ຂໍ້ຂັດແຍ່ງ ໃນເຂດນໍ້າດິນແດນ ວຽດນາມແລະຈີນ
2010.02.11
ໂລກປັດຈຸບັນ ເປັນໂລກແຫ່ງ ການຢູ່ຮ່ວມກັນ ໂດຍສັນຕິ ເປັນໂລກແຫ່ງ ການປົກປັກ ຮັກສາ ສັນຕິພາບ ແລະ ຄວາມໝັ້ນຄົງ ເພື່ອການຮ່ວມມື ສາກົນ ແລະ ແກ້ໄຂ ບັນຫາ ຫລື ກໍຣະນີ ພິພາດ ຣະຫວ່າງປະເທດ ຫລືຢູ່ພາຍໃນ ປະເທດ ໂດຍທາງສັນຕິ.
ແຕ່ການ ແກ້ໄຂບັນຫາ ຂໍ້ຂັດແຍ່ງ ກ່ຽວກັບ ເຂດນ້ຳດິນແດນ ຣະຫວ່າງ ວຽດນາມແລະຈີນ ຊຶ່ງເປັນປະເທດ ທີ່ປົກຄອງດ້ວຍ ຣະບອບຜະເດັດ ແບບດຽວກັນນັ້ນ ຈະຖືກແກ້ໄຂ ໂດຍສັນຕິວິທີ ຫລືວ່າ ຈະໃຊ້ຄວາມ ຮຸນແຮງ ໃນຂນະທີ່ ທັງສອງ ປະເທດນີ້ ຕ່າງກໍຂຍາຍ ຄັງອາວຸດ ສົງຄາມ ທີ່ທັນສໄມ ຂອງຕົນຢູ່ນີ້.
ໃນເຂດຊາຍແດນ ທີ່ມີການ ຂັດແຍ່ງກັນ ຢ່າງຮຸນແຮງ ໃນຂນະນີ້ ແມ່ນໝູ່ເກາະ ພາຣາແຊນ ແລະ ສະແປຣດລີ ຢູ່ທະເລຈີນໃຕ້ ຫລືທະເລ ຕາເວັນອອກ ຂອງວຽດນາມ ມີຫລາຍຄົນ ສົນໃຈຢູ່ວ່າ ໃນກໍຣະນີ ມີການປະເຊີນ ໜ້າກັນ ທາງທະຫານ ຣະຫວ່າງພວກ ຄອມມິວນິສ ວຽດນາມ ແລະ ຄອມມິວນິສຈີນ ນັ້ນ ບໍ່ຮູ້ວ່າ ພວກເຂົາເຈົ້າ ຈະໃຊ້ຮູບການ ແລະ ວິທີການ ແກ້ໄຂບັນຫາ ແນວໃດ ມີແຕ່ຮູ້ວ່າ ໃນລະຍະ ການຂັດແຍ່ງ ຢ່າງຮຸນແຮງ ຣະຫວ່າງ ຈີນແລະວຽດນຽມ ຍ້ອນວຽດນາມ ຮຸກຮານ ກຳພູຊາ ຫລັງຈາກ ສົງຄາມວຽດນາມ ນັ້ນ ຈີນ ໄດ້ບຸກໂຈມຕີ ເຂົ້າພາກເໜືອ ວຽດນາມ ເພື່ອສັ່ງສອນ ໃຫ້ບົດຮຽນ ວຽດນາມ.
ຈາກຜົນຂອງການ ສູ້ຣົບກັນ ຣະຫວ່າງ ກອງກຳລັງທັບ ຂອງສອງ ປະເທດ ພຽງລະຍະສັ້ນໆ ຄື ແຕ່ກາງເດືອນ ກຸມພາ ຫາຕົ້ນເດືອນ ມິນາ 1979 ທັງສອງຝ່າຍ ໄດ້ຮັບຄວາມ ເສັຍຫາຍ ຢ່າງໃຫຍ່ຫລວງ. ຊຶ່ງແຕ່ລະຝ່າຍ ບໍ່ໄດ້ປະກາດ ເຖິງຄວາມເສັຍຫາຍ ຂອງຝ່າຍຕົນ ແບບຈະແຈ້ງ. ເຖິງແນວໃດ ທາງຝ່າຍ ວຽດນາມ ກໍປະກາດວ່າ ທະຫານຈີນ ຕາຍຫລາຍກວ່າ 60,000 ຄົນ.
