ລາວວາງມາຕການ ຄວບຄຸມຄົນງານຕ່າງດ້າວ
2010.02.12
ກະຊວງແຮງງານ ແລະ ສວັດດີການ ສັງຄົມຂອງລາວ ຮວມທັງໜ່ວຍງານ ທີ່ກ່ຽວຂ້ອງ ກະຕຣຽມຈັດ ກອງປະຊຸມ ປຶກສາຫາລື ກ່ຽວກັບ ມາຕການ ຄວບຄຸມ ແຮງງານ ຕ່າງດ້າວ ທີ່ລັກເຂົ້າເມືອງ ແລະຮັບຈ້າງ ເຮັດວຽກ ໂດຍບໍ່ໄດ້ຮັບ ອະນຸຍາດ.
ທ່ານ ຄໍາຂານ ພິນສະຫວັນ ຜູ້ອໍານວຍການ ກົມຄຸ້ມຄອງ ແຮງງານ ກ່າວວ່າ:
"ມັນກໍເປັນ ປົກຕິຢູ່ ເລື່ອງນີ້ເພາະວ່າ ຢູ່ລາວ ຫລາຍປະເທດ ເຂົາກໍມີການ ໄປການມາ ກໍາລັງປຶກສາ ກັນຢູ່ ກໍຍັງ ປຶກສາກັນຢູ່ວ່າ ຊີ່ເຮັດແນວໃດ ມັນຈະດີ ເພື່ອຈັດສັນ ໃຫ້ມີ ຄວາມເປັນຣະບຽບ ຮຽບຮ້ອຍ".
ທ່ານກ່າວເພີ່ມ ອີກວ່າ ບັນຫາແຮງງານ ຕ່າງດ້າວ ຜິດກົດໝາຍ ກ່ຽວພັນກັບ ອີກຫລາຍ ກະຊວງ ເຊັ່ນ ກະຊວງ ອຸດສາຫະກັມ ແລະການຄ້າ ກະຊວງການ ຕ່າງປະເທດ ກະຊວງປ້ອງກັນ ຄວາມສງົບ ຊຶ່ງຈະຕ້ອງມີການ ຫາລືກັນກ່ຽວກັບ ຄວາມຮັບຜິດຊອບ ຕ່າງໆ ໃນເລື່ອງນີ້.
ໃນນັ້ນ ອາຈຈະຕ້ອງໄດ້ ເວົ້າກັນເຖິງ ຫລາຍເລື່ອງ ເຊັ່ນ ການຈົດທະບຽນ ແຮງງານຕ່າງ ປະເທດ ຫລືວ່າ ສົ່ງກັບປະເທດ ຫລືວ່າ ຈະອະນຸຍາດ ໃຫ້ຖືກກົດໝາຍ ສະເພາະແຮງງານ ທີ່ມີຝີມື ຊຶ່ງຄາດວ່າ ຂະບວນການຕ່າງໆ ເຫລົ່ານັ້ນ ຈະຊ່ວຍໃຫ້ ສາມາດຄຸ້ມຄອງ ແຮງງານຕ່າງ ປະເທດ ຕາມຣະບຽບ ກົດໝາຍ ຂອງລາວ. ພ້ອມດຽວກັນ ກໍຈະຊ່ວຍ ຮັກສາ ໜ້າວຽກຕ່າງໆ ໄວ້ໃຫ້ຊາວລາວ ເອງ ນໍາດ້ວຍ.
ປັຈຈຸບັນ ມີຊາວລາວ ຫລາຍກວ່າ 60ພັນຄົນ ຍັງຫວ່າງງານ ເນື່ອງຈາກສະພາບ ເສຖກິດ ຕົກຕໍ່າ ໃນຂນະທີ່ຢູ່ ສປປລາວ ມີແຮງງານ ຕ່າງດ້າວ ຜິດກົດໝາຍ ຫລາຍກວ່າ 250ພັນຄົນ -ຕາມຣາຍງານ ຂອງກະຊວງ ແຮງງານ ແລະ ສວັດດີການ ສັງຄົມ ຂອງລາວ.