ເຈົ້າໜ້າທີ່ ຍັງສໍ້ຣາສ ຕາມດ່ານກວດ ໃນລາວ
2010.02.11
ເຈົ້າຫນ້າທີ່ ກະຊວງຍຸທຕິທັມ ນາງນຶ່ງກ່າວວ່າ ໃນປັດຈຸບັນ ຍັງມີ ເຈົ້າຫນ້າທີ່ລາວ ຕາມແນວຊາຍແດນ ທຳການ ທຸຈຣິດ ຕໍ່ຫນ້າທີ່ ຫລາຍຢູ່ ດ້ວຍການເກັບ ຄ່າທຳນຽມ ເຂົ້າອອກ ເກີນກວ່າມາຕຖານ ທີ່ທາງການ ກຳນົດໄວ້ ຊຶ່ງບັນຫາ ດັ່ງກ່າວ ຕ້ອງມີການ ແກ້ໄຂ ຢ່າງຈິງຈັງ ຈາກຫນ່ວຍງານ ທີ່ກ່ຽວຂ້ອງ ດັ່ງນາງກ່າວ ໃນຕອນນື່ງວ່າ:
“ຕາມແນວຕະເຂັບ ຕາມແນວຊາຍແດນ ພວກເຈົ້າຫນ້າທີ່ ເຂົາສວຍ ໂອກາດມາກ ມັນໃຕ້ໂຕະ ເຂົາຮຽກຢ່າງນັ້ນ ພວກເຮົາກວດກາ ໄມ່ເຖີງ ມັນກໍ່ເຫັນອອກມາ ຊື່ງພວກເຮົາ ກໍ່ພຍາຍາມ ແກ້ໄຂຢູ່ປັດຈຸບັນ.”
ນາງກ່າວ ຕໍ່ໄປວ່າ ການເກັບຄ່າ ທຳນຽມເກີນ ອັຕຣາ ທີ່ທາງການ ໄດ້ວາງໄວ້ນັ້ນ ເປັນການຜິດ ກົດຫມາຍ ທີ່ສະແດງອອກ ເຖີງຄວາມ ບໍ່ຊື່ສັດ ຂອງ ເຈົ້າຫນ້າທີ່ຣັຖ ໃນການ ປະຕິບັດ ຫນ້າທີ່ຂອງຕົນ ເພື່ອປະເທດຊາດ ແລະ ກໍ່ເປັນການ ສ້າງພາບພົດ ທີ່ບໍ່ດີ ຕໍ່ຊາວຕ່າງຊາດ ຜູ້ທີ່ມາທ່ຽວ ໃນລາວ.
ສ່ວນໃຫຍ່ ຈະເປັນ ເຈົ້າຫນ້າທີ່ ພາສີອາກອນ ເຈົ້າຫນ້າທີ່ ຕຳຣວດກວດດ່ານ ແລະ ເຈົ້າຫນ້າທີ່ ຜູ້ຮັບຜິດຊອບ ກ່ຽວກັບ ໃບອະນຸຍາດ ເຂົ້າອອກ ໃນດ່ານສາກົນ. ຍ້ອນຂາດຫລັກຖານ ຈຶ່ງບໍ່ສາມາດ ນຳຕົວຜູ້ກ່ຽວ ມາດຳເນີນ ຄະດີໄດ້. ນາງກ່າວເພີ້ມ ອີກວ່າ:
“ກໍ່ພຍາຍາມ ສະກັດກັ້ນ ເຫມືອນກັນ ພວກທີ່ຄວບຄຸມ ຂ້າງບົນທີ່ ມະຫາພາກ ກໍ່ດູແລຢູ່ ແຕ່ຕ້ອງ ມີຂໍ້ມູນ ເບາະແສ ອະໄຣບາງຢ່າງ ຖ້າມັນໄມ່ມີ ກໍ່ໄມ່ຊາບ”.
ນາງວ່າ ໃນລາວ ນອກຈາກ ພນັກງານ ກຸ່ມດ່ັງກ່າວ ທີ່ທຳການ ທຸຈຣິດ ໃນຫນ້າທີ່ແລ້ວ ຍັງມີ ພນັກງານຣັຖ ຜແນກອື່ນໆອີກ ຫລາຍຜແນກ ຫລື ຫລາຍຫນ່ວຍງານ ທີ່ຍັງພາກັນ ສໍ້ຣາສບັງຫລວງ ຫລາຍຢູ່ ແຕ່ທາງການ ບໍ່ສາມາດ ຈັບກຸມໄດ້ ເພາະຂາດຫລັກຖານ ແລະ ກໍ່ເປັນ ຄົນເຈົ້າຄົນຂ້ອຍ ຫລືຄົນ ຂອງກຸ່ມ ທີ່ມີອຳນາດ ໃນລາວ.