ນໍ້າຕົກຕາດນາເດືອຍ ຈະເປັນແຫລ່ງທ່ອງທ່ຽວ
2010.02.12
ອົງການຄຸ້ມຄອງ ທີ່ດິນ ແຂວງຫລວງພຣະບາງ ໄດ້ຕົກລົງໃຫ້ ບໍຣິສັດ ມວນຊົນກໍ່ສ້າງ ຊຶ່ງເປັນບໍຣິສັດ ເອກກະຊົນນັ້ນ ສັມປະທານ ສະຖານທີ່ “ນໍ້າຕົກຕາດນາເດືອຍ” ເພື່ອພັທນາ ໃຫ້ເປັນແຫລ່ງ ທ່ອງທ່ຽວ ອີກແຫ່ງໜຶ່ງ ຂອງຫລວງພຣະບາງ ໂດຍອະນຸຍາດ ໃຫ້ມີການ ສັມປະທານ ເປັນເວລາ 30ປີ ເມື່ອຕົ້ນເດືອນ ກຸມພາ 2010 ນີ້.
ກະແສຂ່າວ ຈາກຫລວງພຣະບາງ ຣາຍງານວ່າ ບໍຣິສັດ ດັ່ງກ່າວ ຈະລົງທຶນ ຈໍານວນ 7ຕື້ກີບ ເພື່ອບູຣະນະ ເຂດນໍ້າຕົກຕາດ ທີ່ມີເນື້ອທີ່ 1.8 ເອັກຕາຣ. ໃນນັ້ນຈະມີ ທັງການ ປຸກສ້າງເຮືອນພັກ ຮ້ານອາຫານ ເດີ່ນຈອດຣົດ ສວນສາທາຣະນະ ແລະອຶ່ນໆ.
ຊາວຫລວງພຣະບາງ ຜູ້ບໍ່ປະສົງ ອອກຊື່ ໄດ້ໃຫ້ ຄໍາຄິດເຫັນ ກ່ຽວກັບເລື່ອງນີ້ ຕໍ່ RFA ວ່າ ຕົນເຫັນດີ ກັບແຜນການ ຍຸທສາດ ອັນໃໝ່ຂອງແຂວງ ຫລວງພຣະບາງ ທີ່ຖືເອົາການ ທ່ອງທ່ຽວ ເປັນທ່າແຮງ ຊຸກຍູ້ ການພັທນາ ຂອງແຂວງ ໃຫ້ດີຂຶ້ນ ແລະເພື່ອດຶງດູດ ເອົານັກທຸຣະກິດ ມາລົງທຶນຫລາຍຂຶ້ນ ແຕ່ກໍຄວນ ມີການໃຫ້ ໂອກາດ ແກ່ປະຊາຊົນ ໃນການ ສັມປະທານ.
ທັງນີ້ ກໍຍ້ອນວ່າ “ນໍ້າຕົກຕາດນາເດືອຍ” ເປັນຕາດເກົ່າແກ່ ທີ່ຍັງບໍ່ໄດ້ ຮັບການປັບປຸງ ບູຣະນະ ແຕ່ກໍເປັນ ສະຖານທີ່ ທີ່ຊາວເມືອງ ຫລວງພຣະບາງ ມັກໄປທ່ຽວຫລິ້ນ ແລະສິ່ງສໍາຄັນ ນໍ້າຕົກຕາກ ແຫ່ງນີ້ ຍັງເປັນແຫລ່ງ ສນອງ ນໍ້າສະອາດ ໃຫ້ແກ່ ປະຊາຊົນ ທີ່ຢູ່ ບໍຣິເວນນັ້ນ ໄດ້ໃຊ້ ຕລອດມາ.