ້ອງ ບໍ່ທັນໃຫ້ຄວາມສົນໃຈ ນໍາພໍເທົ່າໃດ, ມີແຕ່ນັກຮຽນຮູ້ ປັນຍາຊົນ ຈໍານວນນຶ່ງ ທີ່ສົນໃຈເທົ່ານັ້ນ. ເວົ້າເຖິງເຣື່ອງນີ້ ແລະມີຄວາມເຫັນສອດຄ່ອງກັນວ່າ ປະເທດລາວ ຄວນວາງໂຕເປັນກາງ.

ດັ່ງຜູ້ທີ່ສົນໃຈ ໃນວຽກງານການພົວພັນ ສາກົລ ຂອງລາວທ່ານນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

ນ່າຈະບໍ່ສາມາດທີ່ຈະແກ້ໄຂໄດ້ ໃນໄວໆນີ້. ຄິດເປັນກາງ ໂດຍຈະບໍ່ໄດ້ໃຫ້ແບບວ່າ ອ່ຽງໄປຝ່າຍໃດຝ່າຍນຶ່ງ. ແມ່ນແລ້ວຄືສ່ວນຫລາຍ ຈະບໍ່ຄ່ອຍອອກສຽງ ແລ້ວກໍຈະບໍ່ຄ່ອຍອອກຄວາມເຫັນຫລາຍ. ຈະເນັ້ນຂໍ້ມູນຫລາຍກວ່າ. ຜົລກະທົບກໍຈະບໍ່ຄ່ອຍຫລາຍ ເພາະວ່າເຮົາບໍ່ມີທະເລ.

ທ່ານກ່າວຕື່ມວ່າ ຍ້ອນເປັນຄືທີ່ວ່ານັ້ນ ການຈັດການຮຽນ ການສອນຢູ່ສະຖາບັນການສຶກສາຕ່າງໆ ຫລືການນໍາສເນີຂ່າວສານ ຂອງທາງການລາວ ກ່ຽວກັບບັນຫາຂອງຕ່າງປະເທດ ເປັນຕົ້ນບັນຫາກ່ຽວກັບກໍຣະນີຂັດແຍ່ງ ໃນທະເລຈີນໃຕ້ ຈຶ່ງສເນີແຕ່ຂໍ້ມູນທີ່ເກີດຂຶ້ນ ໂດຍບໍ່ມີການວິເຄາະບັນຫາ ຫລືຮັບຟັງຄວາມເຫັນ ຂອງກຸ່ມບຸກຄົນຕ່າງໆ ພໍເທົ່າໃດ ຍ້ອນບໍ່ຕ້ອງການເຂົ້າຮ່ວມໃນຂໍ້ຂັດແຍ່ງກັບປະເທດໃດ ເນື່ອງຈາກມັນເປັນປະເດັນ ທີ່ມີປະເທດມະຫາອໍານາດ ເປັນຕົ້ນ ຈີນ ແລະອາເມຣິກາ ກ່ຽວຂ້ອງ.

ໃນຖານະເປັນປະທານ ວຽນອາຊ້ຽນ ໃນປີ 2024 ນີ້ ສປປ ລາວ ແນ່ນອນ ຈະບໍ່ນໍາປະເດັນກ່ຽວກັບຂໍ້ຂັດແຍ່ງຢູ່ທະເລຈີນໃຕ້ ມາເປັນວາລະກອງປະຊຸມ ຮ່ວມໃນລະດັບພາກພື້ນ ເພື່ອປ້ອງກັນບໍ່ໃຫ້ຕົນ ມີບັນຫາຂັດແຍ່ງ ກັບຈີນ ແລະວຽດນາມ ຍ້ອນວ່າມີການພົວພັນ ແລະຮ່ວມມືອັນດີຍິ່ງ ກັບສອງປະເທດນີ້ ແລະໄດ້ຮັບການຊ່ອຍເຫລືອຫລາຍດ້ານ ໃນການເຮັດໃຫ້ເສຖກິຈ ແລະການເງິນຂອງລາວ ທີ່ປະເຊີນກັບວິກິດການໜັກໜ່ວງ ໃນປັດຈຸບັນນີ້ ຟື້ນໂຕໄດ້. ດັ່ງນັ້ນປະເທດລາວ ຈຶ່ງກໍານົດນະໂຍບາຍ ການຕ່າງປະເທດ ຢູ່ໃນລັກສະນະ “ເປັນກາງ” ແລະພ້ອມກັນນັ້ນ ກໍຮຽກຮ້ອງໃຫ້ປະເທດສະມາຊິກອາຊ້ຽນ ທີ່ມີບັນຫາຢູ່ທະເລຈີນໃຕ້ ແກ້ໄຂບັນຫາດ້ວຍການເຈຣະຈາ ແບບສັນຕິວິທີ ບໍ່ໃຊ້ກໍາລັງ ແລະປະຕິບັດຕາມ ຂໍ້ຕົກລົງກ່ຽວກັບວິທີການແກ້ໄຂບັນຫາ ຂັດແຍ່ງຢູ່ທະເລຈີນໃຕ້ ດັ່ງທີ່ເຄີຍໃຫ້ໄວ້ກັບອາຊ້ຽນນັ້ນ.

