ເຣື້ອງທີ່ເກັບບັນທຶກໄວ້
2010-02-14
ຣາຍການ ສາຣະຄະດີ ເຣື້ອງ ”ສຸດສາຍທາງເລຂ 9” ປະຈຳສັປດາ ຕອນທີ 27 ໃນມື້ນີ້ ຈະໄດ້ເລົ່າເຖິງ ການປະຈົນພັຍ ຂອງພວກນັກໂທດ ນາຍຮ້ອຍ ສັມມະນາກອນ ທີ່ສູນບ້ານດົງ ກໍາລັງຖືກຄຸກຄາມ ຈາກທັມມະຊາດ ແລະ ປະເຊີນກັບ ຊະຕາກັມ ຢ່າງໜັກນ່ວງ. ສເນີໂດຍ: ໂມທະນາ... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2010-02-12
ໂຄງການສ້າງ ສນາມຕີກອຟ ແລະໂຮງແຮມ 1,000 ລ້ານໂດລາ ສະຫະຣັດ ຂອງວຽດນາມ ຢູ່ໄກ້້ໆກັບ ຂົວມິຕພາບ ລາວ-ໄທ ວຽງຈັນ-ໜອງຄາຍ ມີຜົນກະທົບ ຢ່າງຮ້າຍແຮງ ໃສ່ປະຊາຊົນ ລາວ ຜູ້ທຸກຍາກ ຂາດເຂີນ ຢູ່ຂົງເຂດນັ້ນ ໃນຂນະທີ່ ທາງການລາວ ຂຸ້ນຂ້ຽວ ຊອກຫາລາຍໄດ້ ຈາກຕ່າງປະເທດ ເພື່ອເອົາເຂົ້າໃສ່ ຍອດຜລິດຕະພັນ ພາຍໃນ ທີ່ວ່າຮອດປີ 2010 ຕ້ອງຮັບ ປະກັນລາຍໄດ້ ສະເລັ່ຽ ຕໍ່ຫົວຄົນ ຂອງພົລເມືອງລາວ ບໍ່ໃຫ້ຫລຸດ 800 ໂດລາ ຕໍ່ຄົນຕໍ່ປີ ຕາມມະຕິ ກອງປະຊຸມ ໃຫຍ່ຄັ້ງທີ VIII ຂອງພັກ. ຈຳປາທອງ ມີລາຍ ງານກ່ຽວກັບ ເລື່ອງນີ້ ມາສເນີທ່ານ... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2010-02-12
ແຂວງຫລວງພຣະບາງ ໃຫ້ເອກກະຊົນ ສັມປະທານ ນໍ້າຕົກຕາດ ນາເດືອຍ ເພື່ອພັທນາ ເປັນແຫລ່ງ ທ່ອງທ່ຽວ.
2010-02-12
ການລົງທືນ ຂອງເອກກະຊົນ ໃນແຂວງວຽງຈັນ ຫລຸດລົງຍ້ອນວ່າ ທາງແຂວງ ຍັງບໍ່ສາມາດ ຕອບສນອງ ຄວາມຕ້ອງການ ດ້ານໂຄງຮ່າງ ພື້ນຖານເສຖກິດ ແລະ ສັງຄົມ ໄດ້ເທົ່າທີ່ຄວນ.
2010-02-12
ກະຊວງແຮງງານ ຕຽມມາຕການ ຄວບຄຸມ ຄົນງານ ຕ່າງດ້າວ ທີ່ລັກລອບເຂົ້າ ມາເຮັດວຽກ ຢູ່ໃນລາວ.
2010-02-12
ກຸ່ມຕໍ່ຕ້ານ ໂຄງກາຣສ້າງເຂື່ອນ ໃສ່ແມ່ນໍ້າຂອງ ກໍາລັງຣະດົມ ເຄື່ອນໄຫວ ຫາຜູ້ໃຫ້ ຄວາມສນັບສນູນ ຢູ່ອອສເຕຣເລັຽ.
2010-02-12
ສປປລາວ ຈັດກອງປະຊຸມ ຮ່ວມກັບ ສປຈີນ ພິຈາຣະນາ ຮ່າງຂໍ້ສເນີ ເຂົ້າເປັນ ສະມາຊິກ ອົງກາຣຄ້າໂລກ,
2010-02-12
ການພັທນາ ທີ່ວ່ອງໄວ ຮ່ວມດ້ວຍເຫດ ໂລກາພິວັດ ເປັນທີ່ມາຂອງ ສັງຄົມເປື່ອຍເຫຍື່ອຍ ໃນລາວ,
2010-02-11
ຣາຍການ ຕອບຈົດໝາຍ ປະຈໍາສັປດ ຈັດສເນີທ່ານ ໂດຍ: ໄມຊູລີ... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2010-02-11
ການແກ້ໄຂ ບັນຫາຂັດແຍ່ງ ກ່ຽວກັບ ເຂດນໍ້າດິນແດນ ຣະຫວ່າງ ວຽດນາມ ແລະ ຈີນ ຊຶ່ງເປັນປະເທດ ທີ່ປົກຄອງ ດ້ວຍຣະບອບ ຜະເດັດການ ແບບດຽວກັນນັ້ນ ຈະຖືກແກ້ໄຂ ໂດຍທາງສັນຕິ ຫລືບໍ່ ໃນຂນະທີ່ ທັງສອງ ປະເທດນີ້ ຕ່າງກໍຂຍາຍ ຄັງອາວຸດ ສົງຄາມ ທີ່ທັນສໄມ ຂອງຕົນ. ຈໍາປາທອງ ມີລາຍງານ ກ່ຽວກັບເລື່ອງນີ້ ມາສເນີທ່ານ…
2010-02-11
ແຂວງບໍ່ແກ້ວ ບໍ່ມີຜູ້ເສັຽ ຊີວິດ ຍ້ອນພຍາດໄຂ້ຍຸງ ໃນລະຍະປີ 2009 ຜ່ານມາ ຍ້ອນວ່າ ປະຊາຊົນ ໃຊ້ມຸ້ງ ຍ້ອມນໍ້າຢາ ຫລາຍຂຶ້ນ.
2010-02-11
ນັກລົງທືນ ຈາກປະເທດຈີນ ຈໍານວນນື່ງ ເລີ້ມຊອກຫາ ວິທີທາງ ການລົງທືນ ຢູ່ໃນບໍຣິເວນ ຂົວຂ້າມ ແມ່ນໍ້າຂອງລາວ-ໄທ ບໍ່ແກ້ວ ຊຽງຣາຍ.
2010-02-11
ກາຣຂຶ້ນອາກອນ ມູລຄ່າເພີ່ມ ສົ່ງຜົລກະທົບ ຕໍ່ປະຊາຊົ ນຜູ້ໃຊ້ນໍ້າມັນ ຢ່າງຫລວງຫລາຍ.
2010-02-11
ຍັງມີການ ສໍ້ຣາສບັງຫລວງ ຂອງເຈົ້າຫນ້າທີ່ ດ່ານກວດຄົ້ນເຂົ້າອອກ ໃນລາວ.
2010-02-11
ກອງທຶນຊ່ວຍເຫລືອ ຈາກ ປະເທດໜໍເວ ໃຫ້ການຊ່ວຍເຫລືອ ໃນການເກັບກູ້ ຣະເບີດ ໃນເຂດພາກໃຕ້ ຂອງລາວ.