ກາຣຂຶ້ນອາກອນ ກະທົບ ຕໍ່ປະຊາຊົນ

ກາຣຂຶ້ນອາກອນ ມູລຄ່າເພີ່ມ ສົ່ງຜົລກະທົບ ຕໍ່ປະຊາຊົ ນຜູ້ໃຊ້ນໍ້າມັນ ຢ່າງຫລວງຫລາຍ.
ຫວາດ ສີມູນ
2010.02.11

ຫລັງຈາກທີ່ ຣັຖບາລ ໄດ້ປະກາສ ຂຶ້ນອາກອນ ມູລຄ່າເພີ່ມ ທົ່ວປະເທສຈາກ 5%ມາເປັນ10% ແລະເຣີ່ມ ປະຕິບັຕ ແຕ່ວັນທີ່ 1 ມົກກະຣາ 2010 ນີ້ ເປັນຕົ້ນມານັ້ນ ປາກົດວ່າ ປະຊາຊົນ ໃນທົ່ວປະເທສ ໄດ້ຮັບ ຜົລກະທົບ ຢ່າງຫລວງຫລາຍ ໂດຽສະເພາະ ກາຣນຳໃຊ້ ນ້ຳມັນ ໃນພາກສ່ວນ ຂົນສົ່ງ ທຸຣະກິຈ ຣົຖໂດຽສາຣ ແລະ ກາຣໃຫ້ ບໍຣິກາຣຕ່າງໆ ຕລອດຮອດ ບໍຣິສັທ ເອກກະຊົນ ກໍໄດ້ຮັບ ຜົລກະທົບ ເຊັ່ນກັນ ພ້ອມຍັງເປັນ ກາຣເຮັດໃຫ້ ອັຕຣາເງິນເຟີ້ ໃນລາວ ເພີ່ມສູງຂຶ້ນ. ດັ່ງຍານາງ ແພງຕາ ແກ້ວດວງພຣະຈັນ ຊາວນະຄອນ ຫລວງວຽງຈັນ ໄດ້ກ່າວວ່າ:

“ໄທຽເພິ່ນຂຶ້ນຢູ່ ແຕ່ວ່າຖ້າຂຶ້ນແລ້ວ ບ້ານເຮົາ ກໍຂຶ້ນຄືກັນ ແມ່ນລະ ອາຫາຣແພງ ນ້ຳມັນແພງ ກໍທຸກຢ່າງ ຫັ້ນແຫລະ ກໍແພງທຸກຢ່າງ ອີຫຍັງໆ ກໍເອົາມາແຕ່ ໄທຽ ສ່ວນໃຫຍ່”.

ພ້ອມດຽວກັນນີ້ ຍານາງ ແພງຕາ ກໍໄດ້ເນັ້ນວ່າ ກາຣຂຶ້ນ ຣາຄານ້ຳມັນ ເທື່ອສຸດທ້າຍ ຢູ່ນະຄອນຫລວງ ວຽງຈັນ ແມ່ນໄດ້ເຣີ່ມ ແຕ່ວັນທີ່ 25 ທັນວາ ຜ່ານມາ ໂດຽທາງ ບໍຣິສັທ ນ້ຳມັນ ເຊື້ອເພີງໄດ້ ປະກາສຢ່າງ ເປັນທາງກາຣ ເຊັ່ນ: ນ້ຳມັນແອສຊັງ ພິເສດຣາຄາ 8,970 ກີບຕໍ່ລີຕ ແອສຊັງທັມດາ 8,050ກີບຕໍ່ລີຕ ແລະກາຊວນ 6,650 ກີບຕໍ່ລີຕ. ແຕ່ພາຍຫລັງທີ່ ມີກາຣ ປະກາສແລ້ວ ນ້ຳມັນທຸກ ປະເພສ ກໍຂຶ້ນຣາຄາ ຕື່ມອີກ 800 ກີບຕໍ່ລີຕ.

ຢ່າງໃດກໍຕາມ ນ້ຳມັນ ທີ່ນຳໃຊ້ ໃນເມືອງລາວ ປັຈຈຸບັນ ສ່ວນໃຫຍ່ ຈະຕ້ອງຜ່ານ ປະເທສໄທຽ ທີ່ຕ້ອງໄດ້ ອີງຕາມຣາຄາ ຕລາດໂລກ ພ້ອມຍັງຕ້ອງໄດ້ ຈ່າຍຄ່າຂົນສົ່ງ ແລະ ໃນເມື່ອເຖີງ ລາວແລ້ວ ຍັງມີກາຣເພີ່ມ ຄ່າອາກອນ ມູລຄ່າອີກ 10% ທີ່ຍິ່ງເຮັດ ໃຫ້ປະຊາຊົນ ໃນທົ່ວປະເທສ ຕ້ອງໄດ້ ຈ່າຍຄ່ານ້ຳມັນ ທີ່ສູງກວ່າ ຄວາມເປັນຈິງ ຕລອດມາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.