ສິ່ງດັ່ງກ່າວ ເປັນບົດຮຽນ ໃຫ້ແກ່ວຽດນາມ ຊຶ່ງໃນຂນະນີ້ ຜູ້ນຳ ຄອມມິວນິສ ວຽດນາມ ພວມພຍາຍາມ ຂຍາຍຄັງອາວຸດ ສົງຄາມຂອງຕົນ ໃຫ້ທັນສໄມ ໃນລະຍະໃໝ່ ຊຶ່ງປັດຈຸບັນນີ້ ຕາມຂ່າວ ກໍແມ່ນມີໄວ້ ເພື່ອຮັບມື ກັບຈີນ ໂດຍການ ຫ້າງຫາກະກຽມ ອາວຸດ ຍຸດໂທປະກອນ ອັນມີ ແສນຍານຸພາບ ນຳສໄມ ຮວມທັງ ເຮືອບີນສູ້ຣົບ ເຮືອດຳນ້ຳ ຣັດຖັງ ປືນໃຫຍ່ ໂດຍບໍ່ເວົ້າເຖິງ ຈະຣວດ ນຳວິຖີ ອາວຸດນິວເຄລັຽ ຊຶ່ງປະຊາຄົມ ສາກົນ ເອົາໃຈໃສ່ ຄວບຄຸມ ແລະກວດກາ ຢູ່ໃນໂລກ ເວລານີ້.
ໃນວັນທີ 10 ກຸມພາ 2010 ນີ້ ກໍມີຂ່າວ ຈາກກຸງ ໂມສກູ ປະເທດຣັດເຊັຍ ວ່າ ວຽດນາມ ໄດ້ຊື້ເຄື່ອງ ບິນຂັບໄລ່ ໂຈມຕີ ທີ່ທັນສໄມ ແລະເປັນລຸ້ນ ໃໝ່ລ່າສຸດ ຂອງ ຣັດເຊັຍ ຄືຍົນ SU-30 ຈຳນວນ 12 ລຳ ເປັນຣາຄາ 1,000 ລ້ານໂດລາ ສະຫະຣັດ ຕາມສັນຍາ ທີ່ມີນຳກັນ ເມື່ອສັປດາ ທີ່ແລ້ວ. ຍົນຊນິດນີ້ ອົງການ ນາໂຕ ເອີ້ນວ່າ Flanker.
ອາວຸດ ຍຸດສົງຄາມ ທີ່ວຽດນາມ ຕ້ອງການ ຕາມຂ່າວວ່າ ມີໄວ້ ສຳລັບໃຊ້ ໃນກໍຣະນີເກີດ ສົງຄາມກັບຈີນ ຫລືເພື່ອການ ຂຍາຍອິດທິພົນ ຂອງຕົນ ເຂົ້າຂົງເຂດ ເອເຊັຽ ຕາເວັນອອກ ສ່ຽງໃຕ້ ຊຶ່ງກໍເປັນ ແນວທາງດຽວກັນ ກັບຈີນ ທີ່ພັກ ຄອມມິວນິສ ວຽດນາມ ເອງ ກໍໄດ້ເຄີຍ ເຜີຍແບ ແລະກ່າວ ໂຈມຕີຈີນ ໃນຊຸມປີ 1970 ເປັນຕົ້ນໄດ້ ໂຈມຕີຢ່າງ ເປັນຂະບວນ ພາຍຫລັງທີ່ ຈີນບຸກໂຈມຕີ ເຂົ້າພາກເໜືອ ຂອງຕົນ ໃນຕົ້ນປີ 1979 ນັ້ນ ວຽດນາມ ກໍແນມເຫັນແຕ່ ຣັດເຊັຽ ທີ່ພໍຈະອາໃສ ໄດ້ຫລາຍແດ່.
