ກຸ່ມພະລັງງານໄທສົນໃຈ ໂຄງການເຂື່ອນໃນລາວ
2010.11.03
ກົດຟັງສຽງ
ນອກຈາກການ ລົງທຶນ 73 ພັນລ້ານບາດ ຫລືປະມານ 2 ພັນກວ່າລ້ານ ໂດລາ ຢູ່ລາວແລ້ວ ກຸ່ມບໍຣິສັດ ຜລິດ ພະລັງງານ ໄຟຟ້າ ຣາຊບູຣີ ຂອງໄທ ກໍາລັງ ພິຈາຣະນາ ທີ່ຈະເຂົ້າ ຮ່ວມລົງທຶນ ໃນໂຄງການ ສ້າງເຂື່ອນ ໄຟຟ້ານໍ້າຕົກ 1500 MW ອີກ 2 ແຫ່ງໃນລາວ. ພ້ອມດຽວກັນ ນັ້ນກໍພວມມີ ແຜນການລົງທຶນ ໃນໂຮງງານ ຜລິດພະລັງງານ ແລະ ບໍ່ທ່ານຫີນ ຢູ່ຟີລິບປິນ, ວຽດນາມ, ອິນໂດເນເຊັຽ ແລະ Australiaຕື່ມອີກ.
ທ່ານ ນົບພອນ ມີລິນທາງກູນ ປະທານ ບໍຣິສັດ ຣາຊບູຣີ ກ່າວ ໃນຕອນນຶ່ງວ່າ ແຜນການຂອງ ບໍຣິສັດ ຄືເພີ້ມຄວາມ ສາມາດ ຜລິດ ພະລັງງານ ໃຫ້ໄດ້ເຖິງ 7,800 MW ໃນປີ 2016 ແລະວ່າ ທາງບໍຣິສັດ ຢູ່ໃນທ່າດີ ໃນດ້ານທຶນຮອນ ເພື່ອຂຍາຍ ການຜລິດ ກະແສໄຟຟ້າ. ທ່ານວ່າ ມາຮອດ ປັດຈຸບັນນີ້ ຍັງບໍ່ມີ ຄວາມຄືບໜ້າ ຫລາຍ ເພາະຕ້ອງໄດ້ ສຶກສາເບິ່ງ ສະພາບ ແວດລ້ອມ ທາງດ້ານ ວັທນະທັມ ໃຫ້ລະອຽດ ເພື່ອຫລີກລ້ຽງ ຄວາມສ່ຽງ ໃນການລົງທຶນ ຂນະທີ່ ຜູ້ຂາຍ ກໍພ້ອມທີ່ ຈະເຈຣະຈາ ກັບຜູ້ຊື້ ຄົນອື່ນໆ ເພື່ອໃຫ້ໄດ້ ຣາຄາດີ ທີ່ສຸດ.
ໄຟຟ້າລາວ ສ່ວນຫລາຍ ຈະຂາຍໃຫ້ ໄທ ບ່ອນທີ່ໂຄງການ ໃຫຍ່ໆຕ່າງໆຖືກໂຈະ ຍ້ອນການຕໍ່ຕ້ານ ທີ່ນັບມື້ມີ ຫລາຍຂຶ້ນ. ດັ່ງນັ້ນ ການລົງທຶນ ສ່ວນໃຫຍ່ຈຶ່ງ ຈະສຸມເຂົ້າລາວ. ມີຣາຍງານວ່າ ເມື່ອໄວໆມານີ້ ກຸ່ມບໍຣິສັດ ຊໍການຊ່າງ ໄດ້ຮັບ ອະນຸມັດ ຈາກຣັຖບານ ລາວ ໃຫ້ດໍາເນີນ ຂັ້ນຕອນ ຂອງການຜລິດ ໄຟຟ້າ ຢູ່ແຂວງ ໄຊຍະບູຣີ ແລະ ກໍອາດ ຕ້ອງການຄູ່ ຮ່ວມລົງທຶນ ກໍເປັນໄດ້. ເຂື່ອນໄຟຟ້າ ໄຊຍະບູຣີ ຂນາດ 1280 MW, ຄາດວ່າຈະຕ້ອງ ການເງິນລົງທຶນ ເຖິງ 100 ພັນລ້ານບາດ ຫລືປະມານ 3 ພັນ ກວ່າ ລ້ານໂດລາ. ກຸ່ມບໍຣິສັດ ດັ່ງກ່າວ ໄດ້ລົງທຶນ ຫລາຍໃນ 4 ໂຄງການຢູ່ລາວ ຄື: ເຂື່ອນນໍ້າງື່ມ 2, ເຂື່ອນຫົງສາ, ເຂື່ອນນໍ້າງື່ມ 3 ແລະ ເຂື່ອນ ເຊປຽນ ເຊນໍ້ານ້ອຍ.