ໂຄງການສ້າງທາງຣົດໄຟ ຄວາມໄວສູງ ລາວ-ໄທ

ລາວ ແລະ ໄທ ມີໂຄງການ ສ້າງຂົວ ມິຕພາບ ສໍາລັບ ຣັຖໄຟ ຄວາມໄວສູງ ໃນອະນາຄົດ.
ຈະເຣີນສຸກ
2010.11.08

ກົດຟັງສຽງ

ອົງການຣົຖໄຟ ແຫ່ງຊາດ ມີແຜນພັທນາ ໂຄງການ ຂົວຣົຖໄຟ ມິຕພາບ ລາວ-ໄທ ຄູ່ຂນານກັບ ຂົວມິຕພາບ ແຫ່ງທີ່ 1 ຣະຫວ່າງ ວຽງຈັນ-ໜອງຄາຍ ໂດຍມີ ຈຸດປະສົງ ສະເພາະ ຂົນສົ່ງສິນຄ້າ ແລະ ການເດີນທາງ ໂດຍຈະໃຊ້ ງົບປະມານ 50 ລ້ານດອນລາ ສະຫະຣັຖ, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ຂັ້ນສູງ ຈາກອົງການ ຣັຖໄຟແຫ່ງຊາດ:

“ເງິນໂຕທີ 50 ລ້ານ ດອນລາ ສະຫະຣັຖ ທີ່ໄທ ຈະເອົາໄປເຮັດ ສະຖານີ ຣົຖໄຟ, ເອົາໄປເຮັດຂົວ ຕ້ອງເຮັດຂົວ ສະເພາະ ຂອງຣົຖໄຟ ຕ້ອງສໍາຣວດ ອອກແບບ ຕ້ອງເຮັດ distance design ຢ່າງໜ້ອຍ ກໍ 6-7 ປີ ຂຶ້ນໄປ ຈຶ່ງຈະສ້າງໄດ້.”

ທ່ານ ກ່າວຕໍ່ໄປ ວ່າ ໂຄງການດັ່ງກ່າວ ເປັນໂຄງການ ທີ່ຣັຖບານໄທ ໄດ້ປຶກສາ ກັບຣັຖບານ ສປປລາວ ໂດຍຈະແກ້ໄຂ ໂຄງການ ກໍ່ສ້າງ ທາງຣັຖໄຟ 9 ກິໂລແມັດ ທີ່ໄທ ຈະເປັນ ຜູ້ສນັບສນູນ ເງິນ ງົບປະມານ 50 ລ້ານ ດອນລາ ສະຫະຣັຖ ໃຫ້ປ່ຽນມາເປັນ ໂຄງການກໍ່ສ້າງ ຂົວຣົຖໄຟ ມິຕພາບ ຄູ່ຂນານ ກັບ ຂົວມິຕພາບ ລາວ-ໄທ ແຫ່ງທີ 1, ຣະຫວ່າງ ນະຄອນຫລວງ ວຽງຈັນ-ໜອງຄາຍແທນ.

ແຜນການກໍ່ສ້າງ ຂົວມິຕພາບ ຣົຖໄຟ ອັນໃໝ່ນີ້ ຈະເຣີ້ມຕົ້ນສ້າງ ໃນແຂວງໜອງຄາຍ ຂອງໄທ ແລະ ຈະສ້າງຂ້າມ ແມ່ນໍ້າຂອງ ເຂົ້າໄປທີ່ ນະຄອນຫລວງ ວຽງຈັນ, ໂດຍຈະສ້າງ ສະຖານີ ພັກເຊົາ ເພື່ອ ປ່ຽນຖ່າຍ ສິນຄ້າ ທີ່ຫລັກ 21 ນະຄອນຫລວງ ວຽງຈັນ, ຊຶ່ງຈະໄປ ເຊື່ອມຕໍ່ກັບ ທາງຣົຖໄຟ ຈາກຈີນ ທີ່ສ້າງລົງມາ ຈາກ ສິບສອງພັນນາ, ຜ່ານແຂວງບໍ່ແກ້ວ, ຫລວງພຣະບາງ ແລະ ວຽງຈັນ ໃນລາວ ແລະ ມຸ້ງໜ້າ ຕໍ່ໄປ ເຂົ້າປະເທດໄທ ທີ່ແຂວງໜອງຄາຍ.

ເຖິງຢ່າງໃດ ກໍຕາມ, ແຜນການດັ່ງກ່າວ ຍັງບໍ່ໄດ້ ຜ່ານການ ພິຈາຣະນາ ຢ່າງເປັນທາງການ ຂອງທັງສອງ ປະເທດ ແລະ ວ່າ ຫາກຜ່ານການ ພິຈາຣະນາ ແລ້ວ, ໃນປີໜ້າ ກໍຈະເຣີ້ມ ດໍາເນີນການ ສໍາຣວດ ອອກແບບ ເສັ້ນທາງ ຄວາມເປັນໄປໄດ້ ໃນການກໍ່ສ້າງ ກ່ອນຈະລົງມື ກໍ່ສ້າງ ໄດ້ແທ້ຈິງ ແລະ ຈໍາເປັນຕ້ອງ ໃຊ້ເວລາ ເບື້ອງຕົ້ນ ບໍ່ຕໍ່ກ່ວາ 5 ປີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.