ເຖິງວ່າ ວຽດນາມ ບໍ່ໄດ້ຢູ່ໃນ ຖານະເກົ່າ ສໄມ ທີ່ຍັງມີ ສະຫະພາບ ໂຊວຽດ ເປັນເສົາຄ້ຳ ອັນແໜ້ນແກ່ນ ໃຫ້ແກ່ຕົນ ເປັນຕົ້ນເວລາ ທີ່ຖືກຈີນ ຂົ່ມຂູ່ໜັກ ແລະ ອາວຸດ ຍຸດໂທປະກອນ ທີ່ຕົນໃຊ້ ຢູ່ໃນ ປັດຈຸບັນນີ້ ເກືອບວ່າທັງໝົດ ຜລິດ ຢູ່ຣັດເຊັຍ ດັ່ງນັ້ນ ເຖິງວ່າ ວຽດນາມ ຖືຜູ້ນຳ ຣັດເຊັຍ ພໍພຽງ ແຕ່ເປັນມິດ ແຕ່ຫາກບໍ່ເປັນ ສະຫາຍ ຄືສໄມກ່ອນ ສໄມທີ່ມີ ສະຫະພາບ ໂຊວຽດ ກໍຕາມ ແຕ່ວຽດນາມ ກໍຕ້ອງໄດ້ ຕິດຕໍ່ພົວພັນ ດີກັບຣັດເຊັຍ ຊຶ່ງເປັນທັງ ປະເທດ ທີ່ຍັງມີການ ຂັດແຍ່ງກັນ ຢູ່ກັບຈີນຮວມທັງ ບັນຫາດິນແດນ ເພື່ອຜົນປະໂຫຍດ ອັນໃຫຍ່ຫລວງ ຂອງຕົນ ຄືມີຄູ່ ຢູ່ເບື້ອງເໜືອຈີນ ທີ່ພໍຈະຂາຍ ອາວຸດສົງຄາມ ແລະ ຮ່ວມມື ທາງດ້ານຕ່າງໆ ຮວມທັງທາງ ດ້ານພະລັງງານ ນິວເຄລັຽ ແລະ ໃນກາງເດືອນ ທັນວາ 2009 ທີ່ຫາກໍ່ ຜ່ານມານີ້ ຣັດເຊັຽ ກໍໄດ້ຕົກລົງ ຂາຍເຮືອດຳນ້ຳ ທີ່ໃຊ້ໂຈມຕີ ເຮືອດຳນ້ຳ ແລະ ເຮືອຣົບ ຂອງ ສັດຕຣູ ທີ່ຢູ່ໜ້ານ້ຳ ເຮືອບິນສູ້ຣົບ ແລະ ອຸປກອນ ທາງທະຫານ ອັນທັນສໄມ ອື່ນໆໃຫ້ ແກ່ວຽດນາມ.
ນອກຈາກຣັດເຊັຽ ວຽດນາມ ກໍພຍາຍາມ ຕິດຕໍ່ພົວພັນ ກັບປະເທດຕ່າງໆ ທາງຕາເວັນຕົກ ເພື່ອການຮ່ວມມື ທາງດ້ານປ້ອງກັນ ປະເທດ ຮວມທັງຮຽກຮ້ອງ ໃຫ້ ຝຣັ່ງເສດ ຂາຍຍົນ ລຳລຽງຂົນສົ່ງ ເຮລິຄອບເຕີ ທັນສໄມ ແລະ ອາວຸດທັນສໄມ ຕ່າງໆ ຕລອດເຖິງການ ຊ່ວຍຝຶກອົບຮົມ ບຸກຄະລາກອນ ການແພດ ຂອງກອງທັບ ວຽດນາມ ນຳດ້ວຍ.