ດັ່ງທີ່ທ່ານ ອະດິສອນ ເສມແຍ້ມ ນັກຊ່ຽວຊານດ້ານລາວສຶກສາ ຂອງສະຖາບັນເອເຊັຽສຶກສາ ຈຸລາລົງກອນ ມະຫາວິທຍາໄລ ຂອງໄທຍ ໃຫ້ຄວາມເຫັນທາງດ້ານວິຊາການວ່າ:

(ພາສາໄທຍ) ມັນເປັນຄວາມສໍາພັນ 3 ເສົ້າ ເພາະສະນັ້ນ ລາວຕ້ອງພະຍາຍາມ ດຸ່ນດ່ຽງ. ປະເດັນນີ້ ເພາະວ່າ ລາວເອງ ກໍບໍ່ແມ່ນຄູ່ກໍຣະນີ ຂອງທະເລຈີນໃຕ້ ແມ່ນບໍ່ ແຕ່ລາວມີຄວາມສໍາພັນທີ່ດີ ຕໍ່ວຽດນາມ ໃນຖານະທີ່ມີຄວາມສໍາພັນພິເສດ ເປັນສະຫາຍຮ່ວມຣົບ ແລະຄວາມສໍາພັນກັບຈີນ ໃນຖານະທີ່ເປັນຜູ້ໃຫ້ຄວາມຊ່ອຍເຫລືອ ເປັນເຈົ້າໜີ້ ໂຄງການຣົຖໄຟຄວາມໄວສູງ ເປັນນັກລົງທຶນລາຍໃຫຍ່ ໂດຍສະເພາະ ໃນໄລຍະທີ່ລາວປະສົບບັນຫາ ທາງດ້ານເສຖກິຈ ທີ່ຕ້ອງເພິ່ງພາຈີນຫລາຍ ເປັນຕົ້ນເຣື່ອງນໍ້າມັນ ເຣື່ອງອິຫຍັງຕ່າງໆ. ລາວເອງ ກໍຕ້ອງສັ່ງຊາ ເພາະວ່າ ມັນກໍຊິເປັນຄວາມຂັດແຍ່ງ ໃນປະເທດອາຊຽນ ປະເທດທີ່ເປັນເມນແລັນ ປະເທດບໍ່ຕິດກັບທະເລ ກໍຄືປະເທດທີ່ຢູ່ທາງພີ້ ກັບປະເທດ ທີ່ຢູ່ໃນຄາບສມຸດ (Peninsula Countries).

ໃນຫລາຍປີຜ່ານມາ ຈົນຮອດປັດຈຸບັນ ປະເທດຈີນ ອ້າງອໍານາດອະທິປະໄຕ ຫລື ກັມມະສິດຂອງຕົນ ໃນທະເລຈີນໃຕ້ ເກືອບວ່າທັງໝົດ ເພື່ອກອບໂກຍເອົາຜົລປໂຍດ ຮວມທັງທາງດ້ານເສຖກິຈ ເປັນຕົ້ນຊັພຍາກອນທັມມະຊາຕ ແຕ່ໃນຂົງເຂດນີ້ ມີບັນຫາເຣື່ອງອະທິປະໄຕ ເໜືອດິນແດນ ທີ່ທັບຊ້ອນກັນຫລາຍປະ  ເທດ ເຮັດໃຫ້ເກີດບັນຫາຂັດແຍ່ງ ລະຫວ່າງປະເທດຂຶ້ນ ຈົນສະຫະຣັຖອາເມຣິກາ ປະກາດຈຸດຢືນ ເພື່ອຜົລປໂຍດຂອງຕົນ ຢູ່ໃນຂົງເຂດນີ້ວ່າ ທະເລຈີນໃຕ້ ເປັນນ່ານນໍ້າສາກົລ ທີ່ບໍ່ມີປະເທດໃດເປັນເປັນຜູ້ຄຸ້ມຄອງໄດ້.

ຂໍ້ຂັດແຍ່ງຢູ່ທະເລຈີນໃຕ້ ບໍ່ພຽງແຕ່ເປັນບັນຫາ ທີ່ກ່ຽວຂ້ອງກັບປະເທດສະມາຊິກອາຊ້ຽນ ແລະຈີນເທົ່ານັ້ນ ແຕ່ມັນຍັງກ່ຽວຂ້ອງ ກັບປະເທດມະຫາອໍານາດ ໃນໂລກ ເຊັ່ນສະຫະຣັຖອາເມຣິກາ ນໍາດ້ວຍ.

