ການພັທນາສັງຄົມໃນລາວ

ການພັທນາ ທີ່ວ່ອງໄວ ຮ່ວມດ້ວຍເຫດ ໂລກາພິວັດ ເປັນທີ່ມາຂອງ ສັງຄົມເປື່ອຍເຫຍື່ອຍ ໃນລາວ,
ສິດນີ
2010.02.12

ເຈົ້າຫນ້າທີ່ ຈາກກະຊວງ ຖແລງຂ່າວ ແລະ ວັທນະທັມລາວ ທ່ານນຶ່ງເວົ້າວ່າ ຄວາມຄືບຫນ້າ ທາງດ້ານເສຖກິດ ຈາກການພັທນາ ທີ່ວ່ອງໄວ ໃນລາວ ຮ່ວມດ້ວຍເຫດ ໂລກາພິວັດ ພາໃຫ້ເກີດ ຄ່ານິຍົມ ທາງດ້ານວັດຖຸ ຫລາຍຂື້ນໃນລາວ ເປັນທີ່ມາ ຂອງ ປະກົດການ ຫຍໍ້ທໍ້ ແລະ ຄວາມເຊື່ອມເສັຽ ທາງດ້ານ ສັງຄົມໃນລາວ ສ່ວນໃຫຍ່ ຈະເກີດກັບກຸ່ມ ວັຍລຸ້ນ ກຸ່ມອັນຕະພານ ຫລື ກຸ່ມມິດສາຊີພ ທີ່ຈະພາກັນ ລັກເລັກລັກນ້ອຍ ງັດແຫງະບ້ານເຮືອນ ຫລືການ ຂ້າເຈົ້າເອົາຂອງ  ເພື່ອຈະໄດ້ເງິນ ມາບຳເລີ ສີ່ງທີ່ຕົນ ຕ້ອງການ ໃນສັງຄົມ ແບບໃຫມ່ ດ່ັງທ່ານກ່າວ ໃນຕອນນື່ງວ່າ:

"ປັດຈຸບັນ ສັງຄົມ ມີຄວາມຈະເຣີນ ຂື້ນເລື້ອຍໆ ກິຈກັມ ໂຮງແຮມບ້ານພັກ ຮ້ານບັນເທີງ ຮ້ານເຫລົ້າ ຮ້ານເບັຽ ກໍ່ຂຍາຍຕົວ ອອກຕໍ່ເນື່ອງ ເຮັດໃຫ້ ຊາວຫນຸ່ມວັຍລຸ້ນ ມີການຫລີ້ນ ຟຸມເຟືອຍແຜ່ຫລາຍ ມີລັກສນະ ເພີ້ມຂື້ນ ເພາະສະນັ້ນ ການເມົາເຫລົ້າ ກໍ່ທຳໃຫ້ເກີດ ການຫຍໍ້ທໍ້ ທາງສັງຄົມ".

ທ່ານວ່າ ໃນປັດຈຸບັນ ຄວາມຈະເຣິນ ກ້າວຫນ້າ ທາງດ້ານເສຖກິດ ໃນລາວ ຢາກເປັນໄປ ໃນຮູບແບບ ລັກສນະ ດຽວກັນ ກັບປະເທດ ຕາເວັນຕົກ ແລະປະເທດ ເພື່ອນບ້ານໃກ້ຄຽງ ດັ່ງປະເທດໄທ ທີ່ວັທນະທັມ ຕາເວັນຕົກ ກວມກີນ ວັທນະທັມ ຂອງປະເທດ ຕົນເອງ ການດື່ມເຫລົ້າ ມືນເມົາ ຕາມສຖານທີ່ ບັນເທີງຕ່າງໆ ຖືວ່າເປັນສິ່ງ ທີ່ທັນສມັຍ ໃນສັງຄົມ ທີ່ກ້າວຫນ້າ ຊື່ງສັງຄົມລາວ ຕາມຫົວເມືອງໃຫຍ່ໆ ກໍ່ກຳລັງຫັນມາ ໃຊ້ຊິວິດ ແບບນີ້ ຫລາຍແລ້ວ.

ນາງ Ariel Steiner ຊາວຕ່າງຊາດ ຄົນອັງກິດ ທີ່ອາສັຍຢູ່ລາວ ເປັນເວລາ ຫລາຍປີ ໃຫ້ຂໍ້ສັງເກດວ່າ ສັງຄົມລາວ ກຳລັງຖືກ ຄ່ານິຍົມ ທາງວັດຖຸ ຈາກປະເທດ ຕາເວັນຕົກ ມາຄວບງຳ ດັ່ງຈະເຫັນໄດ້ ຈາກການນຸ່ງຖື ຂອງສຸພາບສັດຕຣີ ເດັກນ້ອຍວັຍລຸ້ນ ຮ່ວມດ້ວຍການ ໃຊ້ເທກໂນໂລຈີ ໃນການສື່ສານ ປະເພດຕ່າງໆ ຕຣອດຮອດ ການໃຊ້ຣົຖຍົນ ທີ່ຫລຸຫລາ ຊນິດແພງໆ ບໍ່ຮູ້ວ່າ ເຂົາໄດ້ເງິນ ມາຈາກໃສ. ນາງວ່າ ການພັທນາ ເສຖກິດ ແລະສັງຄົມ ເປື່ອຍເຫຍື່ອຍ ມາຄຽງຄູ່ກັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.