ໃນປັດຈຸບັນນີ້ ກົດໝາຍຕ້ານການ ສໍ້ຣາສບັງຫລວງ ໃນສປປລາວນັ້ນ ມີການນຳເອົາ ໃຊ້ຢ່າງແທ້ຈິງ ແຕ່ບາງກໍຣະນີ ກໍປະຕິບັດ ບໍ່ໄດ້ຢ່າງຈິງຈັງ ຍ້ອນຫາກສືບພໍ້ວ່າ ຜູ້ເຮັດຜິດ ເປັນເຈົ້າໜ້າທີ່ ຂັ້ນສູງຈາກພາກຣັຖ ກົດໝາຍດັ່ງກ່າວ ກໍຈະຖືກຜ່ອນຜັນລົງ. ດັ່ງເຈົ້າໜ້າທີ່ກ່ຽວຂ້ອງ ຜູ້ນຶ່ງເວົ້າວ່າ:
"ມັນມີຄນະກັມມະການ ກວດກາພາກຣັຖ ເຂົາກວດເຂົາກໍດຳເນີນ ຄະດີຢູ່ບາງກໍຣະນີ ບາງກໍຣະນີ ມັນສັບສົນ ມັນໄປແຕະຕ້ອງ ຜູ້ຫລັກຜູ້ໃຫຍ່ ເຂົາກໍຄ່ອຍໆເບິ່ງໄປ ລາຍງານຂື້ນໄປແລ້ວ ກໍບໍ່ໄດ້ລົງມື ປະຕິບັດຕາມ ມາດຕຣາຕາກົດໝາຍ ລະບຸໄວ້ກໍມີ."
ນອກນີ້ແລ້ວ ທ່ານຍັງໄດ້ເວົ້າຕື່ມວ່າ ການສໍ້ຣາສບັງຫລວງ ທີ່ມີພນັກງານຣັຖກ່ຽວຂ້ອງ ຊຶ່ງສ່ວນຫລາຍ ຈະເປັນການຕິດຕໍ່ ແລະ ການຮັບເໝົາໃນ ໂຄງການໃຫຍ່ໆ ຕ່າງໆ ເປັນຕົ້ນແມ່ນ ໂຄງການປະມູນ ໂຄງການສ້າງເຂື່ອນ ແລະ ໂຄງການສ້າງທາງ ສາຍຫລັກຕ່າງໆ.
ເຖິງຢ່າງໃດກໍຕາມ ສຳລັບການ ສໍ້ຣາສບັງຫລວງ ທີ່ເກີດຂື້ນລະຫວ່າງ ພນັກງານຂອງພາກຣັຖ ກັບບໍຣິສັດລົງທຶນ ຈາກຕ່າງປະເທດນັ້ນ ຈະມີການເຈຣະຈາ ກັນທາງການທູດ ໃນເຣື້ອງການຕັດສີນ ໂດຍຈະຍົກເວັ້ນ ກົດໝາຍ ບໍ່ໃຫ້ໃຊ້ໃນການຕັດສີນ ຍ້ອນວ່າບັນຫາ ດັ່ງກ່າວ ອາຈສົງຜົນກະທົບ ຕໍ່ຄວາມສຳພັນ ລະຫວ່າງປະເທດ. ດັ່ງເຈົ້າໜ້າທີ່ ອະທິບາຍວ່າ:
"ຖ້າເປັນເຣື້ອງ ຂອງຕ່າງປະເທດນີ້ ມັນເປັນເຣື້ອງທີ່ມັນ SENSITIVE ມັນຈະແຕະຕ້ອງ ເຖິງການພົວພັນ ລະຫວ່າງປະເທດ ເຂົາກໍຄ່ອຍເຮັດ ເຂົາກໍຄ່ອຍໆ ຄຸຍກັບຣັຖບານ ທີ່ກ່ຽວຂ້ອງ ພາກປະຕິບັດ ເປັນແນວນັ້ນ ຖ້າແຕະຕ້ອງເຖິງ ບໍຣິສັດໃຫຍ່ໆ ເຂົາຈະດຳເນີນ ການຟ້ອງຮ້ອງແລ້ວ ເຂົາກໍ່ຄ່ອຍໆ ເຈຣະຈາທາງທູດ ທາງການບໍຣິຫານ."
ທ່ານໄດ້ກ່າວ ໃນຕອນທ້າຍວ່າ ໃນສປປລາວ ກໍມີກົດໝາຍຕ້ານ ການສໍ້ຣາສບັງຫລວງ ແລະ ບົດລົງໂທດຜູ້ເຮັດຜິດ ແຕ່ຈະໃຊ້ບໍ່ໄດ້ ສຳລັບໝົດທຸກຄົນ ຢ່າງສເມີພາບ ຊຶ່ງເຫັນວ່າເປັນ ປົກກະຕິສຳລັບ ປະເທດ ທີ່ກໍາລັງພັທນາ.