ລາວໃຫ້ຈີນຊ່ວຍ ຮ່າງຂໍ້ສເນີ ເຂົ້າອົງກາຣຄ້າໂລກ
2010.02.12
ກະຊວງ ອຸຕສາຫະກັມ ແລະ ກາຣຄ້າລາວ ໄດ້ຮ່ວມກັບ ກະຊວງກາຣ ຕ່າງປະເທສ ຈັດກອງ ປະຊຸມຂຶ້ນ ຢູ່ໂຮງແຮມ Lao Plaza ນະຄອນຫລວງ ວຽງຈັນ ໃນມື້ວັນທີ່ 11 ກຸມພານີ້ ເພື່ອພິຈາຣະນາ ຈັດຮ່າງຂໍ້ສເນີ ເຂົ້າເປັນ ສະມາຊິກ ຂອງອົງກາຣຄ້າໂລກ ຫລື WTO ໂດຽມີກາຣ ສເນີໃຫ້ ຜູ້ຊ່ຽວຊານ ຈາກ ສປຈີນ ເຂົ້າຮ່ວມອອກ ຄວາມຄິດຄວາມເຫັນ ເພື່ອຈະໄດ້ ນຳໄປປັບປຸງ ກາຣປະຕິບັຕ ວຽກງານ ຂອງຝ່າຍລາວ ດັ່ງທ່ານ ທອງລຸນ ສີສຸລິດ ຮອງນາຍົກຣັຖ ມົນຕຣີ, ປະທານຄນະ ປະສານງານ ກາຣເຊື່ອມໂຍງ ເສຖກິຈກັບ ສາກົລ ໄດ້ກ່າວວ່າ:
“ພວກເຮົາໄດ້ເປີດ ກອງປະຊຸມ ສັມມະນາ ກັບພນັກງານ ຂັ້ນສູງ ບັນດາກະຊວງ ທີ່ກ່ຽວຂ້ອງ ແລະ ຜູ້ຮັບຜິດຊອບ ໂດຽຕຣົງ ໃນກາຣກະກຽມ ເຂົ້າເປັນ ສະມາຊິກ (ອົງ) ກາຣຄ້າໂລກ ຂອງພວກເຮົານີ້ ເພື່ອສເນີທ່ານ Zhan Xiang Chen ເຮັດບົທ ປາຖະກະຖາ ອະທິບາຍ ຄວາມໝາຍສຳຄັນ ແລະ ພາຣະໜ້າທີ່ ຂອງພວກເຮົາ ຈະຕ້ອງເຮັດ ຫຍັງແດ່?”
ພ້ອມດຽວກັນນີ້ ທ່ານກໍວ່າ ທາງກາຣ ກ່ຽວຂ້ອງຝ່າຍລາວ ໄດ້ແລກປ່ຽນ ທອດຖອນບົນຮຽນ ສຳຫລັບຈັດ ຮ່າງຂໍ້ສເນີ ເງື່ອນໄຂ ຂອງກາຣເຂົ້າ ເປັນສະມາຊິກ ຂອງອົງກາຣ ຄ້າໂລກຈາກ Dr. Zhan Xiang Chen ຮອງຫົວໜ້າ ສຳນັກງານ ຜູ້ຕາງໜ້າ ຂອງທາງກາຣ ຈີນ ປະຈຳອົງກາຣ ຄ້າໂລກ.
ກອງປະຊຸມ ພິຈາຣະນາ ກາຣເຂົ້າເປັນ ສະມາຊິກ ອົງກາຣຄ້າ ຂອງລາວ ຄັ້ງຜ່ານມາ ມີຂຶ້ນໃນ ເດືອນ ກໍຣະກະດາ 2009 ໂດຽມີ ສະມາຊິກ ຈາກບໍ່ຕໍ່າກວ່າ 59 ປະເທສ ເຂົ້າຮ່ວມ ແລະໄດ້ ສເນີ ແນະຄະນະ ຜູ້ແທນລາວ ໄດ້ນຳເອົາ ຂໍ້ມູລຕ່າງໆ ໄປພິຈາຣະນາ ໃຫ້ມີກາຣ ປັບປຸງໃໝ່ ໂດຽສະເພາະ ກົດໝາຍດ້ານ ກາຣລົງທຶນ ດ້ານພາສີອາກອນ ມາຕຣາຖານ ສິນຄ້າ ແລະ ກາຣປັບປຸງ ອັຕຣາພາສີ ຕ່າງໆນຳດ້ວຍ.
ຢ່າງໃດກໍຕາມ ພາຍຫລັງທີ່ ມີກາຣທອດຖອນ ບົດຮຽນ ຈາກທາງ ເຈົ້າໜ້າທີ່ ຈີນ ດັ່ງກ່າວນີ້ແລ້ວ ທາງກາຣກ່ຽວຂ້ອງ ຝ່າຍລາວ ກໍໝັ້ນໃຈວ່າ ຈະມີກາຣ ປັບປຸງ ຮ່າງຂໍ້ສເນີ ທີ່ມີກາຣ ພິຈາຣະນາ ຮ່ວມກັນດັ່ງກ່າວນີ້ ເພື່ອຈະໃຫ້ ສາມາດຖືກຮັບ ເຂົ້າພິຈາຣະນາ ຄາວມີກາຣ ປະຊຸມຄັ້ງໃໝ່ ພາຍໃນປີ 2010 ນີ້.