ດັ່ງທີ່ທ່ານ ອະດິສອນ ເສມແຍ້ມ ກ່າວທາງດ້ານວິຊາການວ່າ:

(ພາສາໄທຍ) ແຕ່ວ່າອັນນີ້ ປະເດັນກໍຄື ມັນໄປຂັດແຍ່ງກັບອາເມຣິກາ ຫລືຍຸທສາດ ອິນໂດ-ປາຊີຟິກ (Indo-Pacific Strategy) ປະມານນີ້. ມັນກໍມີບັນຫາວ່າ ອາເມຣິກາກໍບອກວ່າ ບ່ອນນີ້ ມັນເປັນນ່ານນໍ້າສາກົລ ບ່ອນນີ້ ມັນເປັນການເດີນເຮືອເສຣີ. ມັນກໍຊິມີການກະທົບກະທັ້ງກັນ ລະຫວ່າງອາເມຣິກາ ແລະ ຈີນ, ມີຄົນຄາດການວ່າ ທ່າເຮືອການຄ້າອິຫຍັງຕ່າງໆ ທີ່ຈີນມາລົງທຶນສ້າງນີ້ ມັນສາມາດປ່ຽນຈາກທ່າເຮືອການຄ້າ ມາເປັນທ່າເຮືອ ທີ່ໃຊ້ໃນທາງທະຫານໄດ້. ເຣື່ອງຂອງການຄວບຄຸມ ບໍຣິເວນພື້ນທີ່ທະເລຈີນໃຕ້ ແຕ່ຈີນເອງກໍອ້າງໃນເຣື່ອງຂອງເສັ້ນທາງ ສາຍໄຫມ (Silk Road) ທາງທະເລຂອງຕົນ.

ເມື່ອກ່ອນໜ້ານີ້ ປະເທດກັມພູຊາ ໄດ້ເປັນປະທານວຽນອາຊ້ຽນ ໃນປີ 2012 ແຕ່ປະເທດສະມາຊິກ ບໍ່ສາມາດອອກຖແລງການ ສະແດງຈຸດຢືນຂອງພວກຕົນຮ່ວມກັນ ຢູ່ໃນກອງປະຊຸມລະດັບຣັຖມົນຕຣີ ອາຊ້ຽນ ກ່ຽວກັບບັນຫາຂໍ້ຂັດແຍ່ງ ຢູ່ທະເລຈີນໃຕ້ນັ້ນໄດ້.

ກ່ຽວກັບເຣື່ອງດັ່ງກ່າວ ເຮັດໃຫ້ຜູ້ແທນຈາກປະເທດຟີລິບປິນສ໌ ຊຶ່ງເປັນປະເທດນຶ່ງ ທີ່ອ້າງອະທິປະໄຕ ເໜືອທະເລຈີນໃຕ້ພາກສ່ວນນຶ່ງ ສະແດງຄວາມບໍ່ພໍໃຈ ຕໍ່ປະເທດກັມພູຊາ ທີ່ເຫັນພ້ອມກັບຈີນ ທີ່ວ່າ ປະເທດສະມາຊິກອາຊ້ຽນ ບໍ່ຄວນເຂົ້າໄປກ່ຽວຂ້ອງກັບບັນຫາດັ່ງກ່າວ ຍ້ອນກັມພູຊາ ບໍ່ແມ່ນປະເທດ ທີ່ເປັນຜູ້ຕັດ ສິນຂໍ້ຂັດແຍ່ງນັ້ນ ແລະບໍ່ແມ່ນວາລະການຕັດສິນວ່າ ປະເທດໃດຜິດ ປະເທດໃດຖືກ.

ແລະຫລ້າສຸດນີ້ ຜູ້ນໍາປະເທດຈີນ ກໍໄດ້ເນັ້ນຢໍ້າເມື່ອເດືອນທັນວາ 2023 ວ່າ ຈະຍັງໃຊ້ມາຕການທາງການທະຫານ ກົດດັນປະເທດຟີລິບປິນສ໌ ຊຶ່ງເປັນຄູ່ກໍຣະນີຂໍ້ຂັດແຍ່ງ ໃນທະເລຈີນໃຕ້ ຢູ່ຕໍ່ໄປ. ຈີນໄດ້ໃຊ້ປືນເລເຊີ, ປືນສີດນໍ້າແຮງດັນສູງ ຍິງໃສ່ເຮືອຍາມຊາຍຝັ່ງທະເລ ແລະເຮືອສະບຽງ ຂອງຟີລິບປິນສ໌ ເຮັດໃຫ້ຟີລິບປິນສ໌ ຕ້ອບໂຕ້ດ້ວຍການປະທ້ວງ ທາງການທູດ ແລະສະແດງຄວາມນ້ອຍໃຈ ທີ່ປະເທດສະມາຊິກອາຊ້ຽນ ບໍ່ໄດ້ໃຫ້ການນັບສນູນ ຟີລິບປິນສ໌ ໃນເຣື່ອງດັ່ງກ່າວ ພໍເທົ່າໃດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.