ກົມກວດກາຕໍ່ຕ້ານ ສໍ້ຣາສບັງຫລວງ ຂາດເຂີນພນັກງານ
2009.12.21
ດັ່ງເຈົ້າໜ້າທີ່ກ່ຽວຂ້ອງ ທ່ານນຶ່ງໄດ້ຊີ້ແຈງວ່າ.
“ບັນຫາເຣື້ອງທີ່ພວກເຮົາ ແກ້ໄຂຍັງບໍ່ທັນໄດ້ນີ້ ແມ່ນເຣື້ອງພນັກງານ ເຣື້ອງເຈົ້າໜ້າທີ່ພວກເຮົາ ກໍມີສ່ວນ ເພາະວ່າຍັງບໍ່ທັນ ຕອບສນອງນໍ ກໍຍັງຫລາຍຢູ່ແລ້ວ ກໍຕົວນີ້ກໍຍັງຂາດຢູ່ ແລະກໍບໍ່ທັນໄດ້ ເຕັມຮ້ອຍສ່ວນ ຮ້ອຍເທື່ອ.”
ເຈົ້າໜ້າທີ່ທ່ານນີ້ເວົ້າອີກວ່າ ເຖິງວ່າຈະຂາດເຂີນ ພນັກງານປານໃດກໍຕາມ ເຈົ້າໜ້າ ທີ່ຂອງໜ່ວຍງານທີ່ມີຢູ່ ກໍຈະພຍາຍາມປະຕິບັດ ໜ້າທີ່ຈົນສຸດຄວາມສາມາດ ດັ່ງ ທ່ານເວົ້າຕື່ມວ່າ:
“ຕົວນີ້ພວກເຮົາກໍ ປະຕິບັດຕາມ ການຕົກລົງຂອງທາງພາກ ຣັຖບານ ກໍຖືວ່າພວກເຮົາໄດ້ ສຸມໃຊ້ກໍຖືວ່າ ແກ້ບັນຫາຕົວນີ້ໄດ້ດີຂື້ນ ດີຂື້ນກວ່າເກົ່າຫລາຍ ຕົວເປີເຊັ່ນນີ້ ກໍບໍ່ທັນໄດ້ຜ່ານກັນ ສິ້ນປີຈະມີການສລຸບ ແລະຖອດສະຖິຕິວ່າ ເປີເຊັນມັນຈະໄດ້ເທົ່າໃດ.”
ອົງການຄວາມໂປງໃສ ສາກົນຣາຍງານວ່າ ສປປລາວ ເປັນປະເທດນຶ່ງທີ່ມີການ ສໍ້ຣາສບັງຫລວງຫລາຍທີ່ສຸດ ໃນໂລກ ຕົກເປັນອັນດັບ ເກືອບສຸດທ້າຍ ຄືອັນດັບທີ່ 158 ໃນຈຳນວນທັງໝົດ 180 ປະເທດ.