ລາວຖືກຈັດຢູ່ໃນກຸ່ມ ທີ່ຄືບໜ້າດ້ານພັທນາ

ສປປລາວ ຖືກຈັດຢູ່ ໃນບັນຊີ ຮ່ວມກັບ 10 ປະເທສ ເຂຕເອເຊັຽ ທີ່ມີຄວາມ ຄືບໜ້າດ້ານ ກາຣພັທນາ.
ຫວາດ ສີມູນ
2010.11.05

ກົດຟັງສຽງ

ສປປລາວ ເປັນປະເທສ ໜຶ່ງທີ່ຖືກ ຈັດເຂົ້າ ໃນບັນຊີ "Top 10 Movers" ປະເທສ ທີ່ວ່າ ມີຄວາມຄືບໜ້າ ທາງດ້ານກາຣ ພັທນາ ໃນຣະຍະ 40 ປີທີ່ຜ່ານມາ. ຕາມກາຣຣາຍງານ ຂອງແຜນກາຣ ພັທນາມະນຸສ ຂອງອົງກາຣ ສະຫະປະຊາຊາຕ ທີ່ນຳອອກແຈ້ງ ໃນມື້ວັນທີ່ 4 ພຶສຈິກາ ນີ້ ເນື່ອງໃນວັນ ຄົບຮອບ 20 ປີ ທີ່ຈັດຕັ້ງ ເຄື່ອງວັດແທກ ດ້ານກາຣພັທນາ ໃນແຕ່ລະ ປະເທສຕ່າງໆ ທົ່ວໂລກ.

ໃນຣາຍງານ ຂອງກາຣສໍາຣວຈ ທີ່ນໍາອອກ ເຜີຽແພ່ ໃນມື້ວັນ ພຣະຫັດນີ້ ໂດຽມີທ່ານ Ban Ki-moon ເລຂາທິກາຣໃຫຍ່ ສະຫະປະຊາຊາຕ, Mme Helen Clark ແລະທ່ານ Amartya Sen ເຈົ້າໜ້າທີ່ ບໍຣິຫາຣ ອົງກາຣພັທນາ ສະຫະປະຊາຊາຕ ຫລື UNDP ເຂົ້າຮ່ວມ ໃນພິທີນັ້ນ ມີກາຣກ່າວເຖິງ ຫລາຍປະເທສ ໃນເຂຕເອເຊັຽ ທີ່ໄດ້ຮັບ ຄະແນນດີ ແລະມີ ຄວາມກ້າວໜ້າ ຕາມດັຊນີ ກາຣພັທນາ ມະນຸສ ຫລື HDI ຊຶ່ງ ກໍຮວມທັງ ສປຈີນ ເນປານ ອິນໂດນີເຊັຽ ລາວ ແລະເກົາຫລີໃຕ້ ຊຶ່ງທັ້ງໝົດ ຢູ່ໃນບັນຊີ ປະເທສທີ່ ຖືວ່າມີ ຄວາມຄືບໜ້າ ທາງດ້ານກາຣ ພັທນາມະນຸສ ຊຶ່ງກໍຮວມທັງ ກາຣພັທນາ ດ້ານ ສາທາຣະນະສຸຂ ກາຣສຶກສາ ແລະ ອັຕຣາເສລັ່ຽ ຂອງຣາຍຮັບ.

ໃນຣາຍງານ ດັ່ງກ່າວ ຍັງໄດ້ແສດງ ໃຫ້ເຫັນວ່າ ໃນຣະຍະ 40 ປີຜ່ານມານີ້ ເຂຕເອເຊັຽຕາ ເວັນອອກ ແລະ ປາຊີຟິກ ມີຄວາມຄືບໜ້າ ເກືອບເຖິງ ສອງເທົ່າ ໂດຽສະເພາະ ສປຈີນ ທີ່ປະຊາຊົນ ມີຣາຍຮັບ ເພີ່ມຫລາຍຂຶ້ນເຖິງ 21 ເທົ່າ ແຕ່ປີ 1970 ເປັນຕົ້ນມາ ຕລອດຮອດ ດ້ານຊີວີຕ ກາຣເປັນຢູ່່ ຂອງປະຊາຊົນ ກໍດີຂຶ້ນ ໃນທຸກໆເຂຕ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.