ການສໍ້ຣາສບັງຫລວງ ໃນລາວຍັງຝັງແໜ້ນ

ການສໍ້ຣາສ ບັງຫລວງ ຢູ່ສປປລາວ ຍັງຝັງແໜ້ນ ແລະແພ່ລາມ ໃນຂະນະທີ່ ທາງການລາວ ມີຣະບຽບ ກົດໝາຍ ປາບປາມ ລົງໂທດ ຜູ້ກະທໍາຜິດ.
ຈໍາປາທອງ
2010.05.27

ມາຮອດ ປັດຈຸບັນນີ້ ການສໍ້ຣາສບັງຫລວງ ຢູ່ ສປປລາວ ກໍຍັງຝັງແໜ້ນ ແລະ ແພ່ລາມໄປນັບມື້ ເຮັດໃຫ້ຊາວລາວ ທົ່ວໄປຖືວ່າ ເປັນປະເພນີ ອັນນຶ່ງ ຢູ່ໃນຂະນະນີ້ ໄປແລ້ວ ເຖິງແມ່ນວ່າ ທາງການລາວ ຈະມີປຸກຣະດົມ ວາງຣະບຽບກົດໝາຍ ແລະມາຕການ ຕ່າງໆເພື່ອຈຳກັດ ແລະກຳຈັດການ ສໍ້ຣາສບັງຫລວງ ຢ່າງເຄັ່ງຄັດມາ ເປັນເວລາດົນ ພໍສົມຄວນແລ້ວກໍດີ -ຕາມການເປີດເຜີຍ ຂອງຊາວນະຄອນ ຫລວງວຽງຈັນ ທ່ານນຶ່ງ ຕໍ່ຜູ້ຊື່ຂ່າວ ວິທຍຸເອເຊັຍ ເສຣີ.

ກົດໝາຍອາຍາ, ໝວດທີ 10 ວ່າດ້ວຍອາສຍາກັມ ພິເສດ, ມາດຕຣາ 174 ທີ່ເວົ້າເຖິງ ການສໍ້ຣາສບັງຫລວງ ນັ້ນ ບົ່ງໄວ້ວ່າ ພນັກງານນຳພາ, ພນັກງານຄຸ້ມຄອງ, ພນັກງານວິຊາການ, ພນັກງານ ຣັດວິສາຫະກິດ, ຣັຖກອນ, ທະຫານ, ຕຳຣວດ ຮວມທັງ ນາຍບ້ານ ແລະຜູ້ທີ່ໄດ້ ຮັບມອບສິດ ໜ້າທີ່ ໃດໜ້າທີ່ນຶ່ງ ຈາກທາງການ ຫາກໄດ້ສວຍໃຊ້ ຖານະ, ຕຳແໜ່ງ, ສິດອຳນາດ, ໜ້າທີ່ີຂອງຕົນ ຍັກຍອກ, ສໍ້ໂກງ, ຮັບສິນບົນ, ສວຍໃຊ້ຊັບຂອງຣັດ ຫລື ລວມໝູ່, ໃຊ້ອຳນາດເກີນ ຂອບເຂດ ເພື່ອ ຜົນປະໂຫຍດໃຫ້ ຕົນເອງ, ຄອບຄົວ, ຍາດພີ່ນ້ອງ, ໝູ່ຄູ່, ພັກພວກ ຊຶ່ງກໍ່ຄວາມ ເສັຍຫາຍ ໃຫ້ແກ່ ຜົນປະໂຫຍດ ຂອງຣັດ, ລວມໝູ່ ຫລື ສິດ ແລະ ຜົນປະໂຫຍດຂອງ ພົລເມືອງ ຈະຖືກລົງໂທດ ຕັ້ງແຕ່ຕັດ ອິສຣະພາບ ແຕ່ 1 ປີ ຫາ 2 ປີ ແລະ ຈະຖືກປັບໃໝ 1% ຂອງມູນຄ່າຄວາມ ເສັຍຫາຍ ແຕ່ 1 ລ້ານກີບ ຫາ 20 ລ້ານກີບ ຈົນເຖິງ ຕັດອິສຣະພາບ ຕລອດຊີວິດ ແລະ ຈະຖືກປັບໃໝ 1% ຂອງມູນຄ່າຄວາມ ເສັຍຫາຍ ເກີນກວ່າ 2,000 ລ້ານກີບຂຶ້ນໄປ.

ແຕ່ໃນພາກ ປະຕິບັດຕົວຈິງ ເຖິງວ່່າຢູ່ລາວ ມີການ ສໍ້ຣາສບັງຫລວງ ຊຶ່ງສູນກາງພັກ ປະຊາຊົນ ປະຕິວັດລາວ ກໍຮັບຮູ້ຢູ່ໃນ ມະຕິຂອງພັກ ຜູ້ກຳອຳນາດ ແຕ່ກໍຍັງບໍ່ ສາມາດ ແກ້ໄຂບັນຫາ ນັ້ນໄດ້ ຫລືອາດເປັນຍ້ອນວ່າ ການປະຕິບັດ ກົດໝາຍຢູ່ ສປປລາວ ແມ່ນມະລຸ້ມມະລ້ວຍ. ຮວມທັງວ່າ ໃນການແກ້ໄຂ ຄະດີ ກໍມີນາຍໜ້າ ຊຶ່ງພ້ອມທີ່ຈະເຮັດ ໃຫ້ຄະດີໜັກ ເປັນເບົາ ຫລືເຖິງຂັ້ນພົ້ນ ຄວາມຜິດ ກໍບໍ່ເປັນເລື້ອງຍາກ ຂໍແຕ່ມີເງິນຈ້າງ. ສ່ວນວ່າ ຜູ້ທຸກຍາກ ກໍໄດ້ແຕ່ຮ້ອງທຸກ ຊຶ່ງພາກສ່ວນທີ່ ກ່ຽວຂ້ອງ ກໍບໍ່ເອົາຫົວ ໃສ່ໃຈຊານຳ ພໍເທົ່າໃດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Jun 14, 2010 10:42 PM

ແນ່ນອນ ມັນເປັນຈິງແທ້ກ່ຽວກັບຂ່າວເລື່ອງນີ້ ຂໍຊົມເຊີຍທີ່ເວົ້າຖຶກໃຈ ຄົນລາວເກືອບວ່າທຸກຄົນຮູ້ດີ ແຕ່ຈະບໍມີໃຜກ້າຕໍ່ຕ້ານດອກ ເພາະວ່າລາວເປັນພັກດຽວຄືພັກກອມມູນິດ ຜູ້ໃດຍັງເວົ້າຫຼາຍຜູ້ນັ້ນຈະຖຶກເກນໄປສຳມະນາແລະຈະບໍ່ມີວັນກັບຄືນມາ