ຖ້າສັ່ງຊາ ກຳລັງ ຣະຫວ່າງສອງ ປະເທດ ເຖິງແມ່ນວ່າ ວຽດນາມ ມີທະຫານ ທັງໝົດເຖິງ 10,564,000 ຄົນອັນມີ ທະຫານ ປະຈຳການ 484,000 ຄົນ ທະຫານ ກອງໜູນ 5,000,000 ຄົນ ແລະ ທະຫານເສີມ 5,080,000 ຄົນ ໃນຂນະທີ່ ຈີນ ມີທະຫານ ປະຈຳການ 2,255,000 ຄົນ, ທະຫານກອງໜູນ 1,200,000 ຄົນ ແລະ ທະຫານເສີມ 3,969,000 ຄົນ ຮວມທັງໝົດເປັນ 7,424,000 ຄົນ. ຖ້າທຽບໃສ່ກັນແລ້ວ ກໍເຫັນວ່າ ວຽດນາມ ມີຈຳນວນພົນ ຫລາຍກວ່າ ຈີນເຖິງ 3,140,000 ຄົນ. ແຕ່ແນວໃດ ກໍຕາມ ຖ້າທຽບ ຄວາມສາມາດ ທາງດ້ານການ ທະຫານ ຫລືວ່າ ທາງດ້ານອື່ນໆ ຣະຫວ່າງ ວຽດນາມ ແລະຈີນແລ້ວ ກໍຍັງເຫັນວ່າ ຈີນ ຢູ່ໃນທ່າທີ່ ເໜືອກວ່າຫລາຍ.
ດັ່ງຈະເຫັນໄດ້ຈາກ ປື້ມປົກເຫລືອງ ຂອງ ສະພາບັນດິດ ວິທຍາສາດ ສັງຄົມຈີນ ທີ່ປະເມີນວ່າ ຈີນ ມີຄວາມ ສາມາດລວມ ຢູ່ໃນ ອັນດັບ ທີ7 ຂອງໂລກ. ຣະດັບຄວາມ ສາມາດ ທີ່ວ່ານັ້ນ ແມ່ນວັດຈາກ ອານາເຂດ ແລະ ຊັພຍາກອນ ທັມມະຊາດ ຈຳນວນ ປະຊາກອນ ເສຖກິດ ການທະຫານ ແລະ ຄວາມກ້າວໜ້າ ທາງ ວິທຍາສາດ.
ກ່ຽວກັບເລື່ອງນີ້ ທ່ານ ຊິວ ຫວຽນ ຫລຸນ ນັກວິໃຈ ຂອງ ສະພາບັນດິດ ເວົ້າວ່າ: “ ຈີນມີບົດບາດ ໃນການເຂົ້າຮ່ວມ ນາໆຊາດ ຫລາຍຂຶ້ນ “ ຈີນມີຄວາມ ກ້າວໜ້າຢ່າງ ຕໍ່ເນື່ອງ ໃນການຂຍາຍ ອຳນາດຂອງຕົນ ທັງໃນ ຣະດັບຂົງເຂດ ແລະ ຣະດັບໂລກ.
ເວົ້າສະເພາະ ຄວາມສາມາດ ດ້ານການທະຫານ ຈີນ ເປັນອັນດັບ2 ມີກອງທັບ ຂນາດໃຫຍ່ ແລະ ມີອາວຸດ ຍຸດໂທປະກອນ ຈຳນວນຫລວງຫລາຍ ເຖິງວ່າ ຄວາມ ສາມາດ ໃນໂຄງການ ພະລັງງານ ຂອງຈີນ ມີຈຳກັດ ແຕ່ຫາກ ຂຍາຍໂຕ ໃນຫລາຍປີ ຫລັງໆມານີ້. ນອກຈາກອາວຸດ ທີ່ຕົນເອງ ຜລິດແລ້ວ ຈີນ ຍັງມີ ຣະບົບອາວຸດ ທີ່ນຳໜ້າ ຈຳນວນນຶ່ງ ຈາກຕ່າງປະເທດ ຮວມທັງ ເຮືອພິຄາດ Sovremmeny, ຍົນ SU-27 ແລະ SU-30, ເຮືອດຳນ້ຳໃຊ້ ນ້ຳມັນ ກາຊວນ Kilo ຈາກຣັດເຊັຍ ໃນຂນະທີ່ ຈີນ ພັທນາ ອາວຸດ ຂອງຕົນ ຢູ່ຕໍ່ໄປ ຮວມທັງ ຍົນຣົບ J-10 ນຳດ້ວຍ.
ແຕ່ເຖິງແນວໃດ ກໍຕາມ ກຳລັງ ທາງອາກາດ ແລະ ທາງທະເລ ຂອງຈີນ ສ່ວນໃຫຍ່ ຍັງອີງໃສ່ Technology ສໄມຊຸມປີ 1960 ນັ້ນຢູ່ ຊຶ່ງເມື່ອປີ 1955 ພັກຄອມມິວນິສ ຈີນໃຕ້ ຕັດສິນໃຈ ສ້າງໂຄງການ ຜລິດອາວຸດ ນິວເຄລັຽ ໂດຍໄດ້ຮັບ ການຊ່ວຍເຫລືອ ຈາກ ສະຫະພາບໂຊວຽດ ຈົນເຖິງປີ 1960. ຫລັງຈາກ ການທົດລອງ ອາວຸດນິວເຄລັຍ ຄັ້ງທຳອິດ ເມື່ອເດືອນ ຕຸລາ ປີ 1964 ຈີນ ກໍໄດ້ ຂຍາຍກຳລັງ ຈະຣວດ ນຳວິຖີ ຮວມທັງ ຈະຣວດ ທີ່ຍິງໄດ້ໄກ ໄລຍະກາງ ແລະ
ຈະຣວດ ນຳວິຖີ ຂ້າມທະວີບ ນຳດ້ວຍ.
ວຽດນາມ ແລະຈີນ ເປັນສອງປະເທດ ທີ່ມີການ ຂັດແຍ່ງກັນມາ ເປັນເວລາ ຍາວນານ ຫລືອາດເວົ້າ ໄດ້ວ່າ ເປັນປໍຣະປັກ ກັນມາ ຢ່າງເປັນ ປະຫວັດການ. ເມື່ອຊັ່ງຊາ ເບີ່ງ ຄວາມສາມາດ ທາງດ້ານທະຫານ ຂອງຈີນ ແລະ ວຽດນາມ ແລ້ວ ກໍເຫັນວ່າ ແຕ່ລະຝ່າຍ ຕ່າງກໍມີ ຄວາມສາມາດ ທຳລາຍກັນໄດ້ ຢ່າງຂນານໃຫຍ່.
ນັກວິເຄາະ ເຄີຍເວົ້າວ່າ ບັນຫາ ຂໍ້ພິພາດ ໃນທະເລຈີນໃຕ້ ສາມາດ ເປັນສະນວນ ໃຫ້ແກ່ການ ປະທະກັນ ຣະຫວ່າງສອງ ປະເທດນີ້ ລະເບີດຂຶ້ນໄດ້ ຍ້ອນວ່າ ແຕ່ລະຄັ້ງ ທີ່ມີ ກໍຣະນີ ພິພາດກັນ ໃນໝູ່ເກາະ ນັ້ນ ຣັຖບານ ຂອງສອງຝ່າຍ ໄດ້ໂຕ້ຖຽງກັນ ທາງວາຈາ ທ່າທີການເມືອງ ເໝືອນກັບວ່າ ເປັນສັດຕຣູ ຄູ່ແຄ້ນ ທີ່ປະນິ ປະນອມ ກັນບໍ່ໄດ້ ໃນບັນຫາ ອະທິປະໄຕ ເຖິງແມ່ນວ່າ ວຽດນາມ ແລະ ຈີນ ຈະເວົ້າເຖິງການ ຖນຸຖນອມ ແລະເສີມຂຍາຍ ຄວາມສຳພັນ ຣະຫວ່າງ ສອງປະເທດ ສົ່ງເສີມຄວາມ ໄວ້ວາງໃຈ ຣະຫວ່າງ ສອງກອງທັບ ພ້ອມກັນ ປົກປັກຮັກສາ ສັນຕິພາບ ຄວາມໝັ້ນຄົງ ແລະ ສະເຖັຍຣະພາບ ໃນຂົງເຂດນີ້ ກໍຕາມ.