ການລົງທືນ ໃນແຂວງວຽງຈັນ ໜ້ອຍລົງ

ການລົງທືນ ຂອງເອກກະຊົນ ໃນແຂວງວຽງຈັນ ຫລຸດລົງຍ້ອນວ່າ ທາງແຂວງ ຍັງບໍ່ສາມາດ ຕອບສນອງ ຄວາມຕ້ອງການ ດ້ານໂຄງຮ່າງ ພື້ນຖານເສຖກິດ ແລະ ສັງຄົມ ໄດ້ເທົ່າທີ່ຄວນ.

0:00 / 0:00

ຕາມທີ່ ຍານາງ ສິງຄໍາ ຄົງສວັນ ຫົວໜ້າຜແນກ ແຜນການ ແລະ ການລົງທືນ ແຂວງວຽງຈັນ ໄດ້ກ່າວ:

"ການລົງທືນ ຂອງພາກສ່ວນ ເອກກະຊົນ ພາຍໃນນີ້ ມີລັກສນະ ວ່າຫລຸດລົງ ເນື່ອງຈາກວ່າ ສິ່ງອໍານວຍ ຄວາມສະດວກ ໃຫ້ແກ່ການ ລົງທືນ ເປັນຕົ້ນແມ່ນ ພື້ນຖານ ໂຄງຮ່າງ ເສຖກິດ-ສັງຄົມ ຂອງ ແຂວງວຽງຈັນ ບໍ່ຕອບສນອງໄດ້ ຕາມຄວາມຕ້ອງການ ຂອງການ ພັທນາ".

ນອກຈາກປັດໃຈ ທາງດ້ານ ໂຄງຮ່າງພື້ນຖານ ແລ້ວ ທ່ານວ່າ ກົນໄກ ດ້ານບໍຣິການ ກໍຍັງບໍ່ເຂັ້ມແຂງ ແລະ ບໍ່ສາມາດ ນໍາໃຊ້ ສິ່ງອໍານວຍ ຄວາມສະດວກ ທີ່ມີຢູ່ນັ້ນ ຢ່າງມີ ປະສິດທິພາບ ເປັນຕົ້ນດ້ານ ກະສິກັມ ອຸດສາຫະກໍັມ ປຸງແຕ່ງ ແລະ ແຮ່ທາດຕ່າງໆ ເພື່ອເປັນສິ່ງ ມາຣະດົມທືນ ໃນການພັທນາ. ເຫດຜົນນື່ງອີກ ທີ່ພາໃຫ້ ນັກລົງທືນ ພາຍໃນ ມາລົງທືນ ນ້ອຍກ່ວາເດີມ ຍ້ອນຜົນສະທ້ອນ ຈາກວິກິຈການ ດ້ານການເງິນໂລກ:

"ຍ້ອນສະພາບ ວິກິດການ ການເງິນຂອງໂລກ ກໍຄືສະພາບ ຂອງບັນດາ ປະເທດ ໃນອານຸພາກພື້ນ ຂ້າພະເຈົ້າ ກໍພົບບັນຫາ ຫລາຍອັນ ນັກລົງທືນ ພວກເຮົາ ກໍບໍ່ສາມາດ ຣະດົມແຮງທືນ ມາລົງທືນໄດ້".

ບັນຫາ ທັງໝົດນີ້ ທ່ານວ່າ ຂັ້ນແຂວງ ແລະຂັ້ນເມືອງ ຕ້ອງຮັບຜິດຊອບ ໃນການ ຄຸ້ມຄອງ ແຜນການ ການລົງທືນ ຂອງເອກກະຊົນ ໃຫ້ມີ ປະສິດທິພາບ ກ່ວາເກົ